ຂ້າມໄປຫາເນື້ອໃນຕົ້ນຕໍ
ຮູບພາບ
SP0
ພາສາ
Language 1
ພາກພື້ນ
Region 1
ເຂດຈຸດສຸມ
Focal Area 1
ວັນທີ
ເນື້ອຫາຫຍໍ້
ແຂວງສະຫວັນນະເຂດ, ສປປ ລາວ – ວັນທີ 28–29 ພຶດສະພາ 2025: ກະຊວງກະ​ສິ​ກຳ ແລະ ສິ່ງແວດລ້ອມ, ໂດຍຜ່ານກົມຊັບພະຍາກອນນ້ຳ, ພາຍໃຕ້ການຮ່ວມມືກັບ ອົງການ UNDP, ໄດ້ຈັດພິທີມອບ-ຮັບລະບົບເຄື່ອງສູບນ້ຳພະລັງງານແສງອາທິດ ໃຫ້ແກ່ຊຸມຊົນຢູ່ບ້ານເພຍກ່າ ແລະ ບ້ານນາຈານໃຫຍ່ ຢ່າງເປັນທາງການ. ລະບົບດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດພາຍໃຕ້ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບ​ເຊື່ອມ​ສານ ແລະ ການປັບຕົວ​ບົນ​ພື້ນ​ຖານລະບົບນິເວດ (IWRM-EbA) ທີ່ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF), ເຊິ່ງມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃນການຮັບມືກັບສະພາບພູມອາກາດ ແລະ ສ້າງຄວາມໝັ້ນຄົງດ້ານແຫຼ່ງນ້ຳ ໃນເຂດທີ່ມັກປະສົບກັບໄພແຫ້ງແລ້ງ. ພິທີມອບ-ຮັບໃນຄັ້ງນີ້ ມີຜູ້ມີສ່ວນຮ່ວມເຂົ້າຮ່ວມທັງໝົດ 129 ທ່ານ, ເຊິ່ງຖືເປັນບາດກ້າວອັນສຳຄັນໃນການສົ່ງເສີມບົດບາດໃຫ້ແກ່ຊຸມຊົນທ້ອງຖິ່ນ ໂດຍການນຳໃຊ້ວິທີການແກ້ໄຂບັນຫາດ້ານນ້ຳແບບຍືນຍົງ ເພື່ອສະໜັບສະໜູນການຜະລິດກະສິກຳ, ການລ້ຽງສັດ ແລະ ການຊົມໃຊ້ພາຍໃນຄົວເຮືອນ—ໂດຍສະເພາະແມ່ນໃນໄລຍະລະດູແລ້ງ.
ແບ່ງປັນ:

ອົງການ UNDP ມອບ-ຮັບເຄື່ອງສູບນ້ຳພະລັງງານແສງອາທິດ ເພື່ອເສີມສ້າງຄວາມເຂັ້ມແຂງໃນການຮັບມືກັບສະພາບພູມອາກາດ ຢູ່ເມືອງຈຳພອນ ແລະ ເມືອງຊົນນະບູລີ

ເນື້ອຫາທັງໝົດ
ແຂວງສະຫວັນນະເຂດ, ສປປ ລາວ – ເພື່ອເສີມສ້າງຄວາມເຂັ້ມແຂງໃນການຮັບມືກັບສະພາບພູມອາກາດ ແລະ ຍົກສູງຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ກະຊວງກະ​ສິ​ກຳ ແລະ ສິ່ງແວດລ້ອມ, ໂດຍຜ່ານກົມຊັບພະຍາກອນນ້ຳ, ພາຍໃຕ້ການຮ່ວມມືກັບ ອົງການ ສປຊ ເພື່ອການພັດທະນາ (UNDP), ໄດ້ຈັດພິທີມອບ-ຮັບລະບົບເຄື່ອງສູບນ້ຳພະລັງງານແສງອາທິດ ໃຫ້ແກ່ຊຸມຊົນຢູ່ບ້ານເພຍກ່າ (ເມືອງຈຳພອນ) ແລະ ບ້ານນາຈານໃຫຍ່ (ເມືອງຊົນນະບູລີ) ໃນລະຫວ່າງວັນທີ 28–29 ພຶດສະພາ 2025 ທີ່ຜ່ານມາ.

ພິທີມອບ-ຮັບ ໂດຍການເປັນປະທານຂອງ ທ່ານ ຫົວໜ້າກົມຊັບພະຍາກອນນ້ຳ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 129 ທ່ານ, ລວມມີ ທ່ານເຈົ້າເມືອງ, ອຳນາດການປົກຄອງແຂວງ, ຜູ້ນຳຊຸມຊົນທ້ອງຖິ່ນ, ພະນັກງານວິຊາການ ແລະ ຜູ້ຕາງໜ້າຈາກອົງການ UNDP. ກິດຈະກຳນີ້ຖືເປັນບາດກ້າວອັນສຳຄັນຂອງໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມ​ສານ ແລະ ການປັບຕົວ​ບົນ​ພື້ນ​ຖານລະບົບນິເວດ (IWRM-EbA) ທີ່ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດໂດຍ ອົງການ UNDP ໃນເຂດທີ່ສ່ຽງຕໍ່ໄພພິບັດຂອງອ່າງຮັບນ້ຳເຊບັ້ງຫຽງ.

ທ່ານ ອຸດົມສັກ ພິລາວົງ, ຫົວໜ້າກົມຊັບພະຍາກອນນ້ຳ ໄດ້ກ່າວວ່າ: “ພິທີໃນຄັ້ງນີ້ ບໍ່ແມ່ນພຽງແຕ່ເປັນສັນຍາລັກເທົ່ານັ້ນ, ແຕ່ແມ່ນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການປົກປັກຮັກສາຊີວິດການເປັນຢູ່, ເສີມສ້າງຂີດຄວາມສາມາດໃນການປັບຕົວ ແລະ ສົ່ງເສີມບົດບາດຂອງຊຸມຊົນ. ການມອບລະບົບເຄື່ອງສູບນ້ຳພະລັງງານແສງອາທິດ ແມ່ນການຊ່ວຍໃຫ້ຄອບຄົວປະຊາຊົນມີເຄື່ອງມືໃນການຜະລິດກະສິກຳ, ການລ້ຽງສັດ ແລະ ສ້າງຄວາມຢູ່ດີກິນດີໃຫ້ແກ່ຄອບຄົວ—ໂດຍສະເພາະແມ່ນໃນໄລຍະລະດູແລ້ງ.”

ບ້ານເປົ້າໝາຍທັງສອງແຫ່ງ ຄື ບ້ານເພຍ​ກ່າ ແລະ ບ້ານນາຈານໃຫຍ່ ແມ່ນໄດ້ຮັບການຄັດເລືອກຜ່ານການປະເມີນຄວາມອ່ອນໄຫວແບບມີສ່ວນຮ່ວມ ແລະ ການປຶກສາຫາລືກັບຜູ້ມີສ່ວນຮ່ວມ. ທັງສອງບ້ານລ້ວນແຕ່ປະສົບກັບບັນຫາການຂາດແຄນນ້ຳທີ່ເພີ່ມຂຶ້ນ, ໄພແຫ້ງແລ້ງຕາມລະດູການ ແລະ ຄວາມກົດດັນຈາກສະພາບພູມອາກາດຕໍ່ການກະສິກຳ. ລະບົບເຄື່ອງສູບນ້ຳພະລັງງານແສງອາທິດທີ່ຕິດຕັ້ງໃໝ່ນີ້ ມີຈຸດປະສົງເພື່ອແກ້ໄຂສິ່ງທ້າທາຍດັ່ງກ່າວ ໂດຍການສະໜອງນ້ຳທີ່ຍືນຍົງ ແລະ ຕົ້ນທຶນຕ່ຳ ສຳລັບການຊົມໃຊ້ພາຍໃນຄົວເຮືອນ, ການລ້ຽງສັດ ແລະ ການເຮັດສວນຂະໜາດນ້ອຍ. ເຊິ່ງແຕກຕ່າງຈາກຈັກສູບ​ກາ​ຊວນ​ແບບ​ດັ່ງ​ເດີມ ຫຼື ໄຟຟ້າທົ່ວໄປ, ເຄື່ອງສູບນ້ຳພະລັງງານແສງອາທິດ ແມ່ນນຳໃຊ້ພະລັງງານທົດແທນຈາກແສງຕາເວັນ, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຈັດຕັ້ງປະຕິບັດ ແລະ ຫຼຸດຜ່ອນການເພິ່ງພາເຊື້ອໄຟ, ເຊິ່ງສອດຄ່ອງກັບບູລິມະສິດແຫ່ງຊາດ ແລະ ສາກົນ ດ້ານວຽກງານສະພາບພູມອາກາດ ແລະ ການຫຼຸດຜ່ອນການປ່ອຍກາດກາກໂບນິກ.

ແຕ່ລະລະບົບໄດ້ຖືກອອກແບບໃຫ້ມີປະສິດທິພາບທາງດ້ານເຕັກນິກ ແລະ ເນັ້ນໃຫ້ຊຸມຊົນເປັນເຈົ້າການ. ໃນໄລຍະການຈັດຕັ້ງປະຕິບັດ, ກຸ່ມຄຸ້ມຄອງນ້ຳທ້ອງຖິ່ນໄດ້ຮັບການຝຶກອົບຮົມກ່ຽວກັບການຕິດຕັ້ງ, ການນຳໃຊ້ປະຈຳວັນ, ການແກ້ໄຂບັນຫາເບື້ອງຕົ້ນ ແລະ ການບຳລຸງຮັກສາ. ໃນປັດຈຸບັນ, ຊຸມຊົນມີຄວາມພ້ອມຢ່າງເຕັມສ່ວນໃນການເບິ່ງແຍງ ແລະ ບຳລຸງຮັກສາລະບົບດ້ວຍຕົນເອງ ເພື່ອຮັບປະກັນການນຳໃຊ້ທີ່ຍາວນານ. ພິທີມອບ-ຮັບໃນຄັ້ງນີ້ ໄດ້ສ່ອງແສງໃຫ້ເຫັນເຖິງການປະສານງານຢ່າງແໜ້ນແຟ້ນ ແລະ ການເປັນຄູ່ຮ່ວມມືທີ່ດີ ລະຫວ່າງ ກົມຊັບພະຍາກອນນ້ຳ, ອົງການ UNDP, ພະແນກກະ​ສິ​ກຳ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ, ຫ້ອງການກະສິກຳ ແລະ ​ສິ່ງ​ແວດ​ລ້ອມເມືອງ ແລະ ອຳນາດການປົກຄອງບ້ານ. ໃນງານດັ່ງກ່າວ, ບັນດາຜູ້ມີສ່ວນຮ່ວມທີ່ສຳຄັນ ລວມມີ ຜູ້ຕາງໜ້າຈາກອົງການ UNDP ແລະ ບັນດາທ່ານເຈົ້າເມືອງ ໄດ້ຂຶ້ນກ່າວຄຳປາໄສ ເຊິ່ງລ້ວນແຕ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມແຮງຮ່ວມໃຈກັນ ໃນການປັບຕົວເຂົ້າກັບຄວາມສ່ຽງຈາກສະພາບພູມອາກາດ.

ທ່ານ ພີ້ງສະຫຼຽວ ສີທ່ຽງທຳ, ຜູ້ປະສານງານໂຄງການ IWRM ໄດ້ກ່າວເນັ້ນວ່າ: “ມື້ນີ້ພວກເຮົາໄດ້ສະຫຼອງຜົນສຳເລັດຂອງຄວາມເຂັ້ມແຂງໃນຊຸມຊົນ. ເຄື່ອງສູບນ້ຳເຫຼົ່ານີ້ ບໍ່ແມ່ນພຽງແຕ່ໂຄງລ່າງພື້ນຖານ, ແຕ່ແມ່ນການລົງທຶນທີ່ປ່ຽນແປງຊີວິດ. ມັນຊ່ວຍຫຼຸດຜ່ອນເວລາໃນການຕັກນ້ຳ, ເພີ່ມສະມັດຖະພາບການກະສິກຳ ແລະ ຮັບປະກັນວ່າແຕ່ລະຄອບຄົວມີຊັບພະຍາກອນໃນການປັບຕົວເຂົ້າກັບໄພແຫ້ງແລ້ງໃນອະນາຄົດ.” ໃນໂອກາດດັ່ງກ່າວ, ທ່ານເຈົ້າເມືອງຈຳພອນ ແລະ ເມືອງຊົນນະບູລີ ກໍໄດ້ມອບໃບກຽດຕິຄຸນໃຫ້ແກ່ ອົງການ UNDP ແລະ ກົມຊັບພະຍາກອນນ້ຳ ເພື່ອສະແດງຄວາມຂອບໃຈ.

ທ່ານ ອາດາມ ສະຕາຣ໌ (Adam Starr), ຫົວໜ້າໜ່ວຍງານສິ່ງແວດລ້ອມ ຂອງ UNDP ໄດ້ກ່າວວ່າ: “ເປົ້າໝາຍຂອງພວກເຮົາ ບໍ່ແມ່ນພຽງແຕ່ຕອບສະໜອງຄວາມຕ້ອງການດ້ານນ້ຳໃນວັນນີ້, ແຕ່ແມ່ນການກຽມພ້ອມຮັບມືກັບສິ່ງທ້າທາຍໃນມື້ອື່ນ. ພວກເຮົາກຳ​ລັງເຮັດວຽກເພື່ອຮັບປະກັນວ່າຄວາມສຳເລັດນີ້ຈະຖືກຂະຫຍາຍອອກໄປສູ່ບ້ານອື່ນໆຕື່ມອີກ.” ກົມຊັບພະຍາກອນນ້ຳ ຮ່ວມກັບ ອົງການ UNDP ມີແຜນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຊຸມຊົນ, ເກັບກຳຄຳຄິດເຫັນ ແລະ ຊອກຫາໂອກາດໃນການລົງທຶນເພື່ອສ້າງຄວາມເຂັ້ມແຂງດ້ານແຫຼ່ງນ້ຳໃນເຂດຊົນນະບົດຕໍ່ໄປ.

ສອບຖາມຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: ທ່ານ ພູເພັດ ຈິດຕະພອນ ພະນັກງານຖານຂໍ້ມູນ ແລະ ຂ່າວສານ, ໂຄງການ IWRM-EbA ກົມຊັບພະຍາກອນນ້ຳ, ກະຊວງ​ກະ​ສິ​ກຳ ແລະ ສິ່ງແວດລ້ອມ ອີເມວ: [email protected]