ຂ້າມໄປຫາເນື້ອໃນຕົ້ນຕໍ

ກ່ຽວກັບໂຄງການ

ການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ ໃນອ່າງນ້ຳ ເຊບັ້ງຫງຽງ ແລະ ຕົວເມືອງຫຼວງພະບາງ (ຕົວຫຍໍ້, ໂຄງການ ຄຊນຊ-ປພລ) ມີຈຸດປະສົງ ເພື່ອສະໜັບສະໜູນ ວຽກງານການສົ່ງເສີມຂອງລັດຖະບານ ໃນການຄຸ້ມຄອງຊັບພະຍາກອນ ທາງນ້ຳ ແລະ ທາງບົກ ແບບເຊື່ອມສານ ໃນພື້ນທີ່ເປົ້າໝາຍຂອງໂຄງການ ທີ່ອ່າງນ້ຳ ເຊບັ້ງຫງຽງ ແລະ ຕົວເມືອງ ຫຼວງພະບາງ. ຈຸດປະສົງຂອງໂຄງການ ແມ່ນເພື່ອເພີ່ມທະວີຄວາມທົນທານ ຫຼືການປັບໂຕຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຂອງຊຸມຊົນອ້ອມຂ້າງ ຈາກຜົນກະທົບຂອງໄພນ້ຳຖ້ວມ ແລະ ໄພແລ້ງ — ຜົນກະທົບທັງສອງນີ້ແມ່ນໄດ້ຮັບການຄາດຄະເນວາຈະມີຖ່າແຮງຂະຫຍາຍຕົວແຮງຂື້ນ ແລະ ເກີດຂື້ນຫຼາຍກວ່າເກົ່າ ພາຍໄຕ້ ສະຖານນະການ ການປ່ຽນແປງສະພາບດິນຟ້າອາກາດໃນອະນາຄົດ.

ໂຄງການມີຈຸດປະສົງ ເພື່ອເສີມສ້າງຄວາມເຂັ້ມແຂງ ຂອງຊຸມຊົນ ໃນການປັບຕົວຕໍ່ກັບສະພາບການປ່ຽນແປງຂອງດິນຟ້າອາກາດ ໂດຍສະເພາະໃນສອງພື້ນທີ່ໃນ ສປປລາວ ທີ່ມີຄວາມສ່ຽງເປັນພິເສດ ຄື ແຂວງສະຫວັນນະເຂດ ແລະ ນະຄອນຫຼວງພະບາງ – ໂດຍສະເພາະ ແມ່ນສຸມໃສ່ ຜົນກະທົບຈາກ ໄພແລ້ງ ແລະ ນ້ຳຖ້ວມ. ການເພີ່ມທະວີທາງດ້ານ ຄວາມທົນທານ ແລະ ການປັບຕົວນີ້ ຈະບັນລຸຜົນສຳເລັດໄດ້ໂດຍຜ່ານ ສາມອົງປະກອບຂອງໂຄງການ, ໂດຍສະເພາະແມ່ນ: (1) ພັດທະນາ ຂີດຄວາມສາມາດ ໃນລະດັບຊາດ ແລະ ລະດັບແຂວງ ສຳຫຼັບການຄຸ້ມຄອງອ່າງເກັບນ້ຳ ແບບປະສົມປະສານ (ຄອປ) ແລະ ການປະສານສົມທົບກັບທ້ອງຖິ່ນ ໃນການປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ໂດຍອີງໃສ່ລະບົບນິເວດ (ປພລ) ເພື່ອຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບໃນດ້ານສະພາບອາກາດ; (2) ການປະກອບສ່ວນ ຂອງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໂດຍອີງໃສ່ລະບົບນິເວດ, ໂດຍຜ່ານການສະໜັບສະໜູນ ທາງດ້ານໂຄງສ້າງພື້ນຖານເພື່ອເປັນການປ້ອງກັນ ແລະ ການປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ; ແລະ (3) ການບໍລິຫານ ຈັດການແຫຼ່ງຄວາມຮູ້, ການຕິດຕາມ ແລະ ປະເມີນຜົນ (M&E).

ໂຄງການໄດ້ຮັບທຶນສະໜັບສະໜູນຈາກ GEF ໂດຍໄດ້ຮັບການຮ່ວມທຶນຈາກ UNDP. ພາກສ່ວນຈັດຕັ້ງປະຕິບັດຂອງ GEF ແມ່ນອົງການ UNDP ແລະ ນຳພາໂດຍ ກົມຊັບພະຍາກອນນ້ຳ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ).

ທີມງານຂອງພວກເຮົາ

ສໍາລັບທິມງານຂອງໂຄງການການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານແລະການປັບຕົວບົນພື້ນຖານລະບົບນິເວດ (EbA) ປະກອບດ້ວຍກຸ່ມຜູ້ຊ່ຽວຊານທີ່ຫລາກຫລາຍທີ່ແຕກຕ່າງກັນທີ່ຮັບຜິດຊອບໃນດ້ານຕ່າງໆຂອງການຈັດຕັ້ງປະຕິບັດໂຄງການແລະການຄຸ້ມຄອງ.

ຮູບພາບ
Project Coordinator

Phingsaliao Sithiengtham

Project Coordinator of IWRM-EbA Project
ຮູບພາບ
Team

Bernard Kipngetich Bett

Monitoring, Evaluation & Learning (MEL) Analyst of IWRM-EbA Project
ຮູບພາບ
team member

Phouphet Chittaphone

Database Management and Communication officer
ຮູບພາບ
v1

Yongthong Manivong

Project Field Coordinator IWRM-EbA Project, UNDP Lao PDR