ຂ້າມໄປຫາເນື້ອໃນຕົ້ນຕໍ
ຮູບພາບ
CBM10
ໂຄງການ ເລກທີ່
ໂຄງການການຄຸ້ມຄອງນໍ້າຊັບພະຍາກອນນໍ້າແບບເຊື່ອມສານ ແລະ ການປັບຕົວບົນພຶ້ນຖານຂອງລະບົບນິເວດໃນອ່າງຮັບນໍ້າເຊບັງຫຽງ ແລະ ຕົວເມືອງຫຼວງພະບາງ
ສະຖານນະໂຄງການ
On-Going
ໂຄງການ ວັນທີ
ປະເພດ ໂຄງການ
Category 1
ຂັ້ນຕອນ ໂຄງການ
Stage 1
ຂອບເຂດວຽກ ໂຄງການ
Area of Work 1
ຜູ້ໃຫ້ທຶນ ແລະ ການຮ່ວມມືດ້ານການເງີນ ຂອງໂຄງການ
Donor 1
ລາຍລະອຽດຕິດຕໍ່ ໂຄງການ
ຂໍ້ມູນເພີ່ມເຕີມຕິດຕໍ່ໄດ້ທີ່:
ພູເພັດ ຈິດຕະພອນ, ພະນັກງານຄຸ້ມຄອງຖານຂໍ້ມູນ ແລະ ຂ່າວສານ, ໂຄງການ IWRM-EbA Project
ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປລາວ
ອີເມວ: [email protected]
ແບ່ງປັນ:

ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການຕິດຕາມລະບົບນິເວດໃນແຂວງສະຫວັນນະເຂດ

ສະຖານທີ່ໂຄງການ
ເມືອງຈຳພອນ, ສອງຄອນ, ຊົນນະບູລີ, ເຊໂປນ ແລະ ນອງ ກວມເອົາ 15 ບ້ານເປົ້າໝາຍ ທີ່ສໍາຄັນໃນເຂດອ່າງຮັບນໍ້າເຊບັ້ງຫຽງ.
ລາຍລະອຽດ ໂຄງການ
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA) ມີຈຸດປະສົງເພື່ອຍົກລະດັບຄວາມທົນທານຕໍ່ດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງໃນອ່າງຮັບນ້ຳເຊບັ້ງຫຽງ, ໂດຍສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຈັດຕັ້ງປະຕິບັດໂດຍກົມຊັບພະຍາກອນນໍ້າ (DWR) ຮ່ວມມືກັບ UNDP ສປປ ລາວ ແລະ ໄດ້ຮັບການສະໜັບສະໜູນຈາກກອງທຶນສິ່ງແວດລ້ອມໂລກ (GEF), ໂຄງການດັ່ງກ່າວໄດ້ວາງເປົ້າໝາຍໃສ່ຊຸມຊົນທີ່ມີຄວາມສ່ຽງໃນທົ່ວ 5 ເມືອງໃນແຂວງສະຫວັນນະເຂດຄື: ເມືອງຈໍາພອນ, ເມືອງສອງຄອນ, ຊົນນະບູລີ, ເຊໂປນ ແລະ ເມືອງນອງ. ອົງປະກອບຫຼັກຂອງໂຄງການແມ່ນການສ້າງ ແລະ ສ້າງຄວາມອາດສາມາດຂອງລະບົບການຕິດຕາມຊຸມຊົນ (CbM). ຜ່ານການເຄື່ອນໄຫວຝຶກອົບຮົມ, ສະມາຊິກຄະນະກຳມະການບ້ານທັງຍິງ ແລະ ຊາຍ ໄດ້ສຶກສາກັບຊຽວຊານຂອງພວກເຮົາໃນການຮຽນຮູ້ເຄື່ອງມືໃນການຕິດຕາມກວດກາຕົວຊີ້ວັດດ້ານລະບົບນິເວດວິທະຍາທີ່ສຳຄັນເຊັ່ນ: ສຸຂະພາບປ່າໄມ້, ຄຸນນະພາບນ້ຳດື່ມ ແລະ ລະດັບນ້ຳໃຕ້ດິນ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການປະຕິບັດອຸປະກອນການຕິດຕາມພື້ນຖານ, ເກັບກໍາ ແລະ ວິເຄາະຂໍ້ມູນ, ແລະ ກະກຽມບົດລາຍງານປະຈໍາເດືອນຕາມມາດຕະຖານຂອງໂຄງການ ໂດຍການສົ່ງເສີມການມີສ່ວນຮ່ວມ ແລະ ເສີມສ້າງຄວາມຮູ້ທ້ອງຖິ່ນ, ໂຄງການ IWRM-EbA ສົ່ງເສີມການເປັນເຈົ້າຂອງຊຸມຊົນ, ປັບປຸງການຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ, ແລະ ເຮັດໃຫ້ສາມາດກວດພົບຄວາມສ່ຽງທີ່ກ່ຽວຂ້ອງກັບສະພາບອາກາດໄດ້ໄວ. ໂຄງການດັ່ງກ່າວມີບົດບາດສຳຄັນໃນການສະໜັບສະໜູນການປັບຕົວຕາມລະບົບນິເວດ, ປັບປຸງຄວາມທົນທານຕໍ່ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ.
ຜົນກະທົບ ແລະ ຜົນໄດ້ຮັບ ຕໍ່ໂຄງການ
🌱💧 ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການຕິດຕາມລະບົບນິເວດໃນແຂວງສະຫວັນນະເຂດ
📍 ເມືອງຈຳພອນ, ສອງຄອນ, ຊົນນະບູລີ, ເຊໂປນ ແລະ ນອງ ກວມເອົາ 15 ບ້ານເປົ້າໝາຍ ທີ່ສໍາຄັນໃນເຂດອ່າງຮັບນໍ້າເຊບັ້ງຫຽງ.

ໃນອາທິດທີ່ຜ່ານມາກົມຊັບພະຍາກອນນ້ຳ (DWR) ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮ່ວມມືກັບ ອົງການສະຫະປະຊາຊາດເພື່ອການພັດທະນາແຫ່ງ ສປປລາວ (UNDP Lao PDR) ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນສິ່ງແວດລ້ອມໂລກ (GEF), ໄດ້ດຳເນີນການຝຶກອົບຮົມຄະນະທີມງານຂັ້ນບ້ານຢູ່ 15 ບ້ານເປົ້າໝາຍທົ່ວແຂວງສະຫວັນນະເຂດ ເຊິ່ງເປັນສ່ວນໜຶ່ງຂອງໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊືື່ອມສານ ແລະ ການປັບຕົວບົນພື້ນຖານລະບົບເວດ (IWRM-EbA). 🌿

ການຝຶກອົບຮົມດ້ວຍນີ້ແມ່ນສ່ວນຫນຶ່ງຂອງກິດຈະກໍາໃນການປະຕິບັດຕາມການປຶກສາຫາລືກ່ອນໜ້ານີ້ທີ່ຊ່ວຍສ້າງຕັ້ງລະບົບການຕິດຕາມລະບົບນິເວດຂັ້ນຊຸມຊົນ (CbM) ເຊິ່ງເປັນເຄື່ອງມືພື້ນຖານທີ່ມີປະສິດທິພາບເພື່ອຊ່ວຍໃຫ້ປະຊາຊົນທ້ອງຖິ່ນປົກປັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດຂອງພວກເຂົາໃຫ້ນັບມື້ນັບດີຂຶ້ນ. 🌳🧑‍🌾

ໃນໄລຍະຂອງການຝຶກອົບຮົມໃນຄັ້ງນີ້, ສະມາຊິກ 75 ຄົນ ໄດ້ຮຽນຮູ້ວິທີການຕິດຕາມຕົວຊີ້ວັດດ້ານລະບົບນິເວດທີ່ສໍາຄັນເຊັ່ນ: ສະພາບປ່າໄມ້, ຄຸນນະພາບນໍ້າດື່ມ ແລະ ລະດັບນໍ້າໃຕ້ດິນ ເພື່ອໃຫ້ເຂົາເຈົ້າມີທັກສະໃນການນຳໃຊ້ອຸປະກອນຕິດຕາມ, ບັນທຶກຂໍ້ມູນ ແລະ ການກະກຽມບົດລາຍງານປະຈຳເດືອນ ເຄື່ອງມືທີ່ຈຳເປັນເພື່ອສະໜັບສະໜູນຄວາມທົນທານຕໍ່ສະພາບອາກາດໃນໄລຍະຍາວໃນລະດັບຊຸມຊົນ.

ກິດຈະກໍາເຫຼົ່ານີ້ ມີສ່ວນຮ່ວມທັງແມ່ຍິງ ແລະ ຜູ້ຊາຍເພື່ອຮັບປະກັນຄວາມເທົາທຽມກັນເພື່ອເຂົ້າເຖິງຄວາມເຂົ້າໃຈ ແລະ ສ້າງຄວາມເຂັ້ມແຂງດັ່ງຕໍ່ໄປນີ້:
✅ໃຊ້ອຸປະກອນຕິດຕາມ ແລະ ເກັບກຳຂໍ້ມູນລະບົບນິເວດທີ່ຖືກຕ້ອງ
✅ບັນທຶກ ແລະ ລາຍງານຜົນການຕີດຕາມຂອງພວກເຂົາໂດຍໃຊ້ແມ່ແບບມາດຕະຖານ
✅ ເພີ່ມທະວີການຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມມືໂຄງການ

ດ້ວຍການສ້າງຄວາມຮູ້ ແລະ ເຄື່ອງມືປະຕິບັດຕົວຈິງຂອງທ້ອງຖິ່ນ, ຂໍ້ລິເລີ່ມນີ້ສົ່ງເສີມການເປັນເຈົ້າການຂອງຊຸມຊົນ ທີ່ເຂັ້ມແຂງກວ່າເກົ່າ ແລະ ສະໜັບສະໜູນການປັບປຸງການຄຸ້ມຄອງຊັບພະຍາກອນທໍາມະຊາດໃນຂັ້ນບ້ານ.

ການຝຶກອົບຮົມຄັ້ງນີ້ ຈະດຳເນີນໄປຈົນເຖິງວັນທີ່ 21 ມິຖຸນາ 2025 ແລະ ຈະເປັນຂີດໝາຍສຳຄັນໃນການເສີມສ້າງສິດການເປັນເຈົ້າການຂອງຊຸມຊົນ, ຍົກສູງຄວາມສາມາດຂອງທ້ອງຖິ່ນ ແລະ ຊ່ວຍໃຫ້ ສປປ ລາວ ປັບຕົວເຂົ້າກັບຜົນກະທົບດ້ານດິນຟ້າອາກາດ ເຊັ່ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ.

🌏✨ ຮ່ວມກັນສ້າງອານາຄົດທີ່ມີຄວາມຫມັ້ນຄົງ, ທົນທານ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ແລະ ຍືນຍົງ.

#IWRMEbA #CbM #ClimateResilience #Savannakhet #WaterResources #CommunityLed #EcosystemBasedAdaptation #UNDP #GEF #Laos #SustainableDevelopment #ClimateAction
ບົດລາຍງານ ແລະ ຊື່ສານມວນຊົນ ຂອງໂຄງການ
ຮູບພາບ
CBM0
ຮູບພາບ
CBM1
ຮູບພາບ
CBM2
ຮູບພາບ
CBM3
ຮູບພາບ
CBM4
ຮູບພາບ
CBM5
ຮູບພາບ
CBM6
ຮູບພາບ
CBM7
ຮູບພາບ
CBM8
ຮູບພາບ
CBM9
ຮູບພາບ
CBM10