ຮູບພາບ
ພາສາ
Language 1
ພາກພື້ນ
Region 1
ເຂດຈຸດສຸມ
Focal Area 1
ວັນທີ
ເນື້ອຫາຫຍໍ້
ແຂວງສະຫວັນນະເຂດ, ສປປ ລາວ – ວັນທີ 8 ກັນຍາ 2025: ກົມຊັບພະຍາກອນນ້ຳ (ກຊນ), ໂດຍການຮ່ວມມືກັບ ສູນພາກພື້ນຣາມຊາ ອາຊີຕາເວັນອອກ (RRC-EA) ແລະ ອົງການ UNDP, ຈະຈັດກອງປະຊຸມຝຶກອົບຮົມລະດັບຊາດ ກ່ຽວກັບການຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳ ໂດຍອີງໃສ່ການປັບຕົວເຂົ້າກັບການປ່ຽນແປງສະພາບພູມອາກາດ ໂດຍອີງໃສ່ລະບົບນິເວດ (EbA) ຂຶ້ນໃນລະຫວ່າງວັນທີ 10–12 ກັນຍາ ນີ້ ທີ່ແຂວງສະຫວັນນະເຂດ. ການຝຶກອົບຮົມດັ່ງກ່າວ ແມ່ນສ່ວນໜຶ່ງຂອງໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບພູມອາກາດ ໂດຍອີງໃສ່ລະບົບນິເວດ (IWRM-EbA) ທີ່ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສຳລັບປະເທດດ້ອຍພັດທະນາ (LDCF) ພາຍໃຕ້ການຄຸ້ມຄອງຂອງ GEF, ເຊິ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການຮັບມືກັບຄວາມສ່ຽງຈາກສະພາບພູມອາກາດ ຢູ່ເຂດອ່າງຮັບນ້ຳເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ ໂດຍຜ່ານການຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳແບບຍືນຍົງ. ຄາດວ່າມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ທ່ານ — ລວມມີ ຜູ້ຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳ, ພະນັກງານວິຊາການຈາກພາກສ່ວນລັດ, ນັກວິຊາການ ແລະ ອົງການຈັດຕັ້ງສາກົນ — ເຊິ່ງຈະໄດ້ເຂົ້າຮ່ວມທັງພາກທິດສະດີໃນຫ້ອງຝຶກອົບຮົມ, ການລົງພາກສະໜາມຕົວຈິງຢູ່ເຂດຣາມຊາເຊຈຳພອນ ແລະ ການຝຶກປະຕິບັດການນຳໃຊ້ເຄື່ອງມືຕ່າງໆ ເຊັ່ນ: RAWES, R-METT ແລະ WETVAT. ການຝຶກອົບຮົມໃນຄັ້ງນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ຕໍ່ກັບການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ, ການອະນຸລັກຊີວະນາໆພັນ ແລະ ການສ້າງຂີດຄວາມສາມາດໃນການຮັບມືກັບສະພາບພູມອາກາດ.
ແບ່ງປັນ:
ກອງປະຊຸມຝຶກອົບຮົມລະດັບຊາດ ກ່ຽວກັບການຄຸ້ມຄອງພື້ນທີ່ດິນບໍເວນນ້ຳ ໂດຍອີງໃສ່ລະບົບນິເວດ ຈັດຂຶ້ນ ທີ່ແຂວງສະຫວັນນະເຂດ
ເນື້ອຫາທັງໝົດ
ແຂວງສະຫວັນນະເຂດ, ສປປ ລາວ – ວັນທີ 8 ກັນຍາ 2025
ກົມຊັບພະຍາກອນນ້ຳ (ກຊນ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂດຍການຮ່ວມມືກັບ ສູນພາກພື້ນຣາມຊາ ອາຊີຕາເວັນອອກ (RRC-EA) ແລະ ໂດຍການສະໜັບສະໜູນຈາກ ອົງການ ສປຊ ເພື່ອການພັດທະນາ (UNDP), ຈະຈັດກອງປະຊຸມຝຶກອົບຮົມລະດັບຊາດ ກ່ຽວກັບການຄຸ້ມຄອງພື້ນທີ່ດິນບໍເວນນ້ຳ ໂດຍອີງໃສ່ການປັບຕົວເຂົ້າກັບການປ່ຽນແປງສະພາບພູມອາກາດ ໂດຍອີງໃສ່ລະບົບນິເວດ (EbA) ຂຶ້ນທີ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 10–12 ກັນຍາ 2025.
ການຝຶກອົບຮົມຄັ້ງນີ້ ແມ່ນສ່ວນໜຶ່ງຂອງໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA), ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສຳລັບປະເທດດ້ອຍພັດທະນາ (LDCF) ຂອງກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດໂດຍ ອົງການ UNDP ຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ. ໂຄງການມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນເຂດອ່າງຮັບນ້ຳເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ ໃນການຮັບມືກັບຄວາມສ່ຽງຈາກສະພາບພູມອາກາດ ເຊັ່ນ: ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໂດຍການເຊື່ອມສານວິທີການທີ່ອີງໃສ່ລະບົບນິເວດເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳ. ຄາດວ່າມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ທ່ານ, ລວມມີ ຜູ້ຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳ, ພະນັກງານວິຊາການ ຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ນັກວິຊາການ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ເຊັ່ນ: IUCN, WCS, IWMI ແລະ UNDP.
ວາລະການຝຶກອົບຮົມຈະປະກອບມີທັງພາກທິດສະດີໃນຫ້ອງ, ການສົນທະນາກຸ່ມ ແລະ ການລົງພາກສະໜາມຕົວຈິງຢູ່ເຂດຣາມຊາເຊຈຳພອນ ເມືອງຈຳພອນ ເຊິ່ງເປັນພື້ນທີ່ດິນບໍລິເວນນ້ຳທີ່ມີຄວາມສຳຄັນໃນລະດັບສາກົນ. ຜູ້ເຂົ້າຮ່ວມຈະໄດ້ຝຶກນຳໃຊ້ເຄື່ອງມືຕ່າງໆ ເຊັ່ນ: ການປະເມີນລະບົບນິເວດພື້ນທີ່ດິນບໍລິເວນນ້ຳແບບໄວ (RAWES), ເຄື່ອງມືຕິດຕາມປະສິດທິພາບການຄຸ້ມຄອງເຂດຣາມຊາ (R-METT) ແລະ ເຄື່ອງມືປະເມີນຄວາມອ່ອນໄຫວຂອງພື້ນທີ່ດິນບໍລິເວນນ້ຳ (WETVAT) ເພື່ອເສີມສ້າງວຽກງານການຕິດຕາມກວດກາ ແລະ ການວາງແຜນອະນຸລັກພື້ນທີ່ດິນບໍລິເວນນ້ຳໃຫ້ເຂັ້ມແຂງຂຶ້ນ.
ບັນດາຜູ້ຊ່ຽວຊານຈາກໂຄງການ IWRM-EbA ຈະມີບົດບາດສຳຄັນໃນການຝຶກອົບຮົມຄັ້ງນີ້, ໂດຍ ທ່ານ Dr. Deependra Joshi, ທີ່ປຶກສາທາງດ້ານເຕັກນິກອາວຸໂສ ຈະແລກປ່ຽນບົດຮຽນກ່ຽວກັບການເຊື່ອມໂຍງການຄຸ້ມຄອງນ້ຳ ແລະ ພື້ນທີ່ດິນບໍລິເວນນ້ຳໃນອ່າງຮັບນ້ຳເຊບັ້ງຫຽງ, ໃນຂະນະທີ່ ທ່ານ ພີ້ງສະຫຼຽວ ສີທ່ຽງທຳ, ຜູ້ປະສານງານໂຄງການ ຈະເປັນຜູ້ນຳພາການຝຶກປະຕິບັດເຕັກນິກການນຳໃຊ້ວິທີການ RAWES ທັງໃນຫ້ອງຝຶກອົບຮົມ ແລະ ໃນໄລຍະລົງພາກສະໜາມ.
ທ່ານ ສິງທອງ ພັນທະມາລາ, ຫົວໜ້າພະແນກຄຸ້ມຄອງອ່າງຮັບນ້ຳ ແລະ ວາງແຜນພັດທະນາ, ກົມຊັບພະຍາກອນນ້ຳ ໄດ້ກ່າວວ່າ: “ການຝຶກອົບຮົມຄັ້ງນີ້ ຈະຊ່ວຍຍົກສູງການອະນຸລັກ ແລະ ຄຸ້ມຄອງພື້ນທີ່ດິນບໍເວນນ້ຳໃນ ສປປ ລາວ ພ້ອມທັງສົ່ງເສີມຄວາມເຂັ້ມແຂງຂອງຊຸມຊົນຕໍ່ຜົນກະທົບຈາກການປ່ຽນແປງສະພາບພູມອາກາດ. ຜ່ານການສ້າງຂີດຄວາມສາມາດທາງດ້ານເຕັກນິກ ແລະ ການສົ່ງເສີມການຮ່ວມມື, ພວກເຮົາກຳລັງສ້າງເຄືອຂ່າຍ ຜູ້ຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳ ທີ່ເຂັ້ມແຂງ ເພື່ອປົກປັກຮັກສາລະບົບນິເວດທີ່ສຳຄັນເຫຼົ່ານີ້.”
ພື້ນທີ່ດິນບໍລິເວນນ້ຳ ເຊັ່ນ ເຂດຣາມຊາເຊຈຳພອນ ມີຄວາມສຳຄັນຢ່າງຍິ່ງຕໍ່ຊີວະນາໆພັນ, ການຄວບຄຸມລະບົບນ້ຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ເຖິງຢ່າງໃດກໍຕາມ, ແຮງກົດດັນຈາກການປ່ຽນແປງການນຳໃຊ້ທີ່ດິນ, ການນຳໃຊ້ຊັບພະຍາກອນທີ່ບໍ່ຍືນຍົງ ແລະ ການຜັນແປຂອງສະພາບພູມອາກາດ ຍັງຄົງເປັນສິ່ງທ້າທາຍທີ່ສຳຄັນ. ການຝຶກອົບຮົມໃນຄັ້ງນີ້ ຈະນຳສະເໜີວິທີການແກ້ໄຂບັນຫາຕົວຈິງ ແລະ ສົ່ງເສີມການຮ່ວມມືລະຫວ່າງພາກສ່ວນກ່ຽວຂ້ອງເພື່ອແກ້ໄຂບັນຫາດັ່ງກ່າວ.
ກິດຈະກຳນີ້ ແມ່ນການສືບຕໍ່ຜົນສຳເລັດຈາກກິດຈະກຳຕ່າງໆຂອງໂຄງການ IWRM-EbA ຜ່ານມາ ຢູ່ແຂວງສະຫວັນນະເຂດ ແລະ ຫຼວງພະບາງ ແລະ ທັງສ່ອງແສງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການຊຸກຍູ້ການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ວິທີການແກ້ໄຂບັນຫາທີ່ອີງໃສ່ທຳມະຊາດ ໃຫ້ສອດຄ່ອງກັບສົນທິສັນຍາຣາມຊາ ວ່າດ້ວຍພື້ນທີ່ດິນບໍລິເວນນ້ຳ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີມາແຕ່ປີ 2010.
ສອບຖາມຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: ທ່ານ ພູເພັດ ຈິດຕະພອນ ພະນັກງານຖານຂໍ້ມູນ ແລະ ຂ່າວສານ, ໂຄງການ IWRM-EbA ກົມຊັບພະຍາກອນນ້ຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ອີເມວ: [email protected] | ໂທ: +856 20 5856 2532