ຂ້າມໄປຫາເນື້ອໃນຕົ້ນຕໍ
ຮູບພາບ
PBMSVK2025
ພາສາ
Language 1
ພາກພື້ນ
Region 1
ເຂດຈຸດສຸມ
Focal Area 1
ວັນທີ
ເນື້ອຫາຫຍໍ້
ແຂວງສະຫວັນນະເຂດ, ວັນທີ 04 ກໍລະກົດ 2025 ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມ​ສານ ແລະ ການປັບຕົວ​ບົນ​ພື້ນ​ຖານລະບົບນິເວດ (IWRM-EbA) ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ​ປະ​ຈຳ​ໄຕ​ມາດ ປີ 2025 ຂຶ້ນທີ່ແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍກວ່າ 60 ທ່ານ ຈາກພາກສ່ວນລັດຖະບານ, ອົງການ UNDP ແລະ ຄູ່ຮ່ວມງານພັດທະນາ. ກອງປະຊຸມໄດ້ມີການທົບທວນຄືນຄວາມຄືບໜ້າຂອງວຽກງານການຄຸ້ມຄອງແຫຼ່ງນ້ຳ ແລະ ທີ່ດິນ ໃຫ້ມີຄວາມເຂັ້ມແຂງໃນການຮັບມືກັບສະພາບພູມອາກາດ, ພ້ອມທັງປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆ ແລະ ກຳນົດທິດທາງບູລິມະສິດສຳລັບແຜນວຽກໃນ 6 ເດືອນທ້າຍປີ 2025.
ຈຸດເດັ່ນຂອງກອງປະຊຸມໃນຄັ້ງນີ້ ລວມມີການລາຍງານຄວາມຄືບໜ້າກ່ຽວກັບການຟື້ນຟູລະບົບນິເວດ, ການສ້າງຂີດຄວາມສາມາດໃຫ້ແກ່ທ້ອງຖິ່ນ ແລະ ການກໍ່ສ້າງໂຄງລ່າງພື້ນຖານຂະໜາດນ້ອຍເພື່ອຮັບມືກັບສະພາບພູມອາກາດ. ພາຍໃນງານຍັງໄດ້ຮັບຟັງການກ່າວເປີດກອງປະຊຸມຈາກບັນດາການນຳຂັ້ນສູງ, ມີພິທີມອບ-ຮັບອຸປະກອນຢ່າງເປັນທາງການ ແລະ ການລົງພາກສະໜາມເພື່ອຢ້ຽມຢາມກິດຈະກຳທີ່ຊຸມຊົນມີສ່ວນຮ່ວມ. ກິດຈະກຳທັງໝົດນີ້ ແມ່ນການຢັ້ງຢືນຄືນອີກຄັ້ງເຖິງຄວາມມຸ່ງໝັ້ນຂອງໂຄງການ ໃນການສົ່ງເສີມການພັດທະນາແບບຍືນຍົງ, ປັບຕົວໄດ້ ແລະ ທຸກພາກສ່ວນມີສ່ວນຮ່ວມ ຢູ່ ສປປ ລາວ.
ແບ່ງປັນ:

ກອງປະຊຸມຄະນະຊີ້ນຳໂຄງການ IWRM-EbA ຄັ້ງທີ 5 ເພື່ອສ້າງຄວາມເຂັ້ມແຂງໃນການຮັບມືກັບສະພາບພູມອາກາດ ຢູ່ ສປປ ລາວ

ເນື້ອຫາທັງໝົດ
ພະແນກ​ກະ​ສິ​ກຳແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ, ວັນທີ 04 ກໍລະກົດ 2025
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບ​ເຊ​ື່ອມ​ສານ ແລະ ການປັບຕົວ​ບົນ​ພື້ນ​ຖານລະບົບນິເວດ (IWRM-EbA) ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການປະ​ຈຳ​ໄຕ​ມາດ ຂຶ້ນທີ່ແຂວງສະຫວັນນະເຂດ ໃນມື້ນີ້. ກອງປະຊຸມຈັດຕັ້ງໂດຍ ກົມຊັບພະຍາກອນນ້ຳ (ກຊນ), ກະຊວງກະ​ສິ​ກຳ ແລະ ສິ່ງແວດລ້ອມ, ໂດຍການຮ່ວມມືກັບ ອົງການ ສປຊ ເພື່ອການພັດທະນາ (UNDP), ເຊິ່ງໄດ້ເຕົ້າໂຮມເອົາຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ ຈາກບັນດາຂັ້ນສູນກາງ, ອຳນາດການປົກຄອງທ້ອງຖິ່ນ, ຄູ່ຮ່ວມງານພັດທະນາ ແລະ ພະນັກງານວິຊາການ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄວາມຄືບໜ້າຂອງໂຄງການ, ປຶກສາຫາລືກ່ຽວກັບສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ແລະ ກຳນົດທິດທາງບູລິມະສິດສຳລັບໄລຍະທ້າຍປີ.

ກອງປະຊຸມໄດ້ຮັບກຽດກ່າວເປີດໂດຍບັນດາທ່ານຜູ້ຕາງໜ້າຂັ້ນສູງ ລວມມີ: ທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານຮອງເຈົ້າແຂວງຫຼວງພະບາງ, ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກະຊວງກະ​ສິ​ກຳ ແລະ ສິ່ງແວດລ້ອມ, ແລະ ທ່ານ ນາງ ມາດຕິນ ເທີເຣີ (Ms. Martine Therer), ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ. ຄຳປາໄສຂອງບັນດາທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມ​ສານ, ການປັບຕົວ​ບົນ​ພື້ນ​ຖານລະບົບນິເວດ ແລະ ຄຸນຄ່າຂອງການປະສານງານລະຫວ່າງຂະແໜງການ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງປະເທດ. ບັນດາທ່ານຍັງໄດ້ຢ້ຳວ່າ ວິທີການແບບ​ເຊື່ອ​ມ​ສານແມ່ນມີຄວາມຈຳເປັນຢ່າງຍິ່ງ ໃນການຮັບມືກັບຄວາມສ່ຽງທີ່ເພີ່ມຂຶ້ນຈາກການປ່ຽນແປງສະພາບພູມອາກາດ, ໂດຍສະເພາະໃນເຂດທີ່ອ່ອນໄຫວ ເຊັ່ນ: ເຂດອ່າງຮັບນ້ຳເຊບັ້ງຫຽງ ແລະ ​ຕົວ​ເມືອງຫຼວງພະບາງ.

ໃນຄຳປາໄສເປີດກອງປະຊຸມ, ທ່ານ ຈັນທະເນດ ບົວລະພາ ໄດ້ຊົມເຊີຍຕໍ່ຜົນສຳເລັດຂອງໂຄງການ ແລະ ທົບ​ທວນຄືນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການຍົກສູງການຄຸ້ມຄອງຊັບພະຍາກອນທຳມະຊາດ ໃນບໍລິບົດຂອງການປ່ຽນແປງສະພາບພູມອາກາດ ໂດຍທ່ານໄດ້ກ່າວວ່າ: “ໂຄງການ IWRM-EbA ແມ່ນສອດຄ່ອງກັບບູລິມະສິດແຫ່ງຊາດ ແລະ ຊ່ວຍສ້າງພື້ນຖານອັນເຂັ້ມແຂງໃຫ້ແກ່ການຄຸ້ມຄອງແຫຼ່ງນ້ຳ ແລະ ທີ່ດິນແບບຍືນຍົງ ໃນເຂດທີ່ອ່ອນໄຫວທີ່ສຸດຂອງພວກເຮົາ. ພວກເຮົາຕ້ອງສືບຕໍ່ຮ່ວມມືກັນ ເພື່ອຮັບປະກັນວ່າໝາກຜົນຈາກຄວາມພະຍາຍາມເຫຼົ່ານີ້ຈະສົ່ງຜົນປະໂຫຍດໄປເຖິງຊຸມຊົນຂອງພວກເຮົາ.”

ທ່ານນາງ ມາດຕິນ ເທີເຣີ, ຜູ້ຕາງໜ້າອົງການ UNDP ໄດ້ກ່າວເນັ້ນເຖິງສາຍພົວພັນຄູ່ຮ່ວມມືອັນແໜ້ນແຟ້ນລະຫວ່າງ ກະຊວງກະ​ສິ​ກຳ ແລະ ສິ່ງແວດລ້ອມ ແລະ ອົງການ UNDP ພ້ອມທັງຢ້ຳເຖິງບົດບາດຂອງວິທີການແກ້ໄຂບັນຫາແບບ​ເຊື່ອມ​ສານ ທີ່ອີງໃສ່ລະບົບນິເວດວ່າ: “ນ້ຳຄືຫົວໃຈຂອງການພັດທະນາແບບຍືນຍົງ. ຜ່ານໂຄງການນີ້, ພວກເຮົາໄດ້ເຫັນວ່າການວາງແຜນທີ່ອີງໃສ່ຂໍ້ມູນຕົວຈິງ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຟື້ນຟູລະບົບນິເວດ ສາມາດຮ່ວມກັນແກ້ໄຂທັງສິ່ງທ້າທາຍດ້ານການພັດທະນາ ແລະ ດ້ານສິ່ງແວດລ້ອມ.” ທ່ານຍັງໄດ້ກ່າວຕື່ມວ່າ ການປັບຕົວ ແລະ ການຮັບມືກັບສະພາບພູມອາກາດ ບໍ່ແມ່ນພຽງແຕ່ເປົ້າໝາຍທີ່ເປັນນາມມະທຳ, ແຕ່ແມ່ນຄວາມຈຳເປັນຕົວຈິງ ທີ່ຕ້ອງການວິທີການທີ່ກວມລວມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ.

ຕາມການນຳສະເໜີຂອງ ທ່ານນາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງຫຼວງພະບາງ ໄດ້ກ່າວວ່າ: “ໂຄງການ IWRM-EbA ໄດ້ຖືກຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບນະໂຍບາຍ ແລະ ຍຸດທະສາດການຄຸ້ມຄອງຊັບພະຍາກອນນ້ຳແຫ່ງຊາດ. ນອກຈາກນີ້ ຍັງຊ່ວຍສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ໃນລະດັບແຂວງ, ນະຄອນ ແລະ ຂະແໜງການ. ໂຄງການໄດ້ປະກອບສ່ວນເຂົ້າໃນການສົ່ງເສີມ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍ, ຍຸດທະສາດ, ແຜນການ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ແນໃສ່ຮັບປະກັນການນຳໃຊ້ຊັບພະຍາກອນນ້ຳຢ່າງຍືນຍົງ, ພຽງພໍ ແລະ ມີປະສິດທິຜົນ. ຄວາມພະຍາຍາມເຫຼົ່ານີ້ ແມ່ນເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຊ່ວຍຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ-ສັງຄົມ ທີ່ອາດເກີດຂຶ້ນໃນອະນາຄົດ.”

ໂຄງການ IWRM-EbA ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດເພື່ອຍົກສູງການຮັບມືກັບສະພາບພູມອາກາດຂອງຊຸມຊົນ ຜ່ານການຄຸ້ມຄອງທີ່ດິນ ແລະ ແຫຼ່ງນ້ຳແບບ​ເຊື່ອມ​ສານ ມີບາດກ້າວຂະຫຍາຍຕົວທີ່ສຳຄັນ. ໃນລະຫວ່າງກອງປະຊຸມ, ຜູ້ຈັດການໂຄງການໄດ້ນຳສະເໜີບົດລາຍງານລະອຽດກ່ຽວກັບຜົນສຳເລັດໃນໄລຍະ 6 ເດືອນຕົ້ນປີ 2025 ເຊິ່ງລວມມີ: ຄວາມຄືບໜ້າຂອງການຟື້ນຟູລະບົບນິເວດ, ການສ້າງຂີດຄວາມສາມາດໃຫ້ອຳນາດການປົກຄອງທ້ອງຖິ່ນ, ການສ້າງແຜນຄຸ້ມຄອງນ້ຳ ແລະ ການກໍ່ສ້າງໂຄງລ່າງພື້ນຖານຂະໜາດນ້ອຍເພື່ອຮັບມືກັບສະພາບພູມອາກາດ. ພ້ອມນັ້ນ ຍັງໄດ້ລາຍງານຄວາມຄືບໜ້າດ້ານການເງິນ ແລະ ການຈັດຊື້-ຈັດຈ້າງ ເຊິ່ງສະແດງໃຫ້ເຫັນເຖິງຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ.

ທີມງານໂຄງການຂັ້ນແຂວງ ຈາກສະຫວັນນະເຂດ ແລະ ຫຼວງພະບາງ ກໍໄດ້ນຳສະເໜີກິດຈະກຳໃນລະດັບທ້ອງຖິ່ນ ແລະ ການສ້າງການມີສ່ວນຮ່ວມຂອງຊຸມຊົນ. ນອກຈາກນີ້, ຕາງຫນ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ, ຜູ້ວິເຄາະໂຄງການ ທ່ານ ຕ້ອມ ໄຊສົງຄາມ ໄດ້ນຳສະເໜີກ່ຽວກັບວຽກງານການຮັບປະກັນຄຸນນະພາບ ໂດຍເນັ້ນໃສ່ກົນໄກການຕິດຕາມກວດກາ ແລະ ຍຸດທະສາດການຄຸ້ມຄອງແບບປັບຕົວ ເພື່ອຮັບປະກັນຄວາມຍືນຍົງຂອງໂຄງການໃນໄລຍະຍາວ.

ໃນພິທີຍັງໄດ້ມີການມອບ-ຮັບອຸປະກອນຢ່າງເປັນທາງການ ເພື່ອເປັນການສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂອງທີມງານຂັ້ນແຂວງ ແລະ ເມືອງ. ໃນຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ລົງຢ້ຽມຢາມບ້ານເພຍກ່າ ແລະ ບ້ານດົງເມືອງ ເມືອງຈຳພອນ ເພື່ອຕິດຕາມກິດຈະກຳພາກສະໜາມ ແລະ ສົນທະນາຮ່ວມກັບປະຊາຊົນຜູ້ທີ່ໄດ້ຮັບຜົນປະໂຫຍກໂດຍກົງ. ການລົງພື້ນທີ່ຕົວຈິງໃນຄັ້ງນີ້ ໄດ້ເປີດໂອກາດໃຫ້ມີການແລກປ່ຽນຄຳຄິດເຫັນ ແລະ ສ່ອງແສງໃຫ້ເຫັນເຖິງການເຊື່ອມໂຍງລະຫວ່າງການກຳນົດນະໂຍບາຍ ແລະ ສະພາບຄວາມເປັນຈິງໃນພາກສະໜາມ.

ທ່ານ ສິງທອງ ພັນທະມາລາ, ຜູ້ຈັດການໂຄງການ ຈາກກົມຊັບພະຍາກອນນ້ຳ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຈາກຄູ່ຮ່ວມງານທັງພາຍໃນ ແລະ ສາກົນ. ທ່ານໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງໂຄງການ ໃນການສ້າງຄວາມເຂັ້ມແຂງດ້ານການປະສານງານ, ການຮັບມືກັບຄວາມສ່ຽງໃໝ່ໆ ແລະ ການສ້າງຜົນສຳເລັດທີ່ເປັນຮູບປະທຳ. ຜູ້ຕາງໜ້າຈາກ UNDP ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນໃນວິທີການແກ້ໄຂບັນຫາທີ່ອີງໃສ່ທຳມະຊາດ ແລະ ການຄຸ້ມຄອງທີ່ທຸກພາກສ່ວນມີສ່ວນຮ່ວມ ເພື່ອແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມທີ່ຊັບຊ້ອນ.

ໃນຂະນະທີ່ໂຄງການກ້າວເຂົ້າສູ່ໄລຍະ 6 ເດືອນທ້າຍປີ 2025, ຄຳແນະນຳ ແລະ ຂໍ້ສະເໜີແນະຍຸດທະສາດຈາກຄະນະຊີ້ນຳໂຄງການ ຈະຊ່ວຍໃນການປັບປຸງການຈັດຕັ້ງປະຕິບັດໃຫ້ດີຂຶ້ນ. ທິດທາງທີ່ສຳຄັນລວມມີການຮັດແໜ້ນການປະສານງານລະຫວ່າງພາກສ່ວນຈັດຕັ້ງປະຕິບັດ, ການນຳໃຊ້ມາດຕະການຫຼຸດຜ່ອນຄວາມສ່ຽງ ແລະ ການປັບປຸງແຜນວຽກ ແລະ ງົບປະມານ ເພື່ອເພີ່ມປະສິດທິຜົນ. ກອງປະຊຸມຄະນະຊີ້ນຳໂຄງການໃນຄັ້ງນີ້ ໄດ້ຢັ້ງຢືນເຖິງວິໄສທັດຮ່ວມກັນຂອງທຸກພາກສ່ວນ ໃນການກ້າວໄປສູ່ອະນາຄົດທີ່ເຂັ້ມແຂງ, ສະເໝີພາບ ແລະ ສາມາດປັບຕົວເຂົ້າກັບສະພາບພູມອາກາດ ຂອງ ສປປ ລາວ ຢ່າງຍືນຍົງ.

ສອບຖາມຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: ທ່ານ ພູເພັດ ຈິດຕະພອນ ພະນັກງານຖານຂໍ້ມູນ ແລະ ຂ່າວສານ, ໂຄງການ IWRM-EbA ກົມຊັບພະຍາກອນນ້ຳ, ກະຊວງ​ກະ​ສິ​ກຳ ແລະ ສິ່ງແວດລ້ອມ ອີເມວ: [email protected] | ໂທ: +856 20 5856 2532