ຮູບພາບ

ໂຄງການ ເລກທີ່
ໂຄງການຄຸ້ມຊັບພະຍາກອນນໍ້າແບບເສື່ອມບົນພື້ນຖານລະບົບນິເວດໃນອ່າງຮັບນໍ້າເຊບັ້ງຫຽງ ແລະ ຕົວເມືອງນະຄອນລວງພະບາງ
ສະຖານນະໂຄງການ
Status 1
ໂຄງການ ວັນທີ
ປະເພດ ໂຄງການ
Category 1
ຂັ້ນຕອນ ໂຄງການ
Stage 2
ຂອບເຂດວຽກ ໂຄງການ
Area of Work 2
ຜູ້ໃຫ້ທຶນ ແລະ ການຮ່ວມມືດ້ານການເງີນ ຂອງໂຄງການ
Donor 1
ລາຍລະອຽດຕິດຕໍ່ ໂຄງການ
ນາງ ວິມາລາວັນ ວິນດາວົງ
ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຈໍາພອນ ແຂວງສະຫັວນນະເຂດ ເບີໂທ 020 55960138

ແບ່ງປັນ:
ຫົວຂໍ້: ການປັກຫຼັກໝາຍຂອບເຂດການປັກຫຼັກໝາຍຂອບເຂດທີ່ດິນບໍລິເວນນໍ້າໜອງແປນ, ໜອງຫວາຍບ້ານເພຍກ່າ ເມືອງຈໍາພອນ ແຂວງສະຫວັນນະເຂດ.
ສະຖານທີ່ໂຄງການ
ບ້ານເພຍກ່າຫ່າງຈາກເທດສະບານເມືອງໄປທາງທິດຕາເວັນອອກສ່ຽງເໜືອ ປະມານ 9 ກິໂລແມັດ, ເປັນບ້ານໜື່ງທີ່ມີທີ່ຕັ້ງເລາະລຽບຕາມສາຍເຊຈຳພອນ, ເປັນພື້ນທີ່ດິນຕໍ່າ, ມີຫຼາຍຈຸດທີ່ເປັນບືງ, ເປັນໜອງ ໂດຍຖືກນໍ້າຖ້ວມຂັງທຸກໆປິໃນຊ່ວງລະດູຝົນ, ເຂດດັ່ງກ່າວຈື່ງກາຍເປັນເຂດທີ່ດິນບໍລິເວນນໍ້າ, ທີ່ອຸດົມສົມບູນໄປດ້ວຍລະບົບບນິເວດ, ຊີວະນາໆພັນທີ່ຫຼາກຫຼາຍ, ຊັ້ນດີນມີຄວາມອຸດົມສົມບູນສູງ, ພ້ອມດຽວກັນນັ້ນໃນຊ່ວງລະດູແລ້ງກໍ່ໄດ້ເປັນສະຖານທີ່ເກັບກັກນໍ້າໄວ້ ເພື່ອສະໜອງນໍ້າໃຫ້ແກ່ການຜະລິດກະສິກຳ ເປັນຕົ້ນ ການປູກເຂົ້ານາແຊງ ແລະ ການປູກພືດຜັກຕ່າງໆ, ໜອງແປນ, ໜອງຫວາຍໃນເມື່ອກ່ອນແມ່ນເປັນດິນທີ່ທະຫານໄດ້ເຂົ້າມາຈັບຈ່ອງເຮັດເປັນຄ້າຍທະຫານ rພາຍຫຼັງປົດປ່ອຍແລ້ວທີ່ດິນດັ່ງກ່າວໄດ້ມອບໃຫ້ເປັນດິນລວມຂອງບ້ານປະຊາຊົນໄດ້ຊອກຢູ່ຫາກິນ ແລະ ເເຮັດການຜະລິດກະສິກໍາໃນລະດູແລ້ງ.
ຈື່ງເປັນສາຍເຫດເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານເພຍກ່າ ແລະ ບ້ານໃກ້ຄຽງມີການບຸກເບີກເປັນເນື້ອທີ່ດິນກະສິກຳ, ການນຳໃຊ້ຊັບພະຍາກອນທຳມະຊາດ, ຊີວະນາໆພັນ ແລະ ຊັບພະຍາກອນນໍ້າ ທີ່ຕິດພັນກັບແບບແຜນການດຳລົງຊີວິດຂອງປະຊາຊົນມີລັກສະນະຟຸຍເຟືອຍ, ເກີນຄວາມຈຳເປັນ ແລະ ອາດມີການດັບສູນໃນອານາຄົດ. ເນື່ອງຈາກເຫັນໄດ້ຄວາມສຳຄັນ ແລະ ສີ່ງທ້າທາຍດັ່ງທີ່ກ່າວມານັ້ນ, ຈື່ງມີຄວາມຈຳເປັນຢ່າງຍີ່ງວ່າ: ໃນເຂດທີ່ດິນບໍລິເວນນໍ້າບ້ານເພຍກ່າ (ຈຸດໜອງຫວາຍ ແລະ ໜອງແປນ), ຈະຕ້ອງໄດ້ຮັບການນຳໃຊ້ຢ່າງມີຫຼັກການ, ດ້ວຍການກຳນົດຂອບເຂດດ້ວຍຫຼັກໝາຍທີ່ຈະແຈ້ງ, ຊັດເຈນ, ສ້າງນິຕິກຳທີ່ເປັນລະບຽບໃນການຄຸ້ມຄອງເຂດດັ່ງກ່າວເພື່ອເປັນບ່ອນອີງ ດ້ວຍຮູບແບບການມີສ່ວນຮ່ວມຂອງຊຸມຊົນ ທັງນີ້ກໍ່ເພື່ອຮັບປະກັນ ໃຫ້ທີ່ດິນບໍລິເວນນໍ້າ, ຊັບພະຍາກອນນໍ້າ ແລະ ຊີວະນາໆພັນໃຫ້ມີການນຳໃຊ້ໄດ້ຍາວນານ ແລະ ມີຄວາມຍືນຍົງ ໂດຍໄດ້ຮັບທຶນຊ່ວຍເຫຼືອໃນການຈັດຕັ້ງປະຕິບັດການປັກຫຼັກໝາຍຈາກໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ບົນພື້ນຖານລະບົບນິເວດໃນອ່າງຮັບນໍ້າເຊບັ້ງຫຽງ ແລະ ຕົວເມືອງນະຄອນຫຼວງພະບາງ.

ລາຍລະອຽດ ໂຄງການ
ໂຄງການຄຸ້ມຊັບພະຍາກອນນໍ້າແບບເສື່ອມບົນພື້ນຖານລະບົບນິເວດໃນອ່າງຮັບນໍ້າເຊບັ້ງຫຽງ ແລະ ຕົວເມືອງນະຄອນລວງພະບາງໄດ້ສ້າງຕັ້ງຂື້ນໃນທ້າຍປີ 2022 ຫາ 2026 ພາຍໃຕ້ອົງການສະຫະປະຊາຊາດ ແລະ ກົມຊັບພະຍາກອນນໍ້າ ມີ 05 ເມືອງ ແລະ 01 ນະຄອນເປົ້າໝາຍຂອງໂຄງການ
ຜົນກະທົບ ແລະ ຜົນໄດ້ຮັບ ຕໍ່ໂຄງການ
ເພືື່ອນຳໃຊ້ ທີ່ດິນບໍລິເວນນນໍ້າ ໃນເຂດໜອງຫວາຍ-ໜອງແປນ ບ້ານເພຍກ່າໃຫ້ມີຄວາມຍືນຍົງ ແລະ ຍາວ
ນານ, ປູກຈິດສຳນຶກໃຫ້ພໍ່ແມ່ປະຊາຊົນມີຄວາມຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ແລະ ກວ້າງຂວາງ ໂດຍຍົກສູງຄວາມເປັນເຈົ້າການ ກ່ຽວກັບການອະນຸລັກທີ່ດິນບໍລິເວນນໍ້າ, ຕິດພັນກັບການມີສ່ວນຮ່ວມຂອງຊຸມຊົນ.
ສາມາດເຮັດໃຫ້ເຂດທີ່ດີນບໍລິເວນນໍ້າ ໜອງຫວາຍ-ໜອງແປນ ບ້ານເພຍກ່າ, ມີຫຼັກໝາຍຂອບເຂດທີ່ຈະແຈ້ງ, ມີແຜນທີ່, ມີໃບຕາດີນທີ່ເປັນດີນລວມບ້ານຖາວອນ, ສາມາດເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງ ເປັນເຈົ້າການໃນການປົກປັກຮັກສາເຂດດິນບໍລິເວນນໍ້າ ໜອງຫວາຍ ແລະ ໜອງແປນ ເພື່ອໃຫ້ລະບົບນິເວດໃນເຂດດັ່ງກ່າວມີຄວາມອຸດົມສົມບູນ ແລະ ມີຄວາມຍືນຍົງ.
ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກະສິກໍາ-ປ່າໄມ້ເມືອງ ເປັນເຈົ້າການໃນການປະ ສານກັບການຈັດຕັ້ງທຸກພາກສ່ວນທຸກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງມີພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຂັ້ນເມືອງມີທ່ານ ຮອງເຈົ້້າເມືອງ, ຫ້ອງວ່າການເມືອງຫ້ອງການຍຸຕິທໍາເມືອງ, ຫ້ອງການແມ່ຍິງແມ່, ຫ້ອງການຊາວໜຸ່ມເມືອງ, ຫ້ອງການຖະແຫຼງຂ່າວ-ວັດທະນນະທໍາ ແລະ ທ່ອງທ່ຽວເມືອງ, ຫ້ອງການ-ການເງິນເມືອງ, ປກສ, ປກຊ, ເລຂາພັກຮາກຖານກຸ່ມບ້ານທີ 3, ການຈັດຕັ້ງບ້ານເພຍກ່າ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງຮ່ວມກັນຈັດຕັ້ງປະຕິບັດກິດຈະກໍາຈັດກອງປະຊຸມປຶກສາຫາລືວາງແຜນການປັກຫຼັກໝາຍຮ່ວມກັນ, ດໍາເນີນການສໍາຫຼວດ-ວັດແທກຂອບເຂດດິນບໍລິເວນນໍ້າ ໄດ້ເນື້ອທີ່ທັງໝົດ 84,94 ເຮັດຕາ, ປັກຫຼັກໝາຍຂອບເຂດດິນບໍລິເວນນໍ້າ ນໍາໃຊ້ຫຼັກໝາຍຈໍານວນ 150 ຫຼັກ, ລົງສໍາຫຼວດ-ວັດແທກພິສູດຫຼັກຖານອອກໃບໃຕາດິນ ຫຼັງຈາກສໍາເລັດປັກຫຼັກໝາຍແລ້ວໄດ້ຈັດກອງປະຊຸມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳປັກຫຼັກໝາຍດິນບໍລິເວນນໍ້າ ແລະ ຈັດກອງປະຊຸມຜ່ານຮ່າງລະບຽບຄຸ້ມຄອງທີ່ດິນບໍລິເວນນໍ້າ ແລະ ຮັບຮອງເອົາກົດລະບຽບຄຸ້ມຄອງທີ່ດິນບໍລິເວນນໍ້າ ພ້ອມທັງຈັດພິມປື້ມກົດລະບຽບ.
ນອກຈາກກິດຈະກໍາການປັກຫຼັກໝາຍແລ້ວທາງໂຄງການ IWRM-EbA ຍັງໄດ້ຊ່ວຍເຫຼືອຕິດຕັ້ງປໍ້ານໍ້າດ້ວຍພະລັງງານອາທິດ ເພື່ອຫຼຸດຜ່ອນລາຍຈ່າຍ, ໄດ້ຮັບເຄື່ອງກອງນໍ້າໃຫ້ປະຊາຊົນໄດ້ດື່ມນໍ້າທີ່ສະອາດ, ໄດ້ຮັບໂທລະໂຄ່ງເພື່ອແຈ້ງເຕື່ອນໄພລ່ວງໜ້າ, ໄດ້ຮັບການຊ່ວຍເຫຼືອເຮືອເພື່ອອົບພະຍົບຄົນ ແລະ ສັດເວລານໍ້າຖ້ວມ ຕາງບ້ານເພຍກ່າ ແລະ ການນໍາຂອງເມືອງຂໍຂອບໃຈມາຍັງໂຄງການທີ່ໄດ້ໃຫ້ການຊ່ວຍເຫຼືອເພື່ອແກ້ໄຂຊີວິດາການເປັນຢູ່ຂອງປະຊາຊົນໃຫ້ນັບມືນັບດີຂື້ນ.

ບົດລາຍງານ ແລະ ຊື່ສານມວນຊົນ ຂອງໂຄງການ
ຮູບພາບ