ຂ້າມໄປຫາເນື້ອໃນຕົ້ນຕໍ
ຮູບພາບ
LPB
ໂຄງການ ເລກທີ່
Integrated Water Resource Management and Ecosystem-based Adaptation (EbA) in the Xe Bang Hieng River Basin and Luang Prabang City
ສະຖານນະໂຄງການ
Status 1
ໂຄງການ ວັນທີ
ປະເພດ ໂຄງການ
Category 1
ຂັ້ນຕອນ ໂຄງການ
Stage 1
ຂອບເຂດວຽກ ໂຄງການ
Area of Work 1
ຜູ້ໃຫ້ທຶນ ແລະ ການຮ່ວມມືດ້ານການເງີນ ຂອງໂຄງການ
Donor 1
ລາຍລະອຽດຕິດຕໍ່ ໂຄງການ
ຂໍ້ມູນເພີ່ມເຕີມຕິດຕໍ່ໄດ້ທີ່:
ພູເພັດ ຈິດຕະພອນ, ພະນັກງານຄຸ້ມຄອງຖານຂໍ້ມູນ ແລະ ຂ່າວສານ, ໂຄງການ IWRM-EbA Project
ກົມຊັບພະຍາກອນນໍ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ
ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປລາວ
ອີເມວ: [email protected]
ແບ່ງປັນ:

ກອງປະຊຸມສະຫຼຸບປິດໂຄງການ ກ່ຽວກັບຍຸດທະສາດກອງໄພນ້ຳຖ້ວມ ແລະານຄຸ້ມຄ ໄພແຫ້ງແລ້ງ ທີ່ມີຄວາມທົນທານຕໍ່ສະພາບພູມອາກາດ ຂອງແຂວງສະຫວັນນະເຂດ ແລະ ຕົວເມືອງຫຼວງພະບາງ

ສະຖານທີ່ໂຄງການ
ໂຄງການແມ່ນໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ແຂວງ ຂອງ ສປປ ລາວ ຄື: ແຂວງສະຫວັນນະເຂດ ແລະ ຕົວເມືອງຫຼວງພະບາງ. ສໍາລັບຢູ່ແຂວງສະຫວັນນະເຂດ, ໂຄງການແມ່ນໄດ້ຈັດຕັ້ງປະຕິບັດຢູ່ເຂດອ່າງຮັບນ້ຳເຊບັ້ງຫຽງ ເຊິ່ງກວມເອົາ 5 ເມືອງ ຄື: ເມືອງຈຳພອນ, ເມືອງຊົນນະບູລີ, ເມືອງສອງຄອນ, ເມືອງເຊໂປນ ແລະ ເມືອງນອງ ໂດຍເນັ້ນໃສ່ 3 ບ້ານເປົ້າໝາຍໃນແຕ່ລະເມືອງ. ສ່ວນຢູ່ແຂວງຫຼວງພະບາງ, ໂຄງການແມ່ນໄດ້ຈັດຕັ້ງປະຕິບັດຢູ່ພາຍໃນຕົວເມືອງ ໂດຍເນັ້ນໃສ່ 5 ບ້ານເປົ້າໝາຍ.
ລາຍລະອຽດ ໂຄງການ
ບັນດາຊຸມຊົນພວມຜະເຊີນກັບສິ່ງທ້າທາຍຈາກການປ່ຽນແປງສະພາບພູມອາກາດ ເປັນຕົ້ນແມ່ນ ບັນຫາໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ທີ່ນັບມື້ນັບທະວີຄວາມຮຸນແຮງຂຶ້ນ, ເຊິ່ງສົ່ງຜົນກະທົບຕໍ່ການດຳລົງຊີວິດ, ລະບົບນິເວດ ແລະ ພື້ນຖານໂຄງລ່າງ, ໂດຍສະເພາະໃນເຂດທີ່ມີຄວາມສ່ຽງສູງເຊັ່ນ: ອ່າງຮັບນ້ຳເຊບັ້ງຫຽງ ແລະ ເຂດຕົວເມືອງ ເປັນຕົ້ນແມ່ນ ນະຄອນຫຼວງພະບາງ. ການທີ່ປະເທດຕ້ອງເພິ່ງພາອາໄສຂະແໜງກະສິກຳ ແລະ ປ່າໄມ້, ບວກກັບການຂະຫຍາຍຕົວຂອງຕົວເມືອງຢ່າງວ່ອງໄວ ແລະ ການທຳລາຍປ່າໄມ້, ໄດ້ເຮັດໃຫ້ຄວາມອ່ອນໄຫວຕໍ່ຜົນກະທົບຂອງຊຸມຊົນທັງໃນເຂດຊົນນະບົດ ແລະ ຕົວເມືອງຮຸນແຮງຂຶ້ນ. ອ່າງຮັບນ້ຳເຊບັ້ງຫຽງ ເຊິ່ງກວມເອົາລະບົບນິເວດ ແລະ ການດຳລົງຊີວິດທີ່ຫຼາກຫຼາຍ, ໄດ້ຮັບຜົນກະທົບອັນສ້າງຄວາມເສຍຫາຍຈາກການປ່ຽນແປງສະພາບພູມອາກາດ. ໄພນ້ຳຖ້ວມຕາມລະດູການໄດ້ສ້າງຄວາມເສຍຫາຍຕໍ່ເນື້ອທີ່ທຳການຜະລິດກະສິກຳ, ເຮັດໃຫ້ຊຸມຊົນຕ້ອງຍົກຍ້າຍທີ່ຢູ່ອາໄສ ແລະ ເຮັດໃຫ້ພື້ນຖານໂຄງລ່າງທີ່ສຳຄັນຖືກກັດເຊາະເປ່ເພ, ໃນຂະນະທີ່ບັນຫາໄພແຫ້ງແລ້ງທີ່ແກ່ຍາວ ໄດ້ເຮັດໃຫ້ປະລິມານນ້ຳຫຼຸດນ້ອຍຖອຍລົງ, ສົ່ງຜົນໃຫ້ລະບົບນິເວດເສື່ອມໂຊມ ແລະ ກາຍເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ. ໃນທຳນອງດຽວກັນ, ຕົວເມືອງຫຼວງພະບາງ ເຊິ່ງເປັນເມືອງມໍລະດົກໂລກ ໂດຍການຮັບຮອງຂອງອົງການ UNESCO, ກໍພວມຜະເຊີນກັບຄວາມສ່ຽງທີ່ສຳຄັນຈາກບັນຫານ້ຳຖ້ວມໃນເຂດຕົວເມືອງ, ເຊິ່ງສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງ, ສົ່ງຜົນກະທົບຕໍ່ການທ່ອງທ່ຽວ ແລະ ເປັນອັນຕະລາຍຕໍ່ມໍລະດົກທາງດ້ານວັດທະນະທຳ. ເພື່ອແກ້ໄຂສິ່ງທ້າທາຍດັ່ງກ່າວ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໂດຍການຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ດ້ວຍການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF), ໄດ້ຈັດຕັ້ງປະຕິບັດ ການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວໂດຍອີງໃສ່ລະບົບນິເວດ (EbA), ເຊິ່ງໄດ້ຖືກອອກແບບມາເພື່ອເສີມສ້າງຂີດຄວາມສາມາດໃນການຮັບມືກັບໄພອັນຕະລາຍທີ່ເກີດຈາກສະພາບພູມອາກາດ ໂດຍຜ່ານການຟື້ນຟູລະບົບນິເວດ, ຍຸດທະສາດການປັບຕົວໂດຍອີງໃສ່ຊຸມຊົນ ແລະ ການປັບປຸງຮູບແບບການຄຸ້ມຄອງຊັບພະຍາກອນນ້ຳໃຫ້ດີຂຶ້ນ.
ຜົນກະທົບ ແລະ ຜົນໄດ້ຮັບ ຕໍ່ໂຄງການ
ໃນລະຫວ່າງວັນທີ 5 ຫາ 13 ທັນວາ 2024, ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວໂດຍອີງໃສ່ລະບົບນິເວດ ໃນເຂດອ່າງນ້ຳເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ (ໂຄງການ IWRM-EbA) ພາຍໃຕ້ການຊີ້ນຳຂອງ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາຄູ່ຮ່ວມງານ, ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະ ຮັບຮອງເອົາ ແຜນຄຸ້ມຄອງໄພນ້ຳຖ້ວມແບບເຊື່ອມສານສຳລັບນະຄອນຫຼວງພະບາງ ແລະ 5 ຕົວເມືອງ ຂອງແຂວງສະຫວັນນະເຂດ (ເມືອງນອງ, ເມືອງຊົນນະບູລີ, ເມືອງເຊໂປນ, ເມືອງສອງຄອນ ແລະ ເມືອງຈຳພອນ).

ພາຍໃຕ້ການເປັນປະທານຂອງ ຮອງຫົວໜ້າກົມ, ເຈົ້ານະຄອນ, ຮອງຫົວໜ້າພະແນກ ພ້ອມດ້ວຍຜູ້ເຂົ້າຮ່ວມກອງປະຊຸມທີ່ໃຫ້ກຽດເຂົ້າຮ່ວມ ແລະ ບັນດາຊ່ຽວຊານ, ໄດ້ມີການແລກປ່ຽນຄຳຄິດຄຳເຫັນທີ່ມີຄຸນຄ່າ ແລະ ບັນລຸຂໍ້ຕົກລົງຮ່ວມກັນກ່ຽວກັບຍຸດທະສາດ, ໂດຍເນັ້ນໃສ່ວັດຖຸປະສົງຫຼັກ 4 ປະການຂອງໂຄງການ ຄື: (1) ການສ້າງຈິດສຳນຶກໃຫ້ແກ່ສັງຄົມ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສ່ຽງຈາກໄພນ້ຳຖ້ວມ ເພື່ອສົ່ງເສີມການກຽມພ້ອມຮັບມືກັບໄພພິບັດໃນແບບບຸກທະລຸ, (2) ການຈັດສັນການນຳໃຊ້ທີ່ດິນແບບເຊື່ອມສານ ເພື່ອຮັບປະກັນໃຫ້ການພັດທະນາຕົວເມືອງສອດຄ່ອງກັບມາດຕະການຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, (3) ການປັບປຸງລະບົບລະບາຍນ້ຳ ເພື່ອຄຸ້ມຄອງການໄຫຼຂອງນ້ຳໃຫ້ມີປະສິດທິພາບໃນຊ່ວງທີ່ມີສະພາບອາກາດຮຸນແຮງ, ແລະ (4) ການປົກປັກຮັກສາ ແລະ ຟື້ນຟູລະບົບນິເວດໃນເຂດເປົ້າໝາຍ ເພື່ອສົ່ງເສີມຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ຄວາມສາມາດໃນການປັບຕົວໃນໄລຍະຍາວ.
ບົດລາຍງານ ແລະ ຊື່ສານມວນຊົນ ຂອງໂຄງການ
ຮູບພາບ
lpb
ຮູບພາບ
LPB
ຮູບພາບ
lpb
ຮູບພາບ
-
ຮູບພາບ
-