ຊຸມຊົນທີີປັບໂຕຕໍ່ສະພາບອາກາດ
ໂຄງການຂອງພວກເຮົາຊ່ວຍເສີມສ້າງຄວາມອາດສາມາດໃນການປັບຕົວຂອງເມືອງ ແລະ ຊຸມຊົນໃນຊົນນະບົດຕໍ່ຜົນກະທົບທາງດ້ານການປ່ຽນແປງຂອງສະພາບອາກາດ ໂດຍການຮວບຮວມເອົາບັນດາຄວາມສ່ຽງທາງດ້ານສະພາບອາກາດ(ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ) ເຂົ້າໃນຍຸດທະສາດ ແລະ ແຜນການນຳໃຊ້ທີ່ດິນ; ໂດຍການສົ່ງເສີມ ທາງເລືອກ ແລະ ການປັບຕົວຕໍ່ກັບສະພາບອາກາດ ໃນການດຳລົງຊີວິດ; ແລະ ຜ່ານການກໍ່ສ້າງໂຄງສ້າງ ຕໍ່ການປ້ອງກັນພື້ນຖານໂຄງຮ່າງ ແລະ ການແກ້ໄຂການປັບຕົວຕາມການປ່ຽນແປງດິນຟ້າອາກາດ ອີງໃສ່ລະບົບນິເວດ(ອີບີເອ).