Skip to main content

Stay up-to-date with the latest news, updates, and upcoming events from [Your Organization]. This section brings you the most current and relevant information about our projects, initiatives, and activities that are shaping the future. From press releases to event highlights, you'll find detailed coverage on everything happening within our organization and the community we serve. Don't miss out on key announcements, special events, and other important updates that matter to you.

For any inquiries or further details on specific events or news, please feel free to contact us directly.

From 27 November to 2 December 2025, the Department of Water Resources (DWR), supported by UNDP Lao PDR and the Global Environment Facility (GEF), organized a domestic knowledge exchange between Luang Prabang and Savannakhet. Hosted in Luang Prabang, the programme fostered shared learning, field observations, and collaborative planning to strengthen

ນັບແຕ່ວັນທີ 27 ພະຈິກ ຫາ 2 ທັນວາ 2025, ກົມຊັບພະຍາກອນນ້ຳ (DWR), ໂດຍການສະໜັບສະໜູນຈາກອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ແລະ ກອງທຶນສິ່ງແວດລ້ອມໂລກ (GEF), ໄດ້ຈັດຕັ້ງການແລກປ່ຽນຄວາມຮູ້ພາຍໃນປະເທດຂຶ້ນ ລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ. ໂຄງການໄດ້ຈັດຂຶ້ນທີ່ແຂວງຫຼວງພະບາງ ເພື່ອສົ່ງເສີມການຮຽນຮູ້ຮ່ວມກັນ, ການສັງເກດການຕົວຈິງໃນພາກສະໜາມ ແລະ ການວາງແຜນຮ່ວມກັນ ເພື່ອເສີມສ້າງຄວາມທົນທານຕໍ່ສະພາບອາກາດ ແລະ ສົ່ງເສີມການຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ.

ກອງປະຊຸມຄະນະຊີ້ນຳໂຄງການ ຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA) ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 30 ສິງຫາ 2024 ທີ່ແຂວງຫຼວງພະບາງ. ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາພາກສ່ວນກ່ຽວຂ້ອງທີ່ສຳຄັນ ເພື່ອຮ່ວມກັນທົບທວນຄືນຄວາມຄືບໜ້າຂອງການສ້າງຄວາມເຂັ້ມແຂງໃນການຮັບມືກັບສະພາບພູມອາກາດ ແລະ ການປັບປຸງການຄຸ້ມຄອງຊັບພະຍາກອນນ້ຳ ຢູ່ເຂດອ່າງຮັບນ້ຳເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ.

ເນື້ອໃນຂອງການປຶກສາຫາລື ລວມມີການລາຍງານຄວາມຄືບໜ້າຂອງກິດຈະກຳຕ່າງໆພາຍໃຕ້ໂຄງການ, ການອະນຸມັດແຜນວຽກປະຈຳປີ 2024 ທີ່ໄດ້ຮັບການປັບປຸງໃໝ່ ແລະ ການນຳສະເໜີກົນໄກການແກ້ໄຂຂໍ້ຮ້ອງທຸກ (Grievance Redress Mechanism). ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ລົງຢ້ຽມຢາມບັນດາໝູ່ບ້ານເປົ້າໝາຍ ເພື່ອເກັບກຳຂໍ້ມູນອັນລ້ຳຄ່າກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳໂດຍຊຸມຊົນເປັນເຈົ້າການ ເຊິ່ງແນໃສ່ການຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ສົ່ງເສີມການຄຸ້ມຄອງນ້ຳແບບຍືນຍົງ.

ກົມຊັບພະຍາກອນນ້ຳ ຮ່ວມກັບ ສູນພາກພື້ນຣາມຊາ ອາ​ຊີຕາເວັນອອກ (RRC-EA) ແລະ ອົງການ UNDP ຮ່ວມກັນຈັດກອງປະຊຸມຝຶກອົບຮົມລະດັບຊາດ ກ່ຽວກັບການຄຸ້ມຄອງ​ພື້ນ​ທີ່​ດິນ​ບໍ​ລິ​ເວນ​ນ້ຳ ໂດຍອີງໃສ່ການປັບຕົວບົນ​ພື້ນ​ຖານລະບົບນິເວດ (EbA) ທີ່ແຂວງສະຫວັນນະເຂດ, ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 10–12 ກັນຍາ 2025. ການຝຶກອົບຮົມໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງໂຄງການ IWRM-EbA ທີ່ໄດ້ຮັບການສະໜັບສະໜູນຈາກ UNDP ແລະ GEF, ເຊິ່ງຈະເປັນການສ້າງຄວາມສາມາດໃຫ້ແກ່ຜູ້ເຂົ້າຮ່ວມຫຼາຍກວ່າ 50 ທ່ານ ລວມມີ ພະນັກງານລັດ, ນັກວິໄຈ ແລະ ພາກສ່ວນຮ່ວມງານດ້ານການອະນຸລັກ ໃຫ້ມີທັກສະທາງດ້ານເຕັກນິກ ເພື່ອຍົກສູງວຽກງານການອະນຸລັກ​ພື້ນ​ທີ່​ດິນ​ບໍ​ລິ​ເວນ​ນ້ຳ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ການຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ.

On World Water Day 2025, we celebrate the progress made in providing clean water to remote communities, ensuring families have safe water for drinking, washing, and bathing. Despite Lao PDR’s commitment to the 2030 Sustainable Development Goals, many people still lack access to safe water at home, school, and work

ເນື່ອງໃນໂອກາດ ວັນນ້ຳໂລກ ປະຈຳປີ 2025, ພວກເຮົາມາຮ່ວມສະເຫຼີມສະຫຼອງຄວາມຄືບໜ້າຂອງການສະໜອງນ້ຳສະອາດໃຫ້ແກ່ຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ, ເພື່ອຮັບປະກັນໃຫ້ແຕ່ລະຄອບຄົວມີນ້ຳທີ່ປອດໄພສຳລັບການບໍລິໂພກ ແລະ ອຸປະໂພກໃນຊີວິດປະຈຳວັນ. ເຖິງແມ່ນວ່າ ສປປ ລາວ ຈະມີຄວາມມຸ່ງໝັ້ນຕໍ່ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດປີ 2030, ແຕ່ປະຊາຊົນຈຳນວນບໍ່ໜ້ອຍຍັງຄົງປະເຊີນກັບສິ່ງທ້າທາຍໃນການເຂົ້າເຖິງນ້ຳທີ່ປອດໄພ ຢູ່ພາຍໃນຄົວເຮືອນ, ໂຮງຮຽນ ແລະ ສະຖານທີ່ເຮັດວຽກ. ດ້ວຍການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ອົງການ ສປຊ ເພື່ອການພັດທະນາ (UNDP), ບັນດາບ້ານເປົ​້າ​ໝາຍໃນແຂວງສະຫວັນນະເຂດ ແມ່ນກຳລັງໄດ້ຮັບຜົນປະໂຫຍດຈາກລະບົບນ້ຳບາດານ ແລະ ຈັກສູບນ້ຳພະລັງງານແສງອາທິດ, ເຊິ່ງຊ່ວຍສ້າງຄວາມເຂັ້ມແຂງໃນການຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ. ພວກເຮົາຈະຮ່ວມແຮງຮ່ວມໃຈກັນ ເພື່ອຮັບປະກັນວ່າ ຈະບໍ່ມີໃຜຖືກຖິ້ມໄວ້​ທາງຫຼັງ ໃນເສັ້ນທາງແຫ່ງການສ້າງຄວາມໝັ້ນຄົງທາງດ້ານແຫຼ່ງນ້ຳ. 💧💙