ຂ້າມໄປຫາເນື້ອໃນຕົ້ນຕໍ
ຮູບພາບ
lpb00
ໂຄງການ ເລກທີ່
ໂຄງການ ຄຸ້ມຄອງຊັບພະຍາກອນນໍ້າແບບເຊືອມສານ ບົນພື້ນຖານການປັບຕົວເຂົ້າກັບລະບົບນິເວດເຂດອ່າງນໍ້າເຊປັ້ງຫຽງ ແລະ ຕົວເມືອງຫຼວງພະບາງ
ສະຖານນະໂຄງການ
Status 3
ໂຄງການ ວັນທີ
ປະເພດ ໂຄງການ
Category 3
ຂັ້ນຕອນ ໂຄງການ
Stage 3
ຂອບເຂດວຽກ ໂຄງການ
Area of Work 3
ຜູ້ໃຫ້ທຶນ ແລະ ການຮ່ວມມືດ້ານການເງີນ ຂອງໂຄງການ
Donor 1
ລາຍລະອຽດຕິດຕໍ່ ໂຄງການ
ຂໍ້ມູນລະອຽດ ຕິດຕໍ່
ສຸບັນດິດ ສະຫງ່າພອນ, ຂະແໜງ ຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ
ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ
ໂທ: 020 7636 3232, ອີເມວ: [email protected]
ແບ່ງປັນ:

ການສ້າງຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ໃນເຂດຕົວເມືອງຫຼວງພະບາງ

ສະຖານທີ່ໂຄງການ
5 ບ້ານເປົ້າໝາຍຂອງໂຄງການ ຄື: ບ້ານ ທາດຫຼວງ, ບ້ານ ນາສຳພັນ, ບ້ານ ນາຫຼວງ, ບ້ານ ນາສ້າງເຫວີຍ ແລະ ບ້ານ ພູຊ້າງຄຳ
ລາຍລະອຽດ ໂຄງການ
ໂຄງການ ຄຸ້ມຄອງຊັບພະຍາກອນນໍ້າແບບເຊືອມສານ ບົນພື້ນຖານການປັບຕົວເຂົ້າກັບລະບົບນິເວດເຂດອ່າງນໍ້າເຊປັ້ງຫຽງ ແລະ ຕົວເມືອງຫຼວງພະບາງ, ເລີ້ມຈັດຕັ້ງປະຕິບັດ ແຕ່ປີ 2022 - 2026, ມີສະຖານທີ່ຕັ້ງ ຢູ່ 2 ແຂວງ ຄື: ແຂວງ ສະຫວັນນະເຂດ ມີ 5 ເມືອງ ( ເມືອງ ຈຳພອນ, ເມືອງ ສອງຄອນ, ເມືອງ ຊົນບູລີ, ເມືອງ ເຊໂປນ ແລະ ເມືອງ ນອງ, ມີທັງໝົດ 15 ບ້ານ ແລະ ແຂວງ ຫຼວງພະບາງ, ນະຄອນຫຼວງພະບາງ ມີ 5 ບ້ານ ຄື: ບ້ານ ທາດຫຼວງ, ບ້ານ ນາສຳພັນ, ບ້ານ ນາຫຼວງ, ບ້ານ ນາສ້າງເຫວີຍ ແລະ ບ້ານ ພູຊ້າງຄຳ)
ຜົນກະທົບ ແລະ ຜົນໄດ້ຮັບ ຕໍ່ໂຄງການ
ນະຄອນ ຫຼວງພະບາງ ເປັນເມືອງໜື່ງ ທີ່ມີຊື່ສຽງ ໃນການປົກປັກຮັກສາຮູບແບບທາງດ້ານວັດທະນະທຳທີ່ເກົ່າແກ່, ອຸດົມສົມບູນໄປດ້ວຍແຫຼ່ງທັດສະນີຍະພາບທາງດ້ານທຳມະຊາດທີ່ສວຍສົດງົດງາມ ແລະ ມີສີໄມ້ລາຍມື, ລວດລາຍ ທາງດ້ານສິລະປະ ອັນປານີດ, ອົງການ ອຸຍແນັດສະໂກ ຈື່ງໄດ້ຮັບເຂົ້າເປັນມໍລະດົກໂລກ ໃນວັນທີ່ 5 ເດືອນ 12 ປີ 1995, ເຊິ່ງເປັນສີ່ງເອກອ້າງ ແລະ ມີຊື່ສຽງເຮັດໃຫ້ ບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມີຄວາມສົນໃຈ ຢາກເຂົ້າມາທ່ອງທ່ຽວຕົວເມືອງຫຼວງພະບາງ.
ເມື່ອເປີດການທ່ອງທ່ຽວແລ້ວ ບັນຫາທີ່ຕາມມາໂດຍສະເພາະແມ່ນການບໍລິຫານຈັດການ ແລະ ການຄຸ້ມຄອງສິ່ງເສດເຫຼືອໃນຕົວເມືອງ ໂດຍສະເພາະ ແມ່ນການຖີ້ມຂີ້ເຫຍື້ອຊະຊາຍ ເປັນສາຍເຫດເຮັດໃຫ້ເກີດຜົນກະທົບທາງ ດ້ານສິ່ງແວດລ້ອມສັງຄົມ, ເຮັດໃຫ້ຮ່ອງລະບາຍນໍ້າອຸດຕັນ, ບາງບ່ອນເຮັດໃຫ້ເກີດ ມີສະພາບນໍ້າຖ້ວມຂັງ, ເຊິ່ງເປັນບັນຫາທີ່ທ້າຍເຖິ່ງພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ມີການວາງແຜນ, ສ້າງລະບຽບການໃນການບໍລິຫານ, ຄຸ້ມຄອງ ໃຫ້ສອດຄ່ອງ.
ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ພະແນກ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ້ລອມ ນະຄອນ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ອົງການຈັດຕັ້ງສາກົນໄດ້ເກັບກຳຂໍ້ມູນຕົວຈິງ ໃນການບໍລິການເກັບມ້ຽນຂີ້ເຫຍື້ອ ໂດຍສະເລ່ຍແມ່ນປະມານ 25 – 35 ໂຕນ / ວັນ.
ບັນຫາໃນການບໍລິຫານຈັດການຂີ້ເຫຍື້ອທີ່ເພີ້ມຂື້ນໃນແຕ່ລະວັນ ແມ່ນສາຍເຫດມາຈາກຄວາມຕ້ອງການໃນການຊົມໃຊ້, ການເພີ້ມຂື້ນຂອງປະຊາກອນ ແລະ ຈຳນວນນັກທ່ອງທ່ຽວທີ່ທີ່ຫຼວງຫຼາຍ
ພາກສ່ວນທີ່ກ່ຽວຂ້ອງ ແລະ ມີບົດບາດສຳຄັນ ທີ່ຈະຕ້ອງໄດ້ເຂົ້າມາມີສ່ວນຮ່ວມຫຼັກໃນການ ແກ້ໄຂບັນຫາດັ່ງກ່າວນີ້ ໂດຍສະເພາະ ແມ່ນ ພະແນກ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ້ລອມ ນະຄອນ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ, ໃນການລົງສ້າງຈິດສຳນຶກ ແລະ ເຜີຍແຜ່ ຄວາມຮູ້ ໃນການປົກປັກຮັກສາສິ່ງແວດລ້ອມ ໂດຍສະເພາະ ແມ່ນການຖີ້ມຂີ້ເຫຍື້ອ ໃຫ້ບັນດາບ້ານ ແລະ ໂຮງຮຽນ, ພາຍໃຕ້ການສະໜັບສະໜູນທຶນຈາກ ໂຄງການ ຄຸ້ມຄອງຊັບພະຍາກອນນໍ້າແບບເຊືອມສານ ບົນພື້ນຖານການປັບຕົວເຂົ້າກັບລະບົບນິເວດເຂດອ່າງນໍ້າເຊປັ້ງຫຽງ ແລະ ຕົວເມືອງຫຼວງພະບາງ ຈຳນວນ 21.000 ໂດລາ, ເຂົ້າໃນການສ້າງກິດຈະກຳ ລົງເຜີຍແຜ່ເພື່ອປູກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ ປະຊາຊົນ ແລະ ນັກຮຽນ ມີຜູ້ເຂົ້າຮ່ວມທັງໝົດ 896 ຄົນ, ນອກນັ້ນ ແມ່ນຍັງໄດ້ມອບອຸປະກອນໃນການເກັບມ້ຽນຂີ້ເຫຍື້ອ, ຖົງຢາງດຳ, ເຫຼັກຄີບ, ຖົງມື, ຜ້າອັດດັງຈຳນວນໜື່ງ ໃຫ້ 5 ບ້ານເປົ້າໝາຍ ຂອງໂຄງການ ຄື: ບ້ານ ທາດຫຼວງ, ບ້ານ ນາສໍາພັນ, ບ້ານ ນາງຫຼວງ, ບ້ານ ນາສ້າງເຫວີຍ ແລະ ບ້ານ ພູຊ້າງຄໍາ.
ໃນການແກ້ໄຂບັນຫາ ທາງດ້ານສິ່ງແວດລ້ອມ ແມ່ນເປັນບັນຫາໜື່ງທີ່ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຕ້ອງມີສ່ວນຮ່ວມ ໃນການປົກປັກຮັກສາ ແລະ ປະຕິບັດລະບຽບການຕ່າງໆ ທີ່ທາງພາກສ່ວນກ່ຽວຂ້ອງໄດ້ກຳນົດອອກໃຫ້ເຂັ້ມງວດ.
ບົດລາຍງານ ແລະ ຊື່ສານມວນຊົນ ຂອງໂຄງການ
ຮູບພາບ
lpb01
ຮູບພາບ
lpb02
ຮູບພາບ
lpb03
ຮູບພາບ
lpb04
ຮູບພາບ
lpb05
ຮູບພາບ
lpb06