ຮູບພາບ
ໂຄງການ ເລກທີ່
Integrated Water Resource Management and Ecosystem-based Adaptation (EbA) in the Xe Bang Hieng River Basin and Luang Prabang City
ສະຖານນະໂຄງການ
Status 2
ໂຄງການ ວັນທີ
ປະເພດ ໂຄງການ
Category 2
ຂັ້ນຕອນ ໂຄງການ
Stage 1
ຂອບເຂດວຽກ ໂຄງການ
Area of Work 2
ຜູ້ໃຫ້ທຶນ ແລະ ການຮ່ວມມືດ້ານການເງີນ ຂອງໂຄງການ
Donor 2
ລາຍລະອຽດຕິດຕໍ່ ໂຄງການ
ຂໍ້ມູນເພີ່ມເຕີມຕິດຕໍ່ໄດ້ທີ່:
ພູເພັດ ຈິດຕະພອນ, ພະນັກງານຄຸ້ມຄອງຖານຂໍ້ມູນ ແລະ ຂ່າວສານ, ໂຄງການ IWRM-EbA Project
ກົມຊັບພະຍາກອນນໍ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ
ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປລາວ
ອີເມວ: [email protected]

ແບ່ງປັນ:
ຟື້ນຟູປ່າໄມ້ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ເນື່ອງໃນໂອກາດວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ເມືອງເຊໂປນ
ສະຖານທີ່ໂຄງການ
ບ້ານແກ້ງຫົວປາ, ເມືອງເຊໂປນ, ແຂວງສະຫວັນນະເຂດ
ລາຍລະອຽດ ໂຄງການ
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA) ແມ່ນຈັດຕັ້ງປະຕິບັດໃນລະດັບຊາດໂດຍ ກົມຊັບພະຍາກອນນ້ຳ (ກຊນ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂດຍການສະໜັບສະໜູນຈາກ ອົງການ ສປຊ ເພື່ອການພັດທະນາ (UNDP) ແລະ ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF). ໂຄງການນີ້ ມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃນການຮັບມືກັບສະພາບພູມອາກາດ ແລະ ສົ່ງເສີມການດຳລົງຊີວິດແບບຍືນຍົງ ຢູ່ເຂດອ່າງຮັບນ້ຳເຊບັ້ງຫຽງ ໂດຍການປະສົມປະສານວິທີການປັບຕົວທີ່ອີງໃສ່ລະບົບນິເວດ ເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳ ແລະ ການວາງແຜນພັດທະນາທ້ອງຖິ່ນ.
ຜົນກະທົບ ແລະ ຜົນໄດ້ຮັບ ຕໍ່ໂຄງການ
🌱🌍 ຟື້ນຟູປ່າໄມ້ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ເນື່ອງໃນວັນສິ່ງແວດລ້ອມແຫ່ງຊາດ ຢູ່ເມືອງເຊໂປນ | ບ້ານແກ້ງຫົວປາ | ປ່າສະຫງວນພູສູງ
ພາຍໃຕ້ການຈັດຕັ້ງປະຕິບັດຂອງ ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA), ໂດຍການສະໜັບສະໜູນຈາກ ອົງການ UNDP ແລະ ກອງທຶນສິ່ງແວດລ້ອມໂລກ (GEF), ກົມຊັບພະຍາກອນນ້ຳ ໄດ້ຈັດພິທີປູກຕົ້ນໄມ້ຂະໜາດໃຫຍ່ ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄັ້ງທີ 52 ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄັ້ງທີ 26 ຂຶ້ນຢ່າງເປັນຂະບວນຟົດຟື້ນ ຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ.
🎯 ຈຸດປະສົງ: ເພື່ອປຸກລະດົມຈິດສຳນຶກໃຫ້ແກ່ສັງຄົມ ໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນມົນລະພິດຈາກພາສຕິກ ແລະ ສ້າງການມີສ່ວນຮ່ວມຂອງຊຸມຊົນໃນການຟື້ນຟູປ່າໄມ້ ເພື່ອສ້າງຄວາມເຂັ້ມແຂງໃນການຮັບມືກັບສະພາບພູມອາກາດໃນໄລຍະຍາວ ຢູ່ເຂດອ່າງຮັບນ້ຳເຊບັ້ງຫຽງ.
ກິດຈະກຳທີ່ສຳຄັນ:
✅ ໃຫ້ກຽດນຳພາໂດຍ ທ່ານ ສົມບັດ ອິດທະວົງ, ຮອງເຈົ້າເມືອງເຊໂປນ, ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ.
✅ ປູກເບ້ຍໄມ້ພື້ນເມືອງຫຼາຍກວ່າ 7,624 ເບ້ຍ ຢູ່ເຂດປ່າພູຊຸນ ແລະ ພື້ນທີ່ສຳຄັນພາຍໃນບ້ານ.
✅ ເບ້ຍໄມ້ທີ່ນຳມາປູກລວມມີ: ໄມ້ດູ່ລາຍ, ໄມ້ຍາງ, ໄມ້ຂຶງ, ໄມ້ແດງ, ໄມ້ດູ່, ໄມ້ສົມພັດ ແລະ ໄມ້ແຄນ.
✅ ສົ່ງເສີມການນຳໃຊ້ຫຼັກການ 3Rs: ຫຼຸດຜ່ອນການໃຊ້ (Reduce) – ນຳກັນມາໃຊ້ຄືນ (Reuse) – ນຳກັບມາໃຊ້ໃໝ່ (Recycle).
✅ ສ້າງຄວາມມຸ່ງໝັ້ນຮ່ວມກັນຂອງຊຸມຊົນ ໃນການປົກປັກຮັກສາປ່າໄມ້ ແລະ ຫຼຸດຜ່ອນການນຳໃຊ້ຢາງພາລາສະຕິກ.
💬 ກິດຈະກຳທີ່ເຕັມໄປດ້ວຍຄວາມໝາຍໃນຄັ້ງນີ້ ໄດ້ຊ່ວຍສ້າງຄວາມຮັບຮູ້ກ່ຽວກັບຜົນກະທົບຂອງມົນລະພິດຈາກພາສຕິກ ແລະ ຄຸນຄ່າຂອງລະບົບນິເວດປ່າໄມ້, ພ້ອມທັງຊຸກຍູ້ໃຫ້ທຸກຄົນຮ່ວມກັນສ້າງ ສປປ ລາວ ໃຫ້ຂຽວງາມ ແລະ ມີສິ່ງແວດລ້ອມທີ່ດີຂຶ້ນ.
#ວັນສິ່ງແວດລ້ອມໂລກ #ວັນສິ່ງແວດລ້ອມແຫ່ງຊາດ2025 #ຫຼຸດຜ່ອນຢາງພາສຕິກ #ປູກຕົ້ນໄມ້ #IWRMEbA #UNDP #GEF #ເມືອງເຊໂປນ #ແຂວງສະຫວັນນະເຂດ #ClimateAction #LaoPDR

ບົດລາຍງານ ແລະ ຊື່ສານມວນຊົນ ຂອງໂຄງການ
ຮູບພາບ
ຮູບພາບ
ຮູບພາບ
ຮູບພາບ
ຮູບພາບ
ຮູບພາບ
ຮູບພາບ
ຮູບພາບ