ຮູບພາບ

ໂຄງການ ເລກທີ່
ກ່ຽວກັບການຄຸ້ມຄອງຖານຂໍ້ມູນ,ການນຳໃຊ້ເວັບໄຊ ແລະ ການຂຽນບົດຂ່າວ,ຄັ້ງວັນທີ 8-9 ພຶດສະພາ 2025,ທີ່ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ.
ສະຖານນະໂຄງການ
On-Going
ໂຄງການ ວັນທີ
ປະເພດ ໂຄງການ
Category 2
ຂັ້ນຕອນ ໂຄງການ
Stage 2
ຂອບເຂດວຽກ ໂຄງການ
Area of Work 2
ຜູ້ໃຫ້ທຶນ ແລະ ການຮ່ວມມືດ້ານການເງີນ ຂອງໂຄງການ
Donor 2
ລາຍລະອຽດຕິດຕໍ່ ໂຄງການ
ທ່ານ ແກ້ວອຸດອນ ໂພທິລາດ
ວິຊາການ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ 02092408637

ແບ່ງປັນ:
ປັບປຸງແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບ້ານນາຈານໃຫຍ່ໃຫ້ດີຂຶ້ນ.
ສະຖານທີ່ໂຄງການ
ບ້ານ ນາຈານໃຫຍ່ ເມືອງ ຊົນນະບູລີ ແຂວງ ສະຫວັນນະເຂດ
ລາຍລະອຽດ ໂຄງການ
ການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານແລະການປັບຕົວບົບພື້ນຖາານລະບົບນິເວດ ໃນອ່າງນ້ຳເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ
ມີຈຸດປະສົງ ເພື່ອສະໜັບສະໜູນ ວຽກງານການສົ່ງເສີມຂອງລັດຖະບານ ໃນການຄຸ້ມຄອງຊັບພະຍາກອນ ທາງນ້ຳ ແລະ ທາງບົກ ແບບເຊື່ອມສານໃນພື້ນທີ່ເປົ້າໝາຍຂອງໂຄງການ ເພື່ອເພີ່ມທະວີຄວາມທົນທານ ຫຼືການປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະໃນສອງພື້ນທີ່ໃນ ສປປລ ທີ່ມີຄວາມສ່ຽງເປັນພິເສດ ຄື ແຂວງສະຫວັນນະເຂດ ແລະ ນະຄອນຫຼວງພະບາງ
ໂຄງການໄດ້ຮັບທຶນສະໜັບສະໜູນຈາກ GEF ໂດຍໄດ້ຮັບການຮ່ວມທຶນຈາກ UNDP ແລະນຳພາໂດຍ ກົມຊັບພະຍາກອນນ້ຳ ກະຊວງ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ (ກຊສ)

ຜົນກະທົບ ແລະ ຜົນໄດ້ຮັບ ຕໍ່ໂຄງການ
ບ້ານນາຈານໃຫຍ່ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ແມ່ນບ້ານນຶ່ງທີ່ນອນໃນເປົ້າໝາຍຂອງໂຄງການ IWRM ຫຼື ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດໃນອ່າງຮັບນ້ຳເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ, ຕັ້ງຢູ່ເຂດທົ່ງພຽງທີ່ມີທົ່ງຫຍ້າ, ປ່າໂຄກສະລັບສັບຊ້ອນ, ປະຊາຊົນມີມູນເຊື້ອດຸໝັ່ນໃນການຜະລິດກະສິກໍາ ເປັນຕົ້ນ: ການເຮັດນາປູກເຂົ້າ, ປູກພືດສໍາຮອງ ແລະ ລ້ຽງສັດ, ມີປ່າໄມ້ ແລະ ແຫຼ່ງນໍ້າ ຫວ້ຍ, ໜອງ, ຄອງບຶງ ທີ່ເປັນທ່າແຮງ.
ບ້ານດັ່ງກ່າວຫ່າງຈາກເທດສະບານເມືອງ ຊົນນະບູລີ ປະມານ 68 km, ມີປະຊາກອນທັງໝົດ 1,990 ຄົນ; ຍິງ 512 ຄົນ, ມີ 162 ຫຼັງຄາເຮືອນ, ມີ 256 ຄອບຄົວ ເປັນຊົນເຜົ່າກະຕ່າງກວມ 100% ປະຊາຊົນສ່ວນໃຫຍ່ຕັ້ງຖິ່ນຖານບ້ານເຮືອນຢູ່ລຽບຕາມແຄມຝັ່ງນໍ້າເຊບັ້ງຫຽງມີຄວາມສາມັກຄີປອງດອງເປັນຈິດຫນື່ງໃຈດຽວ ມີຄວາມດດຸໝັ່ນຂະຫຍັນພຽນໃນການອອກແຮງງານ.
ຄຽງຄູ່ກັບບັນດາເງື່ອນໄຂທ່າແຮງສິ່ງເອື້ອອຳນວຍດັ່ງທີ່ກ່າວມາແລ້ວນັ້ນ; ບ້ານນາຈານໃຫຍ່ຍັງມີສິ່ງທ້າທາຍບາງດ້ານທີ່ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບ້ານ ເປັນຕົ້ນ: ເກີດໄພນ້ຳຖ້ວມເກືອບທຸກປີ ແລະ ໄພແຫ້ງແລ້ງໃນບາງປີ, ດ້ານພຶື້ນຖານໂຄງລ່າງທີ່ຮອງຮັບສິ່ງເອື້ອອຳນວຍຄວາມສະດວກຍັງບໍ່ພຽງພໍ, ເສັ້ນທາງທຽວໄດ້ແຕ່ລະດູດຽວ, ການສັນຈອນໄປ-ມາເກີດຄວາມຫຍຸ້ງຍາກໃຊ້ເວລາຈາກເມືອງໄປບໍ່ຕໍ່າກວ່າ 3 ຊົ່ວໂມງ. ແຕ່ເຖີງຢ່າງໃດກໍຕາມໃນຊ່ວງໄລຍະທີ່ຜ່ານມາທາງພາກລັດກໍຄືທຸກພາກສ່ວນຂອງເມືອງກໍໄດ້ເອົາໃຈໃສ່ລົງໃກ້ສິດຕິດແທດ ພ້ອມທັງຍາດແຍ່ງບັນຫາທຶນຮອນເຂົ້າໃນການແຂ້ໄຂປັບປຸງການເປັນຢູ່ຂອງເຂົາເຈົ້າ ເປັນຕົ້ນ: ເລັ່ງໃສ່ການຜະລິດສະບຽງອາຫານດ້ວຍການເຮັດນາແຊງ, ຊຸກຍູ້ການປູກພືດສຳຮອງ ແລະ ສ້າງສິ່ງເອື້ອອຳນວຍໃນລະດັບນຶ່ງ... ແຕ່ກໍບໍ່ທັນຕອບສະໜອງໄດ້ຕາມຄວາມຮຽງຮ້ອງຕ້ອງການເທົ່າທີ່ຄວນ.
ຕົກມາຮອດຊ່ວງປີ 2024-2025 ທາງໂຄງການ IWRN ໄດ້ເຂົ້າມາມີສ່ວນຮ່ວມໃນການພັດທະນາເປັນຕົ້ນ: ການຕອບສະໜອງນ້ຳບາດານຊຸມຊົນ 2 ບໍ່, ປ່ຽນຖ່າຍລະບົບພະລັງງານໄຟຟ້າ ມາເປັນລະບົບ ພະລັງງານແສງຕາເວັນ ເພື່ອສູບນ້ຳເຂົ້າໃນການຜະລິດລະດູແລ້ງ, ປັກຫຼັກໝາຍຂອບເຂດປ່າສະຫງວນຂອງບ້ານ, ການສະໜອງໂທລະໂຄ່ງ, ການສະໜອງເຮືອ ເພື່ອຮັບໃຊ້ໃນຍາມເກີດໄພພິບັດນ້ຳຖ້ວມ ແລະ ອື່ນໆຈໍານວນນຶ່ງ...
ທ່ານນາຍບ້ານ ເພັດຊະລາດ ຕາງໜ້າໃຫ້ແກ່ອໍານາດການປົກຄອງບ້ານ ກໍຄື ຕາງໜ້າໃຫ້ແກ່ພໍ່-ແມ່ປະຊາຊົນພາຍໃນບ້ານ ນາຈານໃຫຍ່ ເພິ່ນໄດ້ສະແດງຄວາມຄິດເຫັນຕໍ່ ພະນັກງານພວກເຮົາວ່າ:
ມີຄວາມພໍໃຈຫຼາຍທີ່ທາງພາກລັດ ກໍຄືທາງໂຄງການ ຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ ທີ່ສະໜັບສະໜູນໂດຍ UNDP ໄດ້ເຫັນຄວາມສໍາຄັນຂອງຊາວບ້ານພວກຂ້າພະເຈົ້າ ແລະ ເຮັດໃຫ້ບ້ານນາຈານໃຫຍ່ມີໃບໜ້າໃໝ່ບໍ່ນ້ອຍໜ້າກວ່າບ້ານອື່ນ, ບ້ານພວກເຮົາມີລະບົບໄຟຟ້າແສງຕາເວັນນໍາໃຊ້ເຂົ້າໃນລະບົບຊົນລະປະທານ ແລະ ໃນທົ່ວເມືອງມີບ້ານເຮົາເປັນບ້ານທຳອິດທີ່ໄດ້ນໍາໃຊ້ລະບົບນີ້! ພິເສດ ດີໃຈທີ່ບໍ່ເສຍຄ່າໄຟຟ້າຄືປີທີ່ຜ່ານມາ...ຂອບໃຈທາງໂຄງການຫຼາຍໆເດີ ແລະ ພວກເຮົາຈະຮັກສາທຸກສິ່ງຢ່າງທີ່ທາງໂຄງການໄດ້ສະໜອງໃຫ້-ພ້ອມທັງນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ພວກເຮົາຊາວບ້ານນາຈານກໍ່ມີຄວາມຫວັງອີກວ່າ: ຖ້າເປັນໄປໄດ້; ໃນຊ່ວງໄລຍະທີ່ທາງໂຄງການສະໜັບສະໜູນດ້ານທຶນຮອນ ບົນພຶ້ນຖານຄວາມຢາກຂອງປະຊາຊົນ ເປົ້າໝາຍກໍ່ແມ່ນມີຄວາມຫວັງຢາກໃຫ້ບ້ານມີລະບົບສັນຍານໂທລະສັບເພື່ອສື່ສານ ແລະ ເສັ້ນທາງເຂົ້າເຖິງຈາກບ້ານ; ຈາກລໍາທວາຍ ຫາ ບ້ານນາຈານໃຫຍ່ໃຫ້ທຽວໄດ້ 2 ລະດູ... ເພາະໄລຍະທີ່ຜ່ານມາປະຊາຊົນທັງສອງບ້ານພວກຂ້າພະເຈົ້າມີຄວາມລຳບາກພົບຄວາມຫຍຸ້ງຍາກໃນການສັນຈອນໄປ-ມາໂດຍສະເພາະແມ່ນລະດູຝົນ.

ບົດລາຍງານ ແລະ ຊື່ສານມວນຊົນ ຂອງໂຄງການ
ຮູບພາບ