ຂ້າມໄປຫາເນື້ອໃນຕົ້ນຕໍ
ປະເພດຂອງຂ່າວສານຫຼັກ
Category 1
ປະເພດຂອງຂ່າວສານສຳຮອງ
Sub Category 1
ຂ່າວປະຈຳ ວັນທີ
ລາຍລະອຽດຫຍໍ້ຂ່າວ
ເນື່ອງໃນໂອກາດ ວັນນ້ຳໂລກ ປະຈຳປີ 2025, ພວກເຮົາມາຮ່ວມສະເຫຼີມສະຫຼອງຄວາມຄືບໜ້າຂອງການສະໜອງນ້ຳສະອາດໃຫ້ແກ່ຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ, ເພື່ອຮັບປະກັນໃຫ້ແຕ່ລະຄອບຄົວມີນ້ຳທີ່ປອດໄພສຳລັບການບໍລິໂພກ ແລະ ອຸປະໂພກໃນຊີວິດປະຈຳວັນ. ເຖິງແມ່ນວ່າ ສປປ ລາວ ຈະມີຄວາມມຸ່ງໝັ້ນຕໍ່ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດປີ 2030, ແຕ່ປະຊາຊົນຈຳນວນບໍ່ໜ້ອຍຍັງຄົງປະເຊີນກັບສິ່ງທ້າທາຍໃນການເຂົ້າເຖິງນ້ຳທີ່ປອດໄພ ຢູ່ພາຍໃນຄົວເຮືອນ, ໂຮງຮຽນ ແລະ ສະຖານທີ່ເຮັດວຽກ. ດ້ວຍການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ອົງການ ສປຊ ເພື່ອການພັດທະນາ (UNDP), ບັນດາບ້ານເປົ​້າ​ໝາຍໃນແຂວງສະຫວັນນະເຂດ ແມ່ນກຳລັງໄດ້ຮັບຜົນປະໂຫຍດຈາກລະບົບນ້ຳບາດານ ແລະ ຈັກສູບນ້ຳພະລັງງານແສງອາທິດ, ເຊິ່ງຊ່ວຍສ້າງຄວາມເຂັ້ມແຂງໃນການຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ. ພວກເຮົາຈະຮ່ວມແຮງຮ່ວມໃຈກັນ ເພື່ອຮັບປະກັນວ່າ ຈະບໍ່ມີໃຜຖືກຖິ້ມໄວ້​ທາງຫຼັງ ໃນເສັ້ນທາງແຫ່ງການສ້າງຄວາມໝັ້ນຄົງທາງດ້ານແຫຼ່ງນ້ຳ. 💧💙
ແບ່ງປັນ:

ວັນນ້ຳໂລກ ປະຈຳປີ 2025

ຫົວຂໍ້ຍ່ອຍຂອງຂ່າວ
ຮັບປະກັນການເຂົ້າເຖິງນ້ຳສະອາດສຳລັບທຸກຄົນ ເນື່ອງໃນໂອກາດ ວັນນ້ຳໂລກ ປະຈຳປີ 2025
ລາຍລະອຽດຂ່າວທັງໝົດ
ເນື່ອງໃນໂອກາດ ວັນນ້ຳໂລກ ປະຈຳປີ 2025, ພວກເຮົາມາຮ່ວມກັນສະເຫຼີມສະຫຼອງຜົນສຳເລັດໃນລະດັບສາກົນ ຂອງການສະໜອງນ້ຳສະອາດໃຫ້ແກ່ຊຸມຊົນຕ່າງໆ, ໂດຍສະເພາະແມ່ນຊຸມຊົນທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ. ສຳລັບຫຼາຍຄອບຄົວໃນທົ່ວໂລກ, ນ້ຳສະອາດແມ່ນຊັບພະຍາກອນທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ກັບການບໍລິໂພກ ແລະ ອຸປະໂພກ, ທັງເປັນປັດໄຈພື້ນຖານທີ່ຂາດບໍ່ໄດ້ໃນການຮັກສາສຸຂະພາບ ແລະ ສ້າງເສີມສຸຂະພາວະທີ່ດີ.

ສຳລັບ ສປປ ລາວ, ການເຂົ້າເຖິງແຫຼ່ງນ້ຳຍັງຄົງເປັນສິ່ງທ້າທາຍທີ່ສຳຄັນສຳລັບຫຼາຍຄົວເຮືອນ, ໂຮງຮຽນ, ສະຖານທີ່ເຮັດວຽກ ແລະ ເຂດການຜະລິດກະສິກຳ. ປະເທດລາວໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນ ໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດປີ 2030, ໂດຍສະເພາະແມ່ນການຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງນ້ຳສະອາດ ແລະ ສຸຂະອະນາໄມທີ່ດີ. ເຖິງຢ່າງໃດກໍຕາມ, ແມ້ວ່າມີຄວາມພະຍາຍາມຢ່າງຕໍ່ເນື່ອງ, ແຕ່ປະຊາຊົນຈຳນວນຫຼາຍຍັງຄົງດຳລົງຊີວິດໂດຍຂາດແຫຼ່ງນ້ຳທີ່ປອດໄພ ແລະ ເຊື່ອຖືໄດ້. ດ້ວຍການສະໜັບສະໜູນອັນລ້ຳຄ່າຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ອົງການ ສປຊ ເພື່ອການພັດທະນາ (UNDP), ຄວາມຄືບໜ້າທີ່ສຳຄັນແມ່ນກຳລັງເກີດຂຶ້ນຢູ່ແຂວງສະຫວັນນະເຂດ ເຊິ່ງເປັນໜຶ່ງໃນເຂດທີ່ປະເຊີນກັບບັນຫາການຂາດແຄນນ້ຳ. ການຕິດ​ຕັ້ງນ້ຳບາດານ ແລະ ການຕິດຕັ້ງລະບົບຈັກສູບນ້ຳພະລັງງານແສງອາທິດ ຢູ່ຕາມໂຮງຮຽນ ແລະ ຊຸມຊົນ ໄດ້ນຳເອົານ້ຳສະອາດໄປສູ່ໝູ່ບ້ານໃນເຂດຊົນນະບົດ. ການລິເລີ່ມດັ່ງກ່າວ ບໍ່ພຽງແຕ່ຊ່ວຍຍົກສູງຄຸນນະພາບຊີວິດຂອງປະຊາຊົນທ້ອງຖິ່ນເທົ່ານັ້ນ, ແຕ່ຍັງເປັນການສະໜັບສະໜູນວຽກງານສ້າງຄວາມເຂັ້ມແຂງເພື່ອຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໂດຍການສະໜອງແຫຼ່ງນ້ຳທີ່ຍືນຍົງ ແລະ ໝັ້ນຄົງ.

ຄວາມພະຍາຍາມເຫຼົ່ານີ້ ແມ່ນສອດຄ່ອງກັບເປົ້າໝາຍລວມທີ່ວ່າ "ຈະບໍ່ຖິ້ມໃຜໄວ້ທາງຫຼັງ", ດັ່ງທີ່ໄດ້ກຳນົດໄວ້ໃນ ວາລະການພັດທະນາແບບຍືນຍົງ 2030. ການຈັດຕັ້ງປະຕິບັດວິທີການແກ້ໄຂບັນຫາການເຂົ້າເຖິງນ້ຳແບບເຊື່ອມ​ສານ ແມ່ນການປະກອບສ່ວນເຂົ້າໃນການສ້າງອະນາຄົດທີ່ເຂັ້ມແຂງໃຫ້ແກ່ຊຸມຊົນໃນ ສປປ ລາວ ແລະ ໃນທົ່ວໂລກ. ເນື່ອງໃນໂອກາດ ວັນນ້ຳໂລກ ປະຈຳປີ 2025 ນີ້, ໃຫ້ພວກເຮົາຮ່ວມກັນທົບທວນເຖິງຄວາມສຳຄັນຂອງນ້ຳໃນຊີວິດປະຈຳວັນ ແລະ ພ້ອມກັນສະໜັບສະໜູນບັນດາກິດຈະກຳທີ່ແນໃສ່ການສະໜອງນ້ຳທີ່ສະອາດ ແລະ ປອດໄພ ໃຫ້ແກ່ທຸກຄົນ, ໃນທຸກຫົນແຫ່ງ. 💧
K1
K2

ເນື້ອຫາສຳຄັນ ລ່າສຸດ

News and Events

The IWRM–EbA Project, supported by the Global Environment Facility (GEF) and implemented with technical and financial assistance from UNDP, has introduced greenhouses, farming equipment, and technical training in Muang Hong Village, Chonburi District. Through the Community Ecosystem Conservation Agreement (CCA), this initiative enhances climate resilience, promotes sustainable agriculture, restores ecosystems

ໂຄງການ IWRM–EbA ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດດ້ວຍການຊ່ວຍເຫຼືອດ້ານເຕັກນິກ ແລະ ການເງິນຈາກ UNDP, ໄດ້ນຳເອົາ ເຮືອນຮົ່ມ, ອຸປະກອນເຮັດກະສິກຳ ແລະ ການຝຶກອົບຮົມດ້ານເຕັກນິກ ມາສູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ຜ່ານຂໍ້ຕົກລົງ ການສົ່ງເສີມສັນຍາອະນຸລັກຊຸມຊົນ (CCA), ໂຄງການນີ້ໄດ້ຊ່ວຍໃຫ້ ກະສິກຳທົນທານຕໍ່ສະພາບອາກາດໄດ້ດີຂຶ້ນ, ສົ່ງເສີມການເຮັດນາ-ສວນແບບຍືນຍົງ, ຟື້ນຟູລະບົບນິເວດ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນທ້ອງຖິ່ນໃຫ້ດີຂຶ້ນ.

The Integrated Water Resources Management and Ecosystem-based Adaptation (IWRM–EbA) project carried out a field mission from 3–8 November 2025 in Savannakhet Province to monitor target sites and consult with local communities on the planned construction of small-scale protective infrastructure. The activity aims to reduce flood and drought risks, strengthen ecosystem

ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວພື້ນຖານລະບົບນິເວດ (IWRM–EbA) ໄດ້ປະຕິບັດພາລະກິດພາກສະໜາມແຕ່ວັນທີ 3–8 ພະຈິກ 2025 ທີ່ແຂວງສະຫວັນນະເຂດ ເພື່ອຕິດຕາມກວດກາສະຖານທີ່ເປົ້າໝາຍ ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນກ່ຽວກັບການວາງແຜນການກໍ່ສ້າງພື້ນຖານໂຄງລ່າງປ້ອງກັນຂະໜາດນ້ອຍ. ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ເສີມສ້າງຄວາມທົນທານຂອງລະບົບນິເວດ ແລະ ຮັບປະກັນການມີສ່ວນຮ່ວມຂອງຊຸມຊົນຢ່າງເຕັມທີ່ໃນໄລຍະການກໍ່ສ້າງ.