ຂ້າມໄປຫາເນື້ອໃນຕົ້ນຕໍ
ຮູບພາບ
NO00
ໂຄງການ ເລກທີ່
ໂຄງການຄຸ້ມຕອງຊັບພະຍາກອນນ້ຳແບບເຊື່ອມສານ ແລະການປັບໂຕບົນພື້ນຖານລະບົບນິເວດໃນອ່າງຮັບນ້ຳເຊບັ້ງຫຽງ ແລະະ ຕົວເມືອງຫຼວງພະບາງ
ສະຖານນະໂຄງການ
Status 2
ໂຄງການ ວັນທີ
ປະເພດ ໂຄງການ
Category 2
ຂັ້ນຕອນ ໂຄງການ
Stage 2
ຂອບເຂດວຽກ ໂຄງການ
Area of Work 2
ຜູ້ໃຫ້ທຶນ ແລະ ການຮ່ວມມືດ້ານການເງີນ ຂອງໂຄງການ
Donor 2
ລາຍລະອຽດຕິດຕໍ່ ໂຄງການ
ທ່ານ ນາງ ສຸກສັນ ອຸ່ນຜາແສງເທບ
ວິຊາການໜ່ວຍງານບໍລິຫານ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນອງ ແຂວງສະະຫວັນນະເຂດ
ເບີໂທຕິດຕໍ່: +85620 7675 9239
ແບ່ງປັນ:

ຄວາມຫວັງຢາກອານຸຮັກ ປາຂະຫຍອງ

ສະຖານທີ່ໂຄງການ
ບ້ານ ນອງວິໄລ ເມືອງ ນອງ ແຂວງສະຫວັນນະເຂດ
ລາຍລະອຽດ ໂຄງການ
ໂຄງການຄຸ້ມຕອງຊັບພະຍາກອນນ້ຳແບບເຊື່ອມສານ ແລະການປັບໂຕບົນພື້ນຖານລະບົບນິເວດໃນອ່າງຮັບນ້ຳເຊບັ້ງຫຽງ ແລະະ ຕົວເມືອງຫຼວງພະບາງໄດ້ສ້າງຕັ້ງຂື້ນໃນປີ 2024-20026 ພາຍໃຕ້ການໃຫ້ທຶນຂອງສະຫະປະຊາຊາດ ເພື່ອສະໜັບສະໜູນ ແລະ ພັດທະນາ ໂດຍຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະສີ່ງແວດລ້ອມ
ຜົນກະທົບ ແລະ ຜົນໄດ້ຮັບ ຕໍ່ໂຄງການ
ສອງຮ້ອຍຫົກສິບກິໂລແມັດຈາກນະຄອນໄກສອນພົມວິຫານ ເມືອງນອງແມ່ນຖີ່ນກຳເນີດປາຂະຫຍອງພຽງແຫ່ງດຽວຂອງ ສ ປ ປ ລາວ.
ຄຸນລັກສະນະຂອງປາຂະຫຍອງຈະມີລັກສະນະເໝືອນໄຂ່ປາປາກ, ໄຂປາໃນ ແຕ່ຈະມີລັກສະນະນ້ອຍກວ່າໄຂ່ປາທີ່ກ່າວມາ, ມີກິນຄາວເໝືອນປາທົ່ວໄປ ແລະ ຈະຂື້ນມາໜ້ານ້ຳປີລະຄັ້ງໃນຊ້ວງເດືອນ ມັງກອນ, ກຸມພາ, ມີນາ, ເມສາ ທັງນີ້ປາຂະຫຍອງເປັນສັດທີ່ເກີດໃນສາຍນ້ຳເຊລະນອງພຽງແຕ່ສາມຫາສີ່ແຫ່ງເທົ່ານັ້ນ ວິທີການຫາ ແມ່ນຈະປັກຫຼັກແຄມເຊທີ່ີປາຂື້ນ ມີລັກສະນະເປັນສີ່ຫຼຽມ ອ້ອມດ້ວຍແຍ່ງທັງສີ່ດ້ານ ແລ້ວສ້ອນດ້ວຍຜ້າແພທີ່ມີຄວາມຖີ່ທີ່ສຸດ, ນອກນີ້ຍັງສາມາດປຸງແຕ່ງເປັນອາຫານໄດ້ຫລາຍເມນູເຊັ່ນ: ຂົົ້ວ, ລາບ, ໝົກ ແລະທີ່ລີນາມຄື ປາແດກປາຂະຫຍອງ ແລະ ເມນູອື່ນໆ.
ພໍ່ແມ່ປະຊາຊົນກໍ່ຄືຊາວເມືອງນອງຂອງພວກເຮົາແມ່ນໄດ້ນຳປາຂະຫຍອງທີ່ຫາຍາກນີ້ ມາເປັນສັນຍາລັກ ກໍ່ຄືເອກະລັກຂອງເມືອງນອງ ດັ່ງຄຳລືນາມກັນວ່າ: ເມືອງນອງ ຖີ່ນປາຂະຫຍອງ ດັ່ງຄຳໂຕ່ງໂຕ່ຍທີ່ວ່າ ມາເມືອງນອງບໍ່ເຫັນປາຂະຫຍອງແມ່ນບໍ່ຮອດເມືອງນອງ.
ແຕ່ໜ້າເສົ້າໃຈນະມາຮອດປະຈຸບັນ ປາດັ່ງກ່າວແມ່ນໃກ້ຈະສູນພັນໄປຕາມການເວລາ, ເຫດເກີດມາຈາກສິ່ງແວດລ້ອມຫຼາຍໆປັດໃຈ ໂດຍສະເພາະຄວາມມັກງາຍຂອງມະນຸດໃນການຖີ້ມພາລສະຕິກ ແລະສິ່ງເສດເຫຼືອທີ່ເປົນມົນລະພິດຕໍ່ແຫຼງນ້ຳ, ທີ່ໜ້າເສົ້າໃຈໄປກວ່ານີ້ກໍ່ຄືການລັກໃຊ້ຢາຂ້າຫຍ້າທີ່ບໍ່ຖືກຕາມຫຼັກການ, ບາງແຫ່ງກຳເນີດມີການຂຸດຄົ້ນແຮ່ຊາຍ ເຮັດໃຫ້ປາຂະຫຍອງມີການຫຼຸດໜ້ອຍຖອຍລົງຕາມການເວລາ.
ຖ້າຫາກວ່າໃນອະນາຄົດເຮົາຫຼີກເວັ້ນການຂຸດຄົ້ນ ຫຼືຢຸດປ່ອຍສີ່ງເສດເຫຼືອພາລສະຕິກ ແລະສິ່ງເປີເປືອນທີ່ເປັນມົນລະພິດທາງນ້ຳ ໂດຍສະເພາະວິທີການນຳໃຊ້ຢາຂ້າຫຍ້າແບບທຳມະຊາດ ແລະຫຼີກເວັ້ນການຂຸດຄົ້ນແຮ່ຊາຍ ກໍ່ຄືແຫຼງເກິດປາຂະຫຍອງ ໃຫ້ມີຄວາມຫວັງໃນການກັບມາສົມບູນ ແລະເກີດຂື້ນຕາມທຳມະຊາດໄດ້ຢ່າງຍືນຍົງຮອດຮຸ້ນລູກຫຼານຂອງພວກເຮົາ.
ເລືອງຂອງປາຂະຫຍອງເປັນສັດນ້ຳທີ່ຫາຍາກໃນ ສ ປ ປ ລາວ ກໍ່ຄືອາຊີ ທີ່ຍັງບໍ່ມີການຄົ້ນພົບໃນເຂດໃດໆ
ປະຊາຊົນກໍ່ຄືຊາວເມືອງນອງ ມີຄວາມມູ້ງຫວັງຢາກໃຫ້ມີການອານຸຮັກ, ການຄຸ້ມຄອງທີ່ຊັດເຈນ ເພື່ອໃຫ້ປາຂະຫຍອງທີ່ຫາຍາກຊະນິດນີ້ໄດ້ມິຄວາມຍິນຍົງ, ໂດ່ງດັງ ແລະເປັນອາຫານປະຈຳທ້ອງຖິ່ນ ຂອງເມືອງນອງ ກໍ່ຄືແຂວງສະຫວັນນະເຂດ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໄດ້ເສີມສ້າງຊີວິດການເປັນຢູ່ ແລະຊຸກຍູ້ເຕີບໂຕໄລຍະຍາວ, ແລະຍັງຈະຍັງຍືນໂດ່ງດັ່ງເອກອ້າງຕ່າງໜ້າຂອງ ສ ປ ປ ລາວເຮົາ ເພື່ອເປີດກ້ວາງໃຫ້ປະເທດຕ່າງໆ ເຂົົ້າມາສຶກສາ ແລກປ່ຽນບົດຮຽນຂໍ້ມູນເຊີ່ງກັນແລະກັນ, ມັນຈະສ້າງຄວາມກະຕຸ້ນສຳລັັບການສະໜັບສະໜູນຢ່າງກ້ວາງຂວາງ, ປົົດລັອກໂອກາດໃໝ່ໆໃຫ້ມີຄວາມກ້າວໜ້າຕໍ່ເນື່ອງ, ຍືນຍົງໃນອະນາຄົົດ.
ບົດລາຍງານ ແລະ ຊື່ສານມວນຊົນ ຂອງໂຄງການ
ຮູບພາບ
NO01
ຮູບພາບ
NO02
ຮູບພາບ
NO03
ຮູບພາບ
NO04
ຮູບພາບ
NO05