ການຈັດຕັ້ງປະຕິບັດໂຄງການແມ່ນເລືອກເອົາສອງທີ່ຕັ້ງເປົ້າໝາຍທີ່ມີຄວາມແຕກຕ່າງກັນຫຼາຍໃນປະເທດລາວ - ບໍລິເວນຕົວເມືອງ ຫຼວງພະບາງ ແລະ ຊຸມຊົນຊົນນະບົດ ເຂດອ່າງເຊບັ້ງຫງຽງ, ແຂວງສະຫວັນນະເຂດ.
ເຖິງແມ່ນວ່າທັງສອງພື້ນທີ່ນີ້ ແມ່ນມີຄວາມແຕກຕ່າງກັນຫຼາຍໂດຍທຳມະຊາດ, ແຕ່ຮູບແບບຂອງໂຄງການສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດແມ່ນຄືກັນ – ນຳໃຊ້ຮູບແບບການຄຸ້ມຄອງອ່າງເກັບນ້ຳແບບປະສົມປະສານ ແລະ ສົ່ງເສີມແນວທາງແກ້ໄຂບັນຫາການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໂດຍອີງໃສ່ລະບົບນິເວດ ຢູ່ໃນເຂດຊຸມຊົນ.
ເມືອງ ຫຼວງພະບາງ
ເມືອງຫຼວງພະບາງ ເປັນເຂດເມືອງມໍລະດົກໂລກ ທີ່ໄດ້ຮັບການຂື້ນຖະບຽນຈາກອົງການ ຢູເນັສໂກ ແລະ ເປັນແຫຼ່ງທ່ອງທຽວທີ່ໄດ້ຮັບຄວາມນິຍົມ. ຕົວເມືອງໄດ້ຮັບການປ່ຽນແປງຢ່າງຫຼວງຫລາຍເນື່ອງຈາກການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ເຂັ້ມແຂງ ແລະ ຖ່າອ່ຽງດ້ານການທ່ອງທຽວ. ເນື່ອງຈາກການເພີ່ມຂື້ນຂອງຕົວເລກນັກທ່ອງທ່ຽວ ເຮັດໃຫ້ເມືອງປະເຊີນໜ້າກັບສິ່ງທ້າທາຍ ໃນການອະນຸລັກ ມໍລະດົກທາງດ້ານວັດຖະນະທຳ ແລະ ຄວາມຜ່ອນຄາຍຈາກທຳມະຊາດແລະສິ່ງແວດລ້ອມ, ທີ່ຕຽມພ້ອມຮັບໃຊ້ໃຫ້ກັບຄວາມຕ້ອງການຈານການເພີ່ມຂື້ນຂອງນັກທ່ອງທ່ຽວ.
ໂຄງຮ່າງພື້ນຖານ ແລະ ລະບົບສາທາລະນູປະໂພກຂອງເມືອງໄດ້ຮັບຜົນກະທົບຈາກການແຮງກົດດັນທີ່ເພີ່ມຂື້ນທາງດ້ານການພັດທະນາ ແລະ ການປ່ຽນແປງຂອງສະພາບອາກາດ, ຊັບພະຍາກອນທຳມະຊາດຂອງເມືອງກໍ່ໄດ້ຮັບຜົນກະທົບເຊັ່ນກັນ. ເມືອງມີເຄືອຂ່າຍທີ່ເປັນເອກກະລັກສະເພາະຂອງຫ້ວຍນໍ້າ (ຫລື ພື້ນທີ່ດິນທາມ¬¬¬) ທີ່ໄດ້ຮັບການຂື້ນຖະບຽນເປັນມໍລະດົກ, ແນວໃດກໍ່ຕາມຍ້ອນຂາດຄວາມເຂົ້າໃຈແລະເຫັນຄຸນຄ່າຂອງຫ້ວຍນ້ຳໃນຕົວເມືອງ ຈື່ງສູນເສຍໜອງນ້ຳໃປ 100 ກວ່າໜອງ ຕັ້ງແຕ່ປີ 1999 ຍ້ອນການຖົມດິນ ແລະ ການຫັນດິນ.
ພື້ນທີ່ດິນທາມ ແລະ ໂຄງຮ່າງພື້ນຖານລະບົບນິເວດອື່ນໆ, ແມ່ນມີຄຸນສົມບັດທີ່ສຳຄັນຕໍ່ພູມສັນຖານຂອງໂຕເມືອງ ທີ່ສາມາດຮອງຮັບປະລິມານນ້ຳ ແລະ ລະບາຍນ້ຳຈາກພາຍຸໃນລະດູຝົນ;ປັບປຸງສະພາບການອາໃສຢູ່ໃນຕົວເມືອງໃຫ້ດີຂື້ນຍ້ອນສະພາບຄວາມຮ້ອນໃນຕົວເມືອງຫຼຸດລົງ ແລະ ສ້າງສິ່ງອຳນວຍຄວາມສະດວກແກ່ສາທາລະນະ; ຄຸນນະພາບນ້ຳ ແລະ ທີ່ຢູ່ອາໃສໄດ້ຮັບການປັບປຸງ ສົ່ງຜົນກະທົບທີ່ເປັນຜົນປະໂຫຍດ ຕໍ່ຄວາມຫຼາກຫລາຍທາງຊິວະນາໆພັນ.
ໂຄງການຈະໄດ້ປະສານສົມທົບກັບອຳນາດປົກຄອງທ້ອງຖິ່ນ ແລະ ຊຸມຊົນ ເພື່ອສົ່ງເສີມ ວຽກງານການອະນຸລັກພື້ນທີ່ດິນທາມໃນຕົວເມືອງ ແລະ ໂຄງສ້າງພື້ນຖານທາງທຳມະຊາດອື່ນໆ, ເປັນການແກ້ໄຂບັນຫາການປັບຕົວຕາມການປ່ຽນແປງດິນຟ້າອາກາດ ອີງໃສ່ລະບົບນິເວດ(ອີບີເອັສ) ເພື່ອຫຼຸດຜ່ອນຄວາມສ່ຽງໄພນ້ຳຖ້ວມໃຫ້ກັບຕົວເມືອງ ຫຼວງພະບາງ.
ອ່າງນ້ຳ ເຊບັ້ງຫງຽງ, ແຂວງ ສະຫວັນນະເຂດ
ພາຍໃນແຂວງ ສະຫວັນນະເຂດ, ໂຄງການກວມເອົາບໍລິເວນອ່າງເກັບນ້ຳທັງໝົດພ້ອມທັງສະຖານທີ່ໂຄງການຜ່ານອ່າງເກັບນ້ຳ ເຊບັ້ງຫງຽງ - ເປົ້າໝາຍແນໃສ່ການປົກປັກຮັກສາ ແລະ ຟື້ນຟູປ່າໄມ້ໃນບໍລິເວນຕົ້ນນ້ຳ, ແລະຍຸດທະສາດ ການຫຼຸດຜ່ອນໄພນ້ຳຖ້ວມ ແລະ ການແກ້ໄຂບັນຫາພື້ນຖານໂຄງຮ່າງ ໃນເຂດນ້ຳຖ້ວມ, ເຊີ່ງມີຄວາມສ່ຽວຈະມີນ້ຳຖ້ວມຫຼາຍໃນເຂດຊຸມຊົນ ແລະ ທີ່ຕັ້ງຂອງພື້ນທີ່ຊຸ່ມນ້ຳ ທີ່ມີຄວາມສຳຄັນລະດັບສາກົນ.
ໂຄງການໄດ້ຮັບການຈັດຕັ້ງປະຕິບັດ ຢູ່ຫ້າຕົວເມືອງ ພາຍໃນແຂວງສະຫວັນນະເຂດ - ເມືອງ ຈຳພອນ, ຊົນບູລີ, ສອງຄອນ, ເຊໂປນ ແລະ ເມືອງນອງ. ບັນດາເມືອງເຫຼົ່ານີ້ແມ່ນໄດ້ຮັບຜົນກະທົບຈາກ ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງໃນຫຼາຍລະດັບແຕກຕ່າງກັນຂື້ນຢູ່ກັບທີ່ຕັ້ງ ໃນແຕ່ລະເຂດພາຍໃນອ່າງເກັບນ້ຳ. ໂຄງການຈະນຳສະເໜີຮູບແບບການຈັດຕັ້ງປະຕິບັດທີ່ໄດ້ຮັບຜົນດີທີ່ສຸດຈາກການປະເມີນຄວາມສ່ຽງດ້ານສະພາບດິນຟ້າອາກາດ ແລະ ພັດທະນາແຜນຍຸດທະສາດໄລຍະຍາວ ໃນລະດັບຂັ້ນເມືອງ ແລະ ບ້ານ ເພື່ອປັບຕົວໃຫ້ເຂົ້າກັບສະພາບດິນຟ້າອາກາດທີ່ປ່ຽນແປງ. ຜົນຂອງການປະເມີນນີ້ໂຄງການຈະນຳມາສ້າງຂີດຄວາມສາມາດດ້ານວິຊາການ ແລະ ຄັງຄວາມຮູ້ໃຫ້ກັບພະນັກງານລັດ, ແລະ ສົ່ງເສີມການປັບປຸງແຜນການນຳໃຊ້ທີ່ດິນ ແລະ ຈັດການພື້ນທີ່ຄຸ້ມຄອງ.