ຂ້າມໄປຫາເນື້ອໃນຕົ້ນຕໍ
ຮູບພາບ
Q1
ພາສາ
Language 1
ພາກພື້ນ
Region 1
ເຂດຈຸດສຸມ
Focal Area 1
ວັນທີ
ເນື້ອຫາຫຍໍ້
ແຂວງສະຫວັນນະເຂດ, ວັນທີ 8 ເມສາ 2025: ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດງານສະເຫຼີມສະຫຼອງ ວັນນ້ຳໂລກ ຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍ ທີ່ໂຮງຮຽນປະຖົມສົມບູນ ບ້ານບຶງວາ. ງານໃນຄັ້ງນີ້ ໄດ້ເຕົ້າໂຮມເອົາບັນດາພະນັກງານພາກລັດ, ຄູ-ອາຈານ, ນ້ອງນ້ອຍນັກຮຽນ ແລະ ພໍ່ແມ່ປະຊາຊົນພາຍໃນຊຸມຊົນ ເພື່ອຮ່ວມກັນສ້າງຈິດສຳນຶກກ່ຽວກັບຄວາມສຳຄັນຂອງການອະນຸລັກແຫຼ່ງນ້ຳ ແລະ ການປົກປັກຮັກສາສິ່ງແວດລ້ອມ ຜ່ານການກ່າວສູນທອນພົດ, ການສະແດງສິລະປະ, ກິດຈະກຳຖາມ-ຕອບຊີງລາງວັນ ແລະ ການຮ່ວມແຮງຮ່ວມໃຈກັນອະນາໄມສິ່ງແວດລ້ອມ.
ແບ່ງປັນ:

ແຂວງສະຫວັນນະເຂດ ສະເຫຼີມສະຫຼອງ ວັນນ້ຳໂລກ ປະຈຳປີ 2025

ເນື້ອຫາທັງໝົດ
ແຂວງສະຫວັນນະເຂດ, ສປປ ລາວ – ວັນທີ 8 ເມສາ 2025: ເພື່ອເປັນການສະເຫຼີມສະຫຼອງ ວັນນ້ຳໂລກ ປະຈຳປີ 2025, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດງານສະເຫຼີມສະຫຼອງຢ່າງເຕັມຮູບແບບ ຂຶ້ນທີ່ໂຮງຮຽນປະຖົມສົມບູນ ບ້ານບຶງວາ, ນະຄອນໄກສອນ ພົມວິຫານ. ງານໃນຄັ້ງນີ້ ໄດ້ກາຍເປັນເວທີທີ່ສຳຄັນ ໃນການສົ່ງເສີມຈິດສຳນຶກກ່ຽວກັບການອະນຸລັກແຫຼ່ງນ້ຳ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສຳຄັນຂອງການພັດທະນາແບບຍືນຍົງໃນຊຸມຊົນທ້ອງຖິ່ນ.

ພິທີໄດ້ຮັບກຽດກ່າວເປີດຢ່າງເປັນທາງການໂດຍ ທ່ານ ບູລິກາ ອິນທິລາດ, ຮອງຜູ້ນຳພາພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ໂດຍມີບັນດາພະນັກງານການນຳຂັ້ນແຂວງ ແລະ ຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງການ, ພະນັກງານວິຊາການ, ຜູ້ນຳຊຸມຊົນ, ຄູ-ອາຈານ ແລະ ຜູ້ປົກຄອງເຂົ້າຮ່ວມ. ການເຕົ້າໂຮມກັນໃນຄັ້ງນີ້ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນລະຫວ່າງຂະແໜງການ ຕໍ່ກັບບັນຫາດ້ານສິ່ງແວດລ້ອມ, ໂດຍມີການເຂົ້າຮ່ວມທັງຈາກພາກລັດ ແລະ ພາກສ່ວນທ້ອງຖິ່ນ.

ໃນຄຳປາໄສເປີດງານ, ທ່ານ ບູລິກາ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຊັບພະຍາກອນນ້ຳ ເຊິ່ງເປັນຄວາມຮັບຜິດຊອບຂອງທຸກຄົນໃນສັງຄົມ: “ນ້ຳແມ່ນສິ່ງທີ່ຈຳເປັນທີ່ສຸດສຳລັບຊີວິດ ແລະ ການພັດທະນາ. ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນ — ທັງພາກສ່ວນລັດ, ຊຸມຊົນ, ໂຮງຮຽນ ແລະ ບຸກຄົນ — ເພື່ອຮັບປະກັນໃຫ້ແມ່ນ້ຳ ແລະ ແຫຼ່ງນ້ຳຂອງພວກເຮົາຍັງຄົງຄວາມສະອາດ, ອຸດົມສົມບູນ ແລະ ໄດ້ຮັບການປົກປ້ອງເພື່ອຄົນລຸ້ນຫຼັງ.” ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຮ່ວມກັນເປັນເຈົ້າການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ສາມັກຄີກັນສະໜັບສະໜູນຄວາມພະຍາຍາມໃນລະດັບຊາດ ເພື່ອສ້າງ ສປປ ລາວ ໃຫ້ເປັນປະເທດທີ່ຂຽວ, ສະອາດ ແລະ ມີຄວາມເຂັ້ມແຂງ.

ຈາກນັ້ນ, ທ່ານນາງ ພັນທິບ ຣາຊະຈັກ, ຫົວໜ້າຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ໄດ້ຂຶ້ນກ່າວສູນທອນພົດ ໂດຍຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນນ້ຳໂລກໃນລະດັບສາກົນ: “ນ້ຳບໍ່ແມ່ນພຽງແຕ່ຊັບພະຍາກອນທຳມະຊາດເທົ່ານັ້ນ, ແຕ່ແມ່ນພື້ນຖານຂອງທຸກຂົງເຂດວຽກງານ ບໍ່ວ່າຈະເປັນການກະສິກຳ, ອຸດສາຫະກຳ, ການຜະລິດພະລັງງານ ແລະ ສາທາລະນະສຸກ. ນອກຈາກນີ້, ລະບົບນິເວດພື້ນທີ່ດິນບໍລິເວນນ້ຳ ແລະ ແມ່ນ້ຳ ຍັງຊ່ວຍຫຼໍ່ລ້ຽງຊີວະນາໆພັນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.” ທ່ານນາງ ພັນທິບ ຍັງໄດ້ເນັ້ນຕື່ມວ່າ ການປົກປ້ອງລະບົບນິເວດເຫຼົ່ານີ້ ແມ່ນປັດໄຈຕັດສິນໃນການສ້າງຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ການປັບຕົວເຂົ້າກັບການປ່ຽນແປງສະພາບພູມອາກາດ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs).

ພາຍໃນງານຍັງມີກິດຈະກຳສ້າງສັນ ແລະ ສຶກສາອົບຮົມທີ່ຫຼາກຫຼາຍ ເພື່ອໃຫ້ຊາວໜຸ່ມເຍົາວະຊົນ ແລະ ຊຸມຊົນໄດ້ມີສ່ວນຮ່ວມຕົວຈິງ ເຊັ່ນ:

1. ການສະແດງສິລະປະ: ການຮ້ອງເພງ ແລະ ຟ້ອນທີ່ສ່ອງແສງເຖິງການອະນຸລັກສິ່ງແວດລ້ອມ ຈາກນ້ອງໆນັກຮຽນໂຮງຮຽນປະຖົມສົມບູນບ້ານບຶງວາ.

2. ກິດຈະກຳຖາມ-ຕອບ: ເນັ້ນໃສ່ຄວາມຮູ້ທົ່ວໄປກ່ຽວກັບການປະຢັດນ້ຳ, ຄວາມຈິງດ້ານສິ່ງແວດລ້ອມ ແລະ ການປ່ຽນແປງສະພາບພູມອາກາດ.

3. ຂະບວນການອະນາໄມສິ່ງແວດລ້ອມ: ຜູ້ເຂົ້າຮ່ວມ ລວມທັງນັກຮຽນ, ຄູ-ອາຈານ ແລະ ພະນັກງານ ໄດ້ຮ່ວມກັນເກັບຂີ້ເຫຍື້ອໃນບໍລິເວນໂຮງຮຽນ ແລະ ແຄມທາງ ເພື່ອສົ່ງເສີມການຮັກສາຄວາມສະອາດຮ່ວມກັນ.

ເພື່ອເປັນການສົ່ງເສີມການສຶກສາ, ຜູ້ນຳພາໂຮງຮຽນມັດທະຍົມບຶງຫົວ ໄດ້ມອບອຸປະກອນການຮຽນ-ການສອນ ຈຳນວນໜຶ່ງໃຫ້ແກ່ ອຳນວຍການໂຮງຮຽນປະຖົມສົມບູນບ້ານບຶງວາ ໂດຍການເປັນສັກຂີພິຍານຂອງບັນດາການນຳທີ່ເຂົ້າຮ່ວມ. ການມອບເຄື່ອງໃນຄັ້ງນີ້ ເປັນສັນຍາລັກແຫ່ງຄວາມມຸ່ງໝັ້ນໃນການສ້າງຂີດຄວາມສາມາດ ແລະ ການສຶກສາດ້ານສິ່ງແວດລ້ອມໃຫ້ແກ່ເຍົາວະຊົນພາຍໃນແຂວງ.

ງານສະເຫຼີມສະຫຼອງໄດ້ປິດລົງດ້ວຍການຮຽກຮ້ອງໃຫ້ທຸກຄົນ — ໂດຍສະເພາະແມ່ນຄົນລຸ້ນໃໝ່ — ກາຍມາເປັນ "ທູດຜູ້ນຳພາ" ໃນການອະນຸລັກນ້ຳ ແລະ ສິ່ງແວດລ້ອມ. ຜ່ານກິດຈະກຳນີ້, ແຂວງສະຫວັນນະເຂດ ໄດ້ທົບທວນຄືນເຖິງຄວາມຕັ້ງໃຈໃນການສ້າງອະນາຄົດທີ່ຍືນຍົງ ໂດຍເລີ່ມຈາກການສ້າງຈິດສຳນຶກ, ການສຶກສາ ແລະ ການຮ່ວມມືທີ່ເຂັ້ມແຂງຂອງຊຸມຊົນ.

ກ່ຽວກັບວັນນ້ຳໂລກ: ວັນນ້ຳໂລກ ຖືກກຳນົດຂຶ້ນໃນວັນທີ 22 ມີນາ ຂອງທຸກໆປີ ເພື່ອໃຫ້ທົ່ວໂລກໄດ້ລະນຶກເຖິງຄວາມສຳຄັນຂອງນ້ຳຈືດ ແລະ ຮຽກຮ້ອງໃຫ້ມີການຄຸ້ມຄອງຊັບພະຍາກອນນ້ຳຢ່າງຍືນຍົງ. ສຳລັບປີ 2025, ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ "ນ້ຳເພື່ອສັນຕິພາບ" (Water for Peace) ເພື່ອເນັ້ນໃຫ້ເຫັນວ່າການເຂົ້າເຖິງແຫຼ່ງນ້ຳຢ່າງສະເໝີພາບ ສາມາດສ້າງຄວາມປອງດອງ, ຫຼຸດຜ່ອນຄວາມຂັດແຍ່ງ ແລະ ສົ່ງເສີມຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ຂໍ້ມູນເພີ່ມເຕີມຕິດຕໍ່ໄດ້ທີ່:
ພູເພັດ ຈິດຕະພອນ, ພະນັກງານຄຸ້ມຄອງຖານຂໍ້ມູນ ແລະ ຂ່າວສານ, ໂຄງການ IWRM-EbA Project
ກົມຊັບພະຍາກອນນໍ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ
ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປລາວ
ອີເມວ: [email protected]