ກອງປະຊຸມຝຶກອົບຮົມລະດັບຊາດ ກ່ຽວກັບການຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳ ໂດຍອີງໃສ່ລະບົບນິເວດ ຈັດຂຶ້ນ ທີ່ແຂວງສະຫວັນນະເຂດ
ການຝຶກອົບຮົມຄັ້ງນີ້ ແມ່ນສ່ວນໜຶ່ງຂອງໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA) ຢູ່ເຂດອ່າງຮັບນ້ຳເຊບັ້ງຫຽງ ແລະ ຕົວເມືອງຫຼວງພະບາງ, ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສຳລັບປະເທດດ້ອຍພັດທະນາ (LDCF) ພາຍໃຕ້ການຄຸ້ມຄອງຂອງ UNDP ແລະ GEF. ໂຄງການດັ່ງກ່າວມີໄລຍະເວລາຈັດຕັ້ງປະຕິບັດແຕ່ປີ 2022 ຫາ 2026, ເພື່ອຊ່ວຍເຫຼືອລັດຖະບານ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນທີ່ອ່ອນໄຫວຕໍ່ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໂດຍຜ່ານວິທີການແກ້ໄຂບັນຫາທີ່ອີງໃສ່ລະບົບນິເວດ ທີ່ປະສົມປະສານລະຫວ່າງການຄຸ້ມຄອງຊັບພະຍາກອນນ້ຳ ແລະ ການອະນຸລັກຊີວະນາໆພັນ.
ຄາດວ່າມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ທ່ານ, ລວມມີ ຜູ້ຄຸ້ມຄອງດິນບໍລິເວນນ້ຳ, ພະນັກງານພາກສະໜາມ, ພະນັກງານຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ແລະ ເມືອງ, ນັກວິໄຈຈາກມະຫາວິທະຍາໄລສຸພານຸວົງ ແລະ ຜູ້ຕາງໜ້າຈາກພາກສ່ວນຮ່ວມງານດ້ານການອະນຸລັກ ເຊັ່ນ: ອົງການອະນຸລັກທຳມະຊາດສາກົນ (IUCN), ອົງການອະນຸລັກສັດປ່າ (WCS), ສະຖາບັນຄຸ້ມຄອງນ້ຳສາກົນ (IWMI) ແລະ ອົງການ UNDP.
ການຝຶກອົບຮົມຈະປະກອບມີ ພາກວິຊາການກ່ຽວກັບການກຳນົດເຂດຣາມຊາ (Ramsar Site) ແລະ ການວາງແຜນຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳ, ການນຳສະເໜີບົດຮຽນຈາກແຂວງອັດຕະປື ແລະ ແຂວງຈຳປາສັກ, ພ້ອມທັງການສົນທະນາແລກປ່ຽນບົດຮຽນກ່ຽວກັບການລິເລີ່ມຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳໂດຍຊຸມຊົນ. ຈຸດເດັ່ນຂອງວາລະແມ່ນການລົງພາກສະໜາມຢູ່ເຂດຣາມຊາເຊຈຳພອນ ເມືອງຈຳພອນ, ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຝຶກນຳໃຊ້ເຄື່ອງມືຕິດຕາມກວດກາ ເຊັ່ນ: ການປະເມີນລະບົບນິເວດພື້ນທີ່ດິນບໍລິເວນນ້ຳແບບໄວ (RAWES), ເຄື່ອງມືຕິດຕາມປະສິດທິພາບການຄຸ້ມຄອງເຂດຣາມຊາ (R-METT) ແລະ ເຄື່ອງມືປະເມີນຄວາມອ່ອນໄຫວຂອງພື້ນທີ່ດິນບໍລິເວນນ້ຳ (WETVAT).
ບັນດາຜູ້ຊ່ຽວຊານຈາກໂຄງການ IWRM-EbA ຈະມີບົດບາດສຳຄັນໃນການຝຶກອົບຮົມຄັ້ງນີ້, ໂດຍ ທ່ານ Dr. Deependra Joshi, ທີ່ປຶກສາທາງດ້ານເຕັກນິກອາວຸໂສ ຈະນຳສະເໜີບົດຮຽນກ່ຽວກັບການເຊື່ອມໂຍງການຄຸ້ມຄອງນ້ຳ ແລະ ພື້ນທີ່ດິນບໍລິເວນນ້ຳໃນອ່າງຮັບນ້ຳເຊບັ້ງຫຽງ, ໃນຂະນະທີ່ ທ່ານ ພິ້ງສະຫຼຽວ ສີທ່ຽງທຳ, ຜູ້ປະສານງານໂຄງການ ຈະເປັນຜູ້ນຳພາການຝຶກປະຕິບັດເຕັກນິກການນຳໃຊ້ວິທີການ RAWES ທັງໃນຫ້ອງຝຶກອົບຮົມ ແລະ ພາກສະໜາມ. ການມີສ່ວນຮ່ວມສະແດງໃຫ້ເຫັນເຖິງການປະກອບສ່ວນອັນສຳຄັນຂອງໂຄງການ ໃນການຊຸກຍູ້ການຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳໂດຍອີງໃສ່ລະບົບນິເວດໃນ ສປປ ລາວ.
ທ່ານ ສິງທອງ ພັນທະມາລາ, ຫົວໜ້າພະແນກຄຸ້ມຄອງອ່າງຮັບນ້ຳ ແລະ ວາງແຜນພັດທະນາ, ກົມຊັບພະຍາກອນນ້ຳ ໄດ້ກ່າວວ່າ: “ການຝຶກອົບຮົມຄັ້ງນີ້ ຈະຊ່ວຍຍົກສູງການອະນຸລັກ ແລະ ຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳໃນ ສປປ ລາວ ພ້ອມທັງສົ່ງເສີມຄວາມເຂັ້ມແຂງຂອງຊຸມຊົນຕໍ່ຜົນກະທົບຈາກການປ່ຽນແປງສະພາບພູມອາກາດ. ຜ່ານການສ້າງຂີດຄວາມສາມາດທາງດ້ານເຕັກນິກ ແລະ ການສົ່ງເສີມການຮ່ວມມື, ພວກເຮົາກຳລັງສ້າງເຄືອຂ່າຍຜູ້ຄຸ້ມຄອງພື້ນທີ່ດິນບໍລິເວນນ້ຳທີ່ເຂັ້ມແຂງ ເພື່ອປົກປັກຮັກສາລະບົບນິເວດທີ່ສຳຄັນເຫຼົ່ານີ້.”
ພື້ນທີ່ດິນບໍລິເວນນ້ຳ ເຊັ່ນ ເຂດຣາມຊາເຊຈຳພອນ ມີຄວາມສຳຄັນຢ່າງຍິ່ງໃນການຄວບຄຸມລະບົບນ້ຳ, ການຮັກສາຊີວະນາໆພັນ ແລະ ການສ້າງລາຍຮັບໃຫ້ແກ່ຊຸມຊົນໃນເຂດຊົນນະບົດ. ເຖິງຢ່າງໃດກໍຕາມ, ແຮງກົດດັນຈາກການຂະຫຍາຍຕົວຂອງຂະແໜງກະສິກຳ, ການກາຍເປັນຕົວເມືອງ ແລະ ການປ່ຽນແປງສະພາບພູມອາກາດ ໄດ້ເຮັດໃຫ້ການຄຸ້ມຄອງແບບຍືນຍົງມີຄວາມຈຳເປັນຮີບດ່ວນກວ່າທີ່ເຄີຍ. ການຝຶກອົບຮົມຄັ້ງນີ້ ໄດ້ສືບຕໍ່ຜົນສຳເລັດຈາກກິດຈະກຳຕ່າງໆຂອງໂຄງການ IWRM-EbA ຜ່ານມາ ຢູ່ແຂວງສະຫວັນນະເຂດ ແລະ ຫຼວງພະບາງ ແລະ ທັງສ່ອງແສງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ຕໍ່ກັບການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການນຳໃຊ້ວິທີການແກ້ໄຂບັນຫາທີ່ອີງໃສ່ທຳມະຊາດ. ນອກຈາກນີ້, ຍັງເປັນການເສີມສ້າງບົດບາດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດວັດຖຸປະສົງຂອງສົນທິສັນຍາຣາມຊາ ວ່າດ້ວຍພື້ນທີ່ດິນບໍລິເວນນ້ຳ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີມາແຕ່ປີ 2010.
ຕະຫຼອດໄລຍະ 4 ທົດສະວັດທີ່ຜ່ານມາ, ອົງການ UNDP ໄດ້ຮ່ວມມືກັບລັດຖະບານ ສປປ ລາວ ໃນການແກ້ໄຂບັນຫາການປ່ຽນແປງສະພາບພູມອາກາດ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ການປົກປັກຮັກສາຊີວະນາໆພັນ ແລະ ສົ່ງເສີມການພັດທະນາແບບຍືນຍົງທີ່ທຸກພາກສ່ວນມີສ່ວນຮ່ວມ. ການຝຶກອົບຮົມໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃຫ້ຊຸມຊົນທ້ອງຖິ່ນ ແລະ ລະບົບນິເວດ ມີຄວາມພ້ອມທີ່ດີກວ່າເກົ່າໃນການຮັບມືກັບສິ່ງທ້າທາຍຈາກການປ່ຽນແປງສະພາບພູມອາກາດ.
ເນື້ອຫາສຳຄັນ ລ່າສຸດ
ໂຄງການ IWRM–EbA ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດດ້ວຍການຊ່ວຍເຫຼືອດ້ານເຕັກນິກ ແລະ ການເງິນຈາກ UNDP, ໄດ້ນຳເອົາ ເຮືອນຮົ່ມ, ອຸປະກອນເຮັດກະສິກຳ ແລະ ການຝຶກອົບຮົມດ້ານເຕັກນິກ ມາສູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ຜ່ານຂໍ້ຕົກລົງ ການສົ່ງເສີມສັນຍາອະນຸລັກຊຸມຊົນ (CCA), ໂຄງການນີ້ໄດ້ຊ່ວຍໃຫ້ ກະສິກຳທົນທານຕໍ່ສະພາບອາກາດໄດ້ດີຂຶ້ນ, ສົ່ງເສີມການເຮັດນາ-ສວນແບບຍືນຍົງ, ຟື້ນຟູລະບົບນິເວດ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນທ້ອງຖິ່ນໃຫ້ດີຂຶ້ນ.
The IWRM–EbA Project, supported by the Global Environment Facility (GEF) and implemented with technical and financial assistance from UNDP, has introduced greenhouses, farming equipment, and technical training in Muang Hong Village, Chonburi District. Through the Community Ecosystem Conservation Agreement (CCA), this initiative enhances climate resilience, promotes sustainable agriculture, restores ecosystems
The Integrated Water Resources Management and Ecosystem-based Adaptation (IWRM–EbA) project carried out a field mission from 3–8 November 2025 in Savannakhet Province to monitor target sites and consult with local communities on the planned construction of small-scale protective infrastructure. The activity aims to reduce flood and drought risks, strengthen ecosystem
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວພື້ນຖານລະບົບນິເວດ (IWRM–EbA) ໄດ້ປະຕິບັດພາລະກິດພາກສະໜາມແຕ່ວັນທີ 3–8 ພະຈິກ 2025 ທີ່ແຂວງສະຫວັນນະເຂດ ເພື່ອຕິດຕາມກວດກາສະຖານທີ່ເປົ້າໝາຍ ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນກ່ຽວກັບການວາງແຜນການກໍ່ສ້າງພື້ນຖານໂຄງລ່າງປ້ອງກັນຂະໜາດນ້ອຍ. ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ເສີມສ້າງຄວາມທົນທານຂອງລະບົບນິເວດ ແລະ ຮັບປະກັນການມີສ່ວນຮ່ວມຂອງຊຸມຊົນຢ່າງເຕັມທີ່ໃນໄລຍະການກໍ່ສ້າງ.