ຂ້າມໄປຫາເນື້ອໃນຕົ້ນຕໍ
ປະເພດຂອງຂ່າວສານຫຼັກ
Category 1
ປະເພດຂອງຂ່າວສານສຳຮອງ
Sub Category 1
ຂ່າວປະຈຳ ວັນທີ
ລາຍລະອຽດຫຍໍ້ຂ່າວ
ໂຄງການ IWRM–EbA ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດດ້ວຍການຊ່ວຍເຫຼືອດ້ານເຕັກນິກ ແລະ ການເງິນຈາກ UNDP, ໄດ້ນຳເອົາ ເຮືອນຮົ່ມ, ອຸປະກອນເຮັດກະສິກຳ ແລະ ການຝຶກອົບຮົມດ້ານເຕັກນິກ ມາສູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ຜ່ານຂໍ້ຕົກລົງ ການສົ່ງເສີມສັນຍາອະນຸລັກຊຸມຊົນ (CCA), ໂຄງການນີ້ໄດ້ຊ່ວຍໃຫ້ ກະສິກຳທົນທານຕໍ່ສະພາບອາກາດໄດ້ດີຂຶ້ນ, ສົ່ງເສີມການເຮັດນາ-ສວນແບບຍືນຍົງ, ຟື້ນຟູລະບົບນິເວດ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນທ້ອງຖິ່ນໃຫ້ດີຂຶ້ນ.
ແບ່ງປັນ:

ໂຄງການ IWRM–EbA ເສີມສ້າງຊີວິດການເປັນຢູ່ ແລະ ຄວາມທົນທານຂອງລະບົບນິເວດ ຜ່ານການ ປູກພືດໃນເຮືອນຮົ່ມ ຢູ່ບ້ານເມືອງໂຮງ

ຫົວຂໍ້ຍ່ອຍຂອງຂ່າວ
ໂຄງການ IWRM–EbA, ໄດ້ຮັບທຶນການສະໜັບສະໜູນຈາກ GEF ແລະ UNDP, ໄດ້ນຳເອົາ ເຮືອນຮົ່ມ ແລະ ການຝຶກອົບຮົມດ້ານເຕັກນິກ ໃຫ້ແກ່ບ້ານເມືອງໂຮງ ເມືອງຊົນນະບູລີ. ຈຸດປະສົງຂອງໂຄງການເພື່ອເສີມສ້າງຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດໃຫ້ກັບວຽກກະສິກຳ, ປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ແລະ ຟື້ນຟູລະບົບນິເວດທີ່ເສື່ອມໂຊມ (ບ່ອນທີ່ທຳມະຊາດຖືກທຳລາຍ). ຜ່ານຂໍ້ຕົກລົງ "ການສົ່ງເສີມສັນຍາອະນຸລັກຊຸມຊົນ" ຊາວບ້ານຈະໄດ້ຮັບທັກສະ ແລະ ຊັບພະຍາກອນສຳລັບການຜະລິດຜັກອິນຊີແບບຍືນຍົງ ໃນຂະນະດຽວກັນກໍໄດ້ປົກປ້ອງແຫຼ່ງນ້ຳທຳມະຊາດ ແລະ ຊັບພະຍາກອນປ່າໄມ້ອີກດ້ວຍ.
ລາຍລະອຽດຂ່າວທັງໝົດ
ເມືອງຊົນນະບູລີ, ປີ 2025 – ບ້ານເມືອງໂຮງ, ເຊິ່ງຕັ້ງຢູ່ໃນເຂດທີ່ຫ່າງໄກສອກຫຼີກທີ່ສຸດຂອງເມືອງຊົນນະບູລີ, ປະສົບບັນຫາຫຼາຍຢ່າງມາແຕ່ດົນນານຍ້ອນ ຕັ້ງຢູ່ໂດດດ່ຽວ, ພື້ນຖານໂຄງລ່າງຈຳກັດ ແລະ ເຮືອນຊານຕັ້ງຢູ່ກະແຈກກະຈາຍ.ວຽກ ກະສິກຳທີ່ເປັນອາຊີບຫຼັກຂອງຊາວບ້ານ ແມ່ນເພິ່ງພານ້ຳຝົນທຳມະຊາດຢ່າງໜັກ. ຍາມຝົນ ນ້ຳຖ້ວມມັກຈະສ້າງຄວາມເສຍຫາຍໃຫ້ພືດຜັກ, ສ່ວນຍາມແລ້ງ ນ້ຳຂາດແຄນກໍເຮັດໃຫ້ຜົນຜະລິດກະສິກຳ ແລະ ຄວາມໝັ້ນຄົງດ້ານອາຫານຂອງຄອບຄົວຫຼຸດລົງ. ປ່າໄມ້ທີ່ຖືກທຳລາຍ ແລະ ການຄຸ້ມຄອງນ້ຳທີ່ບໍ່ດີ ຍິ່ງເຮັດໃຫ້ຊຸມຊົນມີຄວາມສ່ຽງຫຼາຍຂຶ້ນ, ເຮັດໃຫ້ໄດ້ຮັບຜົນກະທົບຢ່າງແຮງຈາກການປ່ຽນແປງຂອງດິນຟ້າອາກາດ. ເພື່ອແກ້ໄຂບັນຫາເຫຼົ່ານີ້, ບ້ານເມືອງໂຮງໄດ້ຮ່ວມມືກັບໂຄງການ "ການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM–EbA)" ພາຍໃຕ້ຂໍ້ຕົກລົງ "ການສົ່ງເສີມສັນຍາອະນຸລັກຊຸມຊົນ (CCA)". ໂຄງການແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດດ້ວຍການຊ່ວຍເຫຼືອດ້ານເຕັກນິກ ແລະ ການເງິນຈາກ UNDP, ໂດຍເນັ້ນໃສ່ການເສີມສ້າງຊີວິດການເປັນຢູ່, ຟື້ນຟູລະບົບນິເວດ ແລະ ສົ່ງເສີມການເຮັດກະສິກຳທີ່ທົນທານຕໍ່ສະພາບອາກາດ.

ສ່ວນໜຶ່ງຂອງໂຄງການນີ້, ໄດ້ມີການສ້າງ ເຮືອນຮົ່ມ 2 ຫຼັງ ທີ່ພ້ອມດ້ວຍອຸປະກອນຄົບຊຸດໃນບ້ານເມືອງໂຮງ ເພື່ອໃຫ້ສາມາດປູກຜັກອິນຊີໄດ້ຕະຫຼອດປີ. ເຮືອນຮົ່ມຊ່ວຍປົກປ້ອງຜົນລະປູກຈາກສະພາບອາກາດຮ້າຍແຮງ, ເພີ່ມຜົນຜະລິດ ແລະ ຫຼຸດຜ່ອນການເພິ່ງພາສານເຄມີ. ເຮືອນຮົ່ມແຕ່ລະຫຼັງມີລະບົບຊົນລະປະທານ, ເຄື່ອງມືກະກຽມດິນ ແລະ ອຸປະກອນປູກຝັງທີ່ຈຳເປັນ ເພື່ອຮັບປະກັນການເຮັດກະສິກຳແບບຍືນຍົງ ແລະ ທົນທານຕໍ່ສະພາບອາກາດ. ພ້ອມກັບການສ້າງເຮືອນຮົ່ມ ໂຄງການໄດ້ຊ່ວຍຈັດຕັ້ງ ກຸ່ມປູກຜັກອິນຊີຂອງຊາວບ້ານຂຶ້ນ ກຸ່ມນີ້ຮັບຜິດຊອບໃນການຄຸ້ມຄອງ ແລະ ບຳລຸງຮັກສາເຮືອນຮົ່ມ, ຈັດຕາຕະລາງການຜະລິດ ແລະ ຮັບປະກັນວ່າທຸກຄົນໄດ້ນຳໃຊ້ຊັບພະຍາກອນຢ່າງທົ່ວເຖິງ. ໂດຍການສ້າງກົດລະບຽບພາຍໃນທີ່ຊັດເຈນ ແລະ ການແບ່ງປັນຄວາມຮັບຜິດຊອບ, ໂຄງການໄດ້ສົ່ງເສີມເຖິງຄວາມໂປ່ງໃສ, ຄວາມຮ່ວມມື ແລະ ຄວາມເປັນເຈົ້າຂອງ ຂອງຊຸມຊົນໃນໄລຍະຍາວ.

ໂຄງການ IWRM–EbA ຍັງໄດ້ຈັດການຝຶກອົບຮົມດ້ານເຕັກນິກ ຢ່າງລະອຽດກ່ຽວກັບການປູກພືດໃນເຮືອນຮົ່ມ. ຊາວບ້ານໄດ້ຮັບການແນະນຳຕົວຈິງກ່ຽວກັບການກະກຽມດິນ, ການຄວບຄຸມສັດຕູພືດ, ເຕັກນິກການຊົນລະປະທານແບບທັນສະໄໝ ແລະ ວິທີການປູກຜັກອິນຊີ. ທັກສະເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ຜົນຜະລິດດີຂຶ້ນເທົ່ານັ້ນ ແຕ່ຍັງເພີ່ມຄວາມສາມາດຂອງຊຸມຊົນໃນການປັບຕົວເຂົ້າກັບສະພາບອາກາດທີ່ປ່ຽນແປງອີກດ້ວຍ. ໂດຍສະເພາະ ແມ່ຍິງ ແລະ ຊາວໜຸ່ມ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການຝຶກອົບຮົມ ເຊິ່ງໄດ້ເປີດໂອກາດໃໝ່ໆໃນການສ້າງລາຍໄດ້ ແລະ ການເຂົ້າຮ່ວມໃນການຕັດສິນໃຈໃນທ້ອງຖິ່ນ. ນອກຈາກການປັບປຸງຊີວິດການເປັນຢູ່ແລ້ວ, ໂຄງການເຮືອນຮົ່ມນີ້ຍັງຊ່ວຍ ຟື້ນຟູລະບົບນິເວດ ແລະ ການຄຸ້ມຄອງຊັບພະຍາກອນແບບຍືນຍົງ. ໂດຍການຫຼຸດຜ່ອນການໃຊ້ປະໂຫຍດຈາກປ່າໄມ້ອ້ອມຂ້າງ ແລະ ປັບປຸງການໃຊ້ນ້ຳໃຫ້ມີປະສິດທິພາບ, ໂຄງການຊ່ວຍສ້າງຄວາມສົມດຸນທາງທຳມະຊາດຄືນມາ ພ້ອມທັງສະໜັບສະໜູນການຄຸ້ມຄອງທີ່ດິນ ແລະ ຊັບພະຍາກອນນ້ຳໃນພື້ນທີ່ຢ່າງຍືນຍົງ.

ຜູ້ຕາງໜ້າຈາກ ກົມຊັບພະຍາກອນນ້ຳ ໄດ້ເນັ້ນວ່າ ໂຄງການນີ້ສະແດງໃຫ້ເຫັນວ່າການປັບປຸງຊີວິດການເປັນຢູ່ ແລະ ການອະນຸລັກລະບົບນິເວດສາມາດເອົາມາໂຮມກັນໄດ້ຢ່າງມີປະສິດທິພາບ. UNDP ໄດ້ກ່າວເນັ້ນວ່າວິທີການຂອງໂຄງການທີ່ໃຫ້ ຊຸມຊົນມີສ່ວນຮ່ວມ ເປັນສິ່ງທີ່ຮັບປະກັນໃຫ້ຊາວບ້ານມີຄວາມສາມາດໃນການຄຸ້ມຄອງຊັບພະຍາກອນທຳມະຊາດຂອງຕົນເອງຢ່າງຍືນຍົງ ພ້ອມທັງໄດ້ຮັບຜົນປະໂຫຍດຈາກຜົນຜະລິດກະສິກຳ ແລະ ລາຍໄດ້ທີ່ດີຂຶ້ນ. ກິດຈະກຳຕ່າງໆໃນບ້ານເມືອງໂຮງເປັນຕົວແບບ ໃຫ້ແກ່ຊຸມຊົນອື່ນໆໃນເມືອງຊົນນະບູລີ, ເຊິ່ງສະແດງໃຫ້ເຫັນວ່າເຮືອນຮົ່ມທີ່ລວມກັບມາດຕະການປັບຕົວໂດຍອີງໃສ່ລະບົບນິເວດສາມາດປັບປຸງຄວາມທົນທານຕໍ່ສະພາບອາກາດ, ປົກປ້ອງຊັບພະຍາກອນທຳມະຊາດ, ແລະ ເສີມສ້າງຊີວິດການເປັນຢູ່ໄດ້. ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງຈາກ GEF ແລະ UNDP, ໂຄງການ IWRM–EbA ຍັງສືບຕໍ່ສົ່ງເສີມການພັດທະນາແບບຍືນຍົງ ຜ່ານການນຳພາໂດຍຊຸມຊົນ, ເປັນມິດກັບສິ່ງແວດລ້ອມ ແລະ ທົນທານຕໍ່ສະພາບອາກາດ ເຊິ່ງເປັນຜົນດີຕໍ່ທັງຄົນ ແລະ ທຳມະຊາດ.

ຂໍ້ມູນເພີ່ມເຕີມຕິດຕໍ່ໄດ້ທີ່:
ພູເພັດ ຈິດຕະພອນ, ພະນັກງານຄຸ້ມຄອງຖານຂໍ້ມູນ ແລະ ຂ່າວສານ, ໂຄງການ IWRM-EbA Project
ກົມຊັບພະຍາກອນນໍ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ
ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປລາວ
ອີເມວ: [email protected]
MH01
MH02
MH03
MH04

ເນື້ອຫາສຳຄັນ ລ່າສຸດ

News and Events

ໂຄງການ IWRM–EbA ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດດ້ວຍການຊ່ວຍເຫຼືອດ້ານເຕັກນິກ ແລະ ການເງິນຈາກ UNDP, ໄດ້ນຳເອົາ ເຮືອນຮົ່ມ, ອຸປະກອນເຮັດກະສິກຳ ແລະ ການຝຶກອົບຮົມດ້ານເຕັກນິກ ມາສູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ຜ່ານຂໍ້ຕົກລົງ ການສົ່ງເສີມສັນຍາອະນຸລັກຊຸມຊົນ (CCA), ໂຄງການນີ້ໄດ້ຊ່ວຍໃຫ້ ກະສິກຳທົນທານຕໍ່ສະພາບອາກາດໄດ້ດີຂຶ້ນ, ສົ່ງເສີມການເຮັດນາ-ສວນແບບຍືນຍົງ, ຟື້ນຟູລະບົບນິເວດ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນທ້ອງຖິ່ນໃຫ້ດີຂຶ້ນ.

The IWRM–EbA Project, supported by the Global Environment Facility (GEF) and implemented with technical and financial assistance from UNDP, has introduced greenhouses, farming equipment, and technical training in Muang Hong Village, Chonburi District. Through the Community Ecosystem Conservation Agreement (CCA), this initiative enhances climate resilience, promotes sustainable agriculture, restores ecosystems

The Integrated Water Resources Management and Ecosystem-based Adaptation (IWRM–EbA) project carried out a field mission from 3–8 November 2025 in Savannakhet Province to monitor target sites and consult with local communities on the planned construction of small-scale protective infrastructure. The activity aims to reduce flood and drought risks, strengthen ecosystem

ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວພື້ນຖານລະບົບນິເວດ (IWRM–EbA) ໄດ້ປະຕິບັດພາລະກິດພາກສະໜາມແຕ່ວັນທີ 3–8 ພະຈິກ 2025 ທີ່ແຂວງສະຫວັນນະເຂດ ເພື່ອຕິດຕາມກວດກາສະຖານທີ່ເປົ້າໝາຍ ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນກ່ຽວກັບການວາງແຜນການກໍ່ສ້າງພື້ນຖານໂຄງລ່າງປ້ອງກັນຂະໜາດນ້ອຍ. ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ເສີມສ້າງຄວາມທົນທານຂອງລະບົບນິເວດ ແລະ ຮັບປະກັນການມີສ່ວນຮ່ວມຂອງຊຸມຊົນຢ່າງເຕັມທີ່ໃນໄລຍະການກໍ່ສ້າງ.