ຂ້າມໄປຫາເນື້ອໃນຕົ້ນຕໍ
ຮູບພາບ
C1
ໂຄງການ ເລກທີ່
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ
ສະຖານນະໂຄງການ
Status 2
ໂຄງການ ວັນທີ
ປະເພດ ໂຄງການ
Category 2
ຂັ້ນຕອນ ໂຄງການ
Stage 2
ຂອບເຂດວຽກ ໂຄງການ
Area of Work 2
ຜູ້ໃຫ້ທຶນ ແລະ ການຮ່ວມມືດ້ານການເງີນ ຂອງໂຄງການ
Donor 2
ລາຍລະອຽດຕິດຕໍ່ ໂຄງການ
ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
ທ່ານ ພູເພັດ ຈິດຕະພອນ
ພະນັກງານຄຸ້ມຄອງຖານຂໍ້ມູນ ແລະ ຂ່າວສານໂຄງການ IWRM-EbA
ອີເມວ: [email protected]
ແບ່ງປັນ:

ຮັບປະກັນການເຂົ້າເຖິງນ້ຳສະອາດ ແລະ ຕ້ານການຂາດແຄນນ້ຳ

ສະຖານທີ່ໂຄງການ
ເມືອງສອງຄອນ, ເມືອງຊົນນະບູລີ, ເມືອງຈໍາພອນ, ເມືອງນອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ
ລາຍລະອຽດ ໂຄງການ
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA) ເປັນໂຄງການລິເລີ່ມຮ່ວມມືທີ່ນຳພາໂດຍ UNDP ສປປ ລາວ ຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE). ​ໂຄງການ​ດັ່ງກ່າວ ​ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ທົນ​ທານ​ຕໍ່​ດິນ​ຟ້າ​ອາກາດ ​ແລະ ຊຸກຍູ້​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທີ່​ດິນ ​ແລະ ນ້ຳ​ແບບ​ຍືນ​ຍົງ​ຢູ່ 2 ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຄື: ​ເຂດ​ອ່າງ​ນ້ຳ​ເຊບັ້ງ​ໄຟ ​ແລະ ​ເມືອງ​ຫຼວງ​ພະ​ບາງ. ພື້ນທີ່ເຫຼົ່ານີ້ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ປະສົບກັບໄພນໍ້າຖ້ວມເລື້ອຍໆ, ໄພແຫ້ງແລ້ງ ແລະ ການຂາດແຄນນໍ້າ ເຊິ່ງເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງທ້ອງຖິ່ນ ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ໂຄງການ IWRM-EbA ປະສົມປະສານວິທີການປັບຕົວໂດຍອີງໃສ່ລະບົບນິເວດກັບການຄຸ້ມຄອງຊັບພະຍາກອນນໍ້າແບບຍືນຍົງໂດຍ​ການ​ຟື້ນ​ຟູ​ລະບົບ​ນິ​ເວດ​ທຳ​ມະ​ຊາດ, ປັບປຸງ​ພື້ນຖານ​ໂຄງ​ລ່າງ​ທາງ​ນ້ຳ, ​ແລະ ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ທ້ອງ​ຖິ່ນ, ​ໂຄງການ​ດັ່ງກ່າວ​ຈະ​ຊ່ວຍ​ຄຸ້ມ​ຄອງ​ການ​ໄຫຼ​ຂອງ​ນ້ຳ, ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພ​ນ້ຳ​ຖ້ວມ, ​ແລະ ຮັກສາ​ຄວາມ​ອຸດົມສົມບູນ​ຂອງ​ດິນ. ຈຸດ​ສຸມ​ແມ່ນ​ການ​ໜູນ​ຊ່ວຍ​ປະຊາ​ຄົມ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຜູ້​ມີ​ຄວາມ​ສ່ຽງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ດ້ວຍ​ການ​ປັບປຸງ​ການ​ເຂົ້າ​ເຖິງ​ນ້ຳ, ຊຸກຍູ້​ກະສິກຳ​ແບບ​ຍືນ​ຍົງ, ​ແລະ ສ້າງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ.
ຜົນກະທົບ ແລະ ຜົນໄດ້ຮັບ ຕໍ່ໂຄງການ
💧ເພື່ອເຂົ້າເຖິງນໍ້າທີ່ສະອາດ ແລະ ຫຼຸດຜ່ອນບັນຫາການຂາດແຄນນໍ້າ🌍✨
ໃນລະຫວ່າງວັນທີ 25 - 28 ມັງກອນ 2025 ທີ່ຜ່ານມາ, ໂຄງການການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດໃນອ່າງຮັບນໍ້າເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ (IWRM-EbA) ໄດ້ສະໜັບສະໜູນຖັງເກັບນ້ຳຢູ່ໃນເມືອງເປົ້າ ໝາຍເຊັ່ນ: ເມືອງສອງຄອນ, ເມືອງຊົນນະບູລີ, ເມືອງຈໍາພອນ, ເມືອງນອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ຄະນະທີມງານວິສາຫະກິດສ່ວນບຸກຄົນຈໍາປາເອັນເທິພຣາຍ (Champa Private Enterprise) ປະສານງານກັບຄະນະທີມງານຮັບຜິດຊອບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ເມືອງເປົ້າໝາຍ ສົບທົບກັບອໍານາດການປົກຄອງບ້ານ ແລະ ເພື່ອໄປແຈກຢາຍຖັງນໍ້າໃຫ້ 6 ບ້ານເປົ້າໝາຍ ພ້ອມທັງມອບໃຫ້ບ້ານເປົ້າເຈົ້າການແຈກຢາຍຕໍ່ໄປ.
ຈຸດປະສົງ
✅ເພື່ອສະໜອງຖັງເກັບນໍ້າໃຫ້ແກ່ 6 ບ້ານໃນ 5 ເມືອງເປົ້າໝາຍໂຄງການ ຮັບປະກັນໃຫ້ປະຊາຊົນມີການກັກເກັບນໍ້າໃຊ້ໃນຍາມຂາດແຄນ ໂດຍສະເພາະໃນຊ່ວງລະດູແລ້ງ;
✅ເພື່ອລົງຕິດຕາມການແຈກຢາຍຖັງນໍ້າໃຫ້ບັນດາບ້ານ.
🎉ພວກເຮົາມີຄວາມພູມໃຈ ທີ່ໂຄງການມີຄວາມຄືບໜ້າ ແລະ ຂໍຂອບໃຈທຸກພາກສ່ວນທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການ ລວມທັງການຈັດງານຄັ້ງນີ້ຢ່າງສໍາເລັດ. ພວກເຮົາພ້ອມກັນສ້າງຄວາມທົນທານຕໍ່ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໃນ ສປປ ລາວ😊
ບົດລາຍງານ ແລະ ຊື່ສານມວນຊົນ ຂອງໂຄງການ
ຮູບພາບ
C10
ຮູບພາບ
C3
ຮູບພາບ
C5
ຮູບພາບ
C4
ຮູບພາບ
C6
ຮູບພາບ
C8
ຮູບພາບ
C7
ຮູບພາບ
C9
ຮູບພາບ
C2