ຮູບພາບ
ພາສາ
Language 1
ພາກພື້ນ
Region 1
ເຂດຈຸດສຸມ
Focal Area 1
ວັນທີ
ເນື້ອຫາຫຍໍ້
ແຂວງສະຫວັນນະເຂດ, ສປປ ລາວ – ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນ ເພື່ອເສີມຂະຫຍາຍລະບົບຕິດຕາມກວດກາຮ່ວມຂອງຊຸມຊົນພາຍໃຕ້ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວເຂົ້າກັບລະບົບນິເວດ
ແບ່ງປັນ:
ການຕິດຕາມກວດກາລະບົບນິເວດໃຍຊຸມຊົນ ເພື່ອເສີມສ້າງຄວາມເຂັ້ມແຂງໃນການຄຸ້ມຄອງນ້ຳແບບເຊື່ອມສານ ແລະ ການປັບຕົວເຂົ້າກັບສະພາບດິນຟ້າອາກາດ ຢູ່ແຂວງສະຫວັນນະເຂດ.
ເນື້ອຫາທັງໝົດ
ແຂວງສະຫວັນນະເຂດ, ສປປ ລາວ – ໃນວັນທີ 10 ທັນວາ 2025, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກກສ), ໂດຍຜ່ານກົມຊັບພະຍາກອນນ້ຳ (ກຊນ) ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນ ເພື່ອເສີມຂະຫຍາຍລະບົບຕິດຕາມກວດກາຮ່ວມຂອງຊຸມຊົນ (CBM) ພາຍໃຕ້ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວເຂົ້າກັບລະບົບນິເວດ (IWRM–EbA). ກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນດັ່ງກ່າວມີຈຸດປະສົງເພື່ອປັບປຸງຄວາມຮູ້ດ້ານວິຊາການຂອງຜູ້ປະສານງານຂັ້ນບ້ານ ແລະ ສົ່ງເສີມການຕິດຕາມກວດກາສະພາບນ້ຳ ແລະ ລະບົບນິເວດໃນໄລຍະຍາວ ໂດຍການນໍາພາຂອງຊຸມຊົນໃນເຂດອ່າງຮັບນໍ້າເຊບັ້ງຫຽງ.
ໂຄງການ IWRM–EbA ໄດ້ຈັດຕັ້ງປະຕິບັດນັບແຕ່ເດືອນພະຈິກ 2022 ຫາເດືອນພະຈິກ 2026, ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ເຊິ່ງສະໜັບສະໜູນການສ້າງຄວາມທານຕໍ່ການປ່ຽນແປງດິນຟ້າອາກາດ ໂດຍການສົມທົບການຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ, ການຟື້ນຟູລະບົບນິເວດທາງທຳມະຊາດ ແລະ ການວາງແຜນປັບຕົວທີ່ເນັ້ນໃສ່ຊຸມຊົນເປັນຫຼັກຢູ່ໃນ 15 ບ້ານເປົ້າໝາຍໃນແຂວງສະຫວັນນະເຂດ, ໄດ້ມີການສ້າງຕັ້ງຄະນະກຳມະການຕິດຕາມກວດກາການປ່ຽນແປງລະບົບນິເວດຮ່ວມຂອງຊຸມຊົນ ແລະ ໄດ້ຮັບການສະໜອງອຸປະກອນ ເພື່ອຕິດຕາມຕົວຊີ້ວັດທາງດ້ານນິເວດວິທະຍາທີ່ສໍາຄັນ ເຊັ່ນ: ຄຸນນະພາບນ້ຳ, ການໄຫຼຂອງນ້ຳ, ລະດັບນໍ້າ, ຕະຝັ່ງເຈື່ອນ, ສະພາບປ່າໄມ້, ແລະ ການນຳໃຊ້ອຸປະກອນຕ່າງໆທີ່ໄດ້ຈາກໂຄງການ ເຊັ່ນ: ເຄື່ອງກອງນ້ຳ, ໂທລະໂຄ່ງ,ຈັກສູບນ້ຳດ້ວຍແສງອາທິດ ແລະ ອື່ນໆ ທີ່ໂຄງການສະໜັບສະໜູນ. ຄະນະກຳມະການເຫຼົ່ານີ້ ເປັນພື້ນຖານໃຫ້ແກ່ຂໍ້ມູນທີ່ໜ້າເຊື່ອຖືທີ່ສ້າງຂຶ້ນໂດຍຊຸມຊົນ, ເຊິ່ງມີຄວາມຈຳເປັນຕໍ່ການຕັດສິນໃຈໃນລະດັບແຂວງ ແລະ ລະດັບຊາດ.
ໃນຄໍາເຫັນເປີດກອງປະຊຸມ, ທ່ານ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເນັ້ນໜັກເຖິງຄວາມສໍາຄັນອັນຮີບດ່ວນຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນທ້ອງຖິ່ນ ເພື່ອຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນນໍ້າຂອງຕົນເອງ ແລະ ປະກອບສ່ວນໂດຍກົງເຂົ້າໃນຄວາມພະຍາຍາມປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ທ່ານໄດ້ກ່າວວ່າ: “ການຕິດຕາມກວດກາຮ່ວມຂອງຊຸມຊົນ ບໍ່ພຽງແຕ່ແມ່ນກິດຈະກໍາທາງດ້ານວິຊາການເທົ່ານັ້ນ; ມັນແມ່ນກົນໄກທີ່ສຳຄັນທີ່ວາງຄວາມຮູ້ ແລະ ຄວາມຮັບຜິດຊອບໄວ້ໃນມືຂອງຜູ້ທີ່ເພິ່ງພາອາໄສທຳມະຊາດສິ່ງແວດລ້ອມຫຼາຍທີ່ສຸດ. ເມື່ອຊາວບ້ານພ້ອມກັນຕິດຕາມກວດກາແຫຼ່ງນ້ຳ, ປ່າໄມ້, ແລະ ລະບົບນິເວດຂອງເຂົາເຈົ້າເອງ, ເຂົາເຈົ້າກາຍເປັນຜູ້ປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ແລະ ຕໍ່ຄວາມຖືກຕ້ອງຂອງຂໍ້ມູນດ້ານຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມທີ່ນໍາໃຊ້ເຂົ້າໃນການວາງແຜນ. ກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນໃນຄັ້ງນີ້ ຈະເສີມສ້າງບົດບາດດັ່ງກ່າວ ໂດຍການຮັບປະກັນວ່າ ຊຸມຊົນສາມາດສືບຕໍ່ຮັກສາລະບົບ, ຕີຄວາມໝາຍຂອງການປ່ຽນແປງທາງດ້ານນິເວດວິທະຍາ, ແລະ ສະໜັບສະໜູນການພັດທະນາທີ່ມີພູມຕ້ານທານຕໍ່ການປ່ຽນແປງດິນຟ້າອາກາດໃນໄລຍະຍາວ.”
ໃນລະຫວ່າງການນໍາສະເໜີທາງດ້ານວິຊາການ, ທ່ານ ພູເພັດ ຈິດຕະພອນ, ຜູ້ບໍລິຫານຖານຂໍ້ມູນ ແລະ ວິເຄາະໂຄງການ IWRM–EbA, ໄດ້ອະທິບາຍຂັ້ນຕອນລະອຽດທີ່ໄດ້ຈັດຕັ້ງປະຕິບັດເພື່ອສ້າງຕັ້ງຂະບວນການ CBM ແລະ ວິທີການທີ່ນຳໃຊ້ເພື່ອຝຶກອົບຮົມຄະນະກຳມະການຕິດຕາມກວດກາ. ທ່ານໄດ້ກ່າວວ່າ: “ຕັ້ງແຕ່ເລີ່ມຕົ້ນ, ວິທີການຂອງພວກເຮົາ ແມ່ນເພື່ອເຮັດໃຫ້ຂະບວນການຕິດຕາມກວດກາເປັນເລື່ອງງ່າຍດາຍ, ສາມາດນໍາໃຊ້ໄດ້ຕົວຈິງ ແລະ ຍືນຍົງສໍາລັບສະມາຊິກຊຸມຊົນ. ພວກເຮົາໄດ້ຝຶກອົບຮົມຜູ້ປະສານງານຂັ້ນບ້ານໃນການເກັບຕົວຢ່າງນ້ຳ, ການນໍາໃຊ້ເຄື່ອງມືອຸປະກອນ, ການສັງເກດການສະພາບປ່າໄມ້, ແລະ ການແກ້ໄຂບັນຫາພື້ນຖານ ເພື່ອໃຫ້ພວກເຂົາສາມາດດໍາເນີນການຕິດຕາມກວດກາເປັນປົກກະຕິໄດ້ຢ່າງໝັ້ນໃຈ ໂດຍບໍ່ຕ້ອງມີການຊ່ວຍເຫຼືອຈາກພາຍນອກ. ສິ່ງສໍາຄັນ, ຂໍ້ມູນທັງໝົດທີ່ພວກເຂົາເກັບກໍາ ໄດ້ຖືກປ້ອນເຂົ້າໃນຖານຂໍ້ມູນຜ່ານເວັບໄຊຕ໌ຂອງໂຄງການຂອງພວກເຮົາ, ເຊິ່ງຮັບປະກັນການເຂົ້າເຖິງ, ຄວາມຖືກຕ້ອງ, ແລະ ຄວາມໂປ່ງໃສໃນໄລຍະຍາວ. ລະບົບນີ້ ອະນຸຍາດໃຫ້ອົງການປົກຄອງທ້ອງຖິ່ນ ແລະ ທີມງານໂຄງການ ສາມາດຕິດຕາມການປ່ຽນແປງຂອງຊັບພະຍາກອນນໍ້າ, ສິ່ງແວດລ້ອມ ແລະ ເຊື່ອມໂຍງຂໍ້ມູນທີ່ສ້າງຂຶ້ນໂດຍຊຸມຊົນເຂົ້າໃນການວາງແຜນເຂດລຸ່ມນ້ຳທີ່ກວ້າງຂວາງກວ່າ.”
ທ່ານ ພູເພັດ ຜູ້ບໍລິຫານຖານຂໍ້ມູນ ແລະ ວິເຄາະໂຄງການ ຍັງໄດ້ເນັ້ນໜັກວ່າ ຖານຂໍ້ມູນຜ່ານເວັບໄຊຕ໌ ໄດ້ສະໜອງເວທີທີ່ມີໂຄງສ້າງເພື່ອເກັບຮັກສາຜົນການຕິດຕາມກວດກາ, ຊ່ວຍໃຫ້ສາມາດປຽບທຽບໃນໄລຍະເວລາ ແລະ ສະຖານທີ່ຕ່າງໆ ແລະ ສະໜັບສະໜູນການພັດທະນາຍຸດທະສາດການປັບຕົວໃນອະນາຄົດ. ທ່ານຍັງໄດ້ເນັ້ນໜັກວ່າ ການຄຸ້ມຄອງຂໍ້ມູນດີຈີຕອນຈະສືບຕໍ່ເປັນຊັບພະຍາກອນທີ່ມີຄຸນຄ່າສໍາລັບອົງການປົກຄອງເມືອງ ແລະ ແຂວງ ເຖິງແມ່ນວ່າໂຄງການຈະສິ້ນສຸດລົງແລ້ວກໍຕາມ.
ກອງປະຊຸມຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມປະມານ 60 ທ່ານ, ລວມມີຜູ້ຕາງໜ້າຈາກ ກກສ, ອົງການປົກຄອງແຂວງ ແລະ ເມືອງ, ຜູ້ຊ່ຽວຊານດ້ານວິຊາການຂອງ UNDP, ພະນັກງານໂຄງການ, ທີ່ປຶກສາ, ແລະ ສະມາຊິກຊຸມຊົນຈາກ 15 ບ້ານເປົ້າໝາຍ. ຕະຫຼອດການສົນທະນາ, ຜູ້ເຂົ້າຮ່ວມຈະນໍາສະເໜີຂໍ້ມູນທາງດ້ານນິເວດວິທະຍາເບື້ອງຕົ້ນ, ສະທ້ອນໃຫ້ເຫັນເຖິງສິ່ງທ້າທາຍທີ່ພົບໃນພາກສະໜາມ, ແລກປ່ຽນປະສົບການການດໍາເນີນງານ ແລະ ສໍາຫຼວດຫາວິທີການເສີມຂະຫຍາຍລະບົບຕິດຕາມກວດກາ. ການແລກປ່ຽນເຫຼົ່ານີ້ມີຈຸດປະສົງເພື່ອຊ່ວຍໃຫ້ຊຸມຊົນເຂົ້າໃຈແນວໂນ້ມທາງດ້ານນິເວດວິທະຍາໄດ້ດີຂຶ້ນ, ປັບປຸງຄວາມສອດຄ່ອງຂອງການລາຍງານຂໍ້ມູນ, ແລະ ເສີມສ້າງຄວາມສາມາດລວມໝູ່ໃນການຄຸ້ມຄອງຊັບພະຍາກອນນ້ຳ ແລະ ລະບົບນິເວດໃຫ້ມີປະສິດທິພາບຫຼາຍຂຶ້ນ.
ຫຼັງຈາກພາກວິຊາການ, ຜູ້ເຂົ້າຮ່ວມຈະໄດ້ໄປຢ້ຽມຢາມບ້ານໂນນສະຫວ່າງ, ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເພື່ອສາທິດພາກສະໜາມທີ່ນໍາພາໂດຍຜູ້ຊ່ຽວຊານດ້ານ IWRM ແລະ EbA ຂອງໂຄງການ. ການສາທິດຄັ້ງນີ້ຈະສະແດງໃຫ້ເຫັນຂັ້ນຕອນຕົວຈິງຂອງການເກັບຕົວຢ່າງນ້ຳ, ການນໍາໃຊ້ເຄື່ອງມືອຸປະກອນ, ການປະເມີນທາງດ້ານນິເວດວິທະຍາ, ແລະ ການບັນທຶກຂໍ້ມູນ. ອົງປະກອບພາກປະຕິບັດຕົວຈິງນີ້ ຖືກອອກແບບມາເພື່ອເສີມສ້າງທັກສະຂອງຜູ້ປະສານງານຂັ້ນບ້ານ, ຮັບປະກັນວ່າຂັ້ນຕອນການຕິດຕາມກວດກາໄດ້ຮັບການເຂົ້າໃຈຢ່າງດີ, ຖືກປະຕິບັດຢ່າງຖືກຕ້ອງ, ແລະ ນໍາໃຊ້ຢ່າງຕໍ່ເນື່ອງໃນທຸກຊຸມຊົນໃນເຂດລຸ່ມແມ່ນ້ຳ.
ຜູ້ຕາງໜ້າຊຸມຊົນທ່ານໜຶ່ງ ໄດ້ສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ວຽກງານຫຼັງຈາກໂຄງການສິ້ນສຸດລົງ, ໂດຍກ່າວວ່າ: “ເຖິງແມ່ນວ່າໂຄງການຈະສິ້ນສຸດລົງແລ້ວກໍຕາມ, ບ້ານຂອງພວກເຮົາຈະສືບຕໍ່ເບິ່ງແຍງ ແລະ ຮັກສາອຸປະກອນທັງໝົດທີ່ໄດ້ຮັບ. ດ້ວຍການສະໜັບສະໜູນທຶນປະຈໍາເດືອນທີ່ໄດ້ສ້າງຕັ້ງຂຶ້ນຜ່ານໂຄງການ, ພວກເຮົາໃຫ້ຄໍາໝັ້ນສັນຍາຢ່າງເຕັມທີ່ທີ່ຈະຮັກສາລະບົບຕິດຕາມກວດກາຮ່ວມຂອງຊຸມຊົນໃຫ້ເຄື່ອນໄຫວ ແລະ ຮັບປະກັນວ່າລະບົບນິເວດຂອງພວກເຮົາໄດ້ຮັບການປົກປ້ອງໃນໄລຍະຍາວ.”
ກອງປະຊຸມຝຶກອົບຮົມຄາດວ່າຈະຊ່ວຍເພີ່ມທະວີການຮ່ວມມື ແລະ ການຮຽນຮູ້ຮ່ວມກັນໃນບັນດາບ້ານ, ເສີມສ້າງຄວາມເປັນເຈົ້າຂອງຂອງຊຸມຊົນຕໍ່ຄວາມພະຍາຍາມໃນການຕິດຕາມກວດກາ, ແລະ ຮັບປະກັນວ່າຂໍ້ມູນທາງດ້ານນິເວດວິທະຍາສືບຕໍ່ເປັນຂໍ້ມູນປະກອບການວາງແຜນ ແລະ ການຕັດສິນໃຈໃນເຂດອ່າງຮັບນໍ້າເຊບັ້ງຫຽງ. ດ້ວຍການສະໜັບສະໜູນຊຸມຊົນໃນການສ້າງ ແລະ ຄຸ້ມຄອງຂໍ້ມູນສິ່ງແວດລ້ອມທີ່ຖືກຕ້ອງ, ກິດຈະກໍານີ້ປະກອບສ່ວນໂດຍກົງເຂົ້າໃນການປັບປຸງຄວາມສາມາດຕ້ານທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຮັກສາຜົນກະທົບໃນໄລຍະຍາວຂອງການແຊກແຊງຂອງໂຄງການ IWRM–EbA.