ຂ້າມໄປຫາເນື້ອໃນຕົ້ນຕໍ
ປະເພດຂອງຂ່າວສານຫຼັກ
Category 1
ປະເພດຂອງຂ່າວສານສຳຮອງ
Sub Category 1
ຂ່າວປະຈຳ ວັນທີ
ລາຍລະອຽດຫຍໍ້ຂ່າວ
ໃນລະຫວ່າງວັນທີ 19–22 ມັງກອນ 2026, ກົມຊັບພະຍາກອນນ້ຳ (ກຊນ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການ UNDP ປະຈຳ ສປປ ລາວ ແລະ ໂດຍໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF), ໄດ້ລົງເຄື່ອນໄຫວຕິດຕາມວຽກງານພາກສະໜາມ ຢູ່ແຂວງສະຫວັນນະເຂດ ພາຍໃຕ້ໂຄງການ IWRM–EbA. ການລົງເຄື່ອນໄຫວຄັ້ງນີ້ ແມ່ນເພື່ອແນ່ໃສ່ການຕິດຕາມກວດກາການປັບປຸງເຂດດິນບໍລິເວນນ້ຳ, ການປ້ອງກັນຕາຝັ່ງເຈື່ອນ ແລະ ການກໍ່ສ້າງຄັນຄູກັນນ້ຳຖ້ວມ ເຊິ່ງເປັນການແກ້ໄຂບັນຫາໂດຍອີງໃສ່ທຳມະຊາດ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ເສີມສ້າງຄວາມສາມາດໃນການປັບຕົວໃຫ້ແກ່ຊຸມຊົນ ໃນເມືອງນອງ, ເມືອງເຊໂປນ ແລະ ເມືອງຊົນນະບູລີ.
ແບ່ງປັນ:

ເສີມສ້າງຄວາມເຂັ້ມແຂງໃນການປັບຕົວເຂົ້າກັບສະພາບພູມອາກາດ ໂດຍຜ່ານການປົກປັກຮັກສາເຂດດິນບໍລິເວນນ້ຳ ແລະ ຕາຝັ່ງເຈື່ອນ ຢູ່ແຂວງສະຫວັນນະເຂດ

ຫົວຂໍ້ຍ່ອຍຂອງຂ່າວ
ການລົງຕິດຕາມການກໍ່ສ້າງພື້ນຖານໂຄງລ່າງປ້ອງກັນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໂດຍອີງໃສ່ທຳມະຊາດ ເພື່ອປົກປ້ອງຊຸມຊົນ ແລະ ລະບົບນິເວດ ພາຍໃຕ້ການສະໜັບສະໜູນຈາກ GEF ແລະ UNDP
ລາຍລະອຽດຂ່າວທັງໝົດ
ໃນລະຫວ່າງວັນທີ 19–22 ມັງກອນ 2026, ກົມຊັບພະຍາກອນນ້ຳ (ກຊນ) ຮ່ວມກັບ ອົງການ UNDP ປະຈຳ ສປປ ລາວ ແລະ ໂດຍໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF), ໄດ້ລົງເຄື່ອນໄຫວຕິດຕາມວຽກງານພາກສະໜາມ ຢູ່ແຂວງສະຫວັນນະເຂດ ພາຍໃຕ້ ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອສານ ແລະ ການບົນພື້ນຖານລະບົບນິເວດ (IWRM–EbA). ກິດຈະກຳນີ້ແມ່ນສຸມໃສ່ການຕິດຕາມກວດກາການກໍ່ສ້າງປັບປຸງເຂດດິນບໍລິເວນນ້ຳ, ການປ້ອງກັນຕາຝັ່ງເຈື່ອນ ແລະ ຄັນຄູນກັນນ້ຳຖ້ວມ ເຊິ່ງເປັນຍຸດທະສາດທີ່ເນັ້ນການນຳໃຊ້ທຳມະຊາດ ເພື່ອຮັບມືກັບຄວາມສ່ຽງຂອງໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ທີ່ນັບມື້ນັບເພີ່ມທະວີຂຶ້ນໃນແຂວງດັ່ງກ່າວ.

ການປັບປຸງເຂດດິນບໍລິເວນນ້ຳ ແລະ ການປ້ອງກັນຕາຝັ່ງເຈື່ອນ ມີບົດບາດສຳຄັນໃນການບໍລິຫານຈັດການການໄຫຼຂອງນ້ຳ, ຫຼຸດຜ່ອນການເຊາະເຈື່ອນ ແລະ ເພີ່ມທະວີຄວາມສາມາດໃນການກັກເກັບນ້ຳຕາມທຳມະຊາດ ພ້ອມທັງປົກປ້ອງທີ່ຢູ່ອາໄສ, ເນື້ອທີ່ທຳການຜະລິດ ແລະ ລະບົບນິເວດທີ່ສຳຄັນ. ໃນຊຸມປີຜ່ານມາ, ປະຊາຊົນໃນເມືອງນອງ, ເມືອງເຊໂປນ ແລະ ເມືອງຊົນນະບູລີ ໄດ້ປະເຊີນກັບສິ່ງທ້າທາຍຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງທີ່ຍາວນານ ເຊິ່ງສົ່ງຜົນກະທົບຕໍ່ການດຳລົງຊີວິດ, ພື້ນຖານໂຄງລ່າງ ແລະ ຄວາມສົມດຸນຂອງລະບົບນິເວດ. ໂດຍຜ່ານການຈັດຕັ້ງປະຕິບັດວິທີການແບບ EbA, ໂຄງການ IWRM–EbA ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃນການປັບຕົວ, ປົກປ້ອງຊຸມຊົນ ແລະ ຮັກສາໜ້າທີ່ທາງລະບົບນິເວດຂອງແມ່ນ້ຳ ແລະ ເຂດດິນບໍລິເວນນ້ຳໃຫ້ຍືນຍົງ.

ໃນລະຫວ່າງການລົງຕິດຕາມຄັ້ງນີ້, ທີມງານໂຄງການຈະໄດ້ກວດກາການກໍ່ສ້າງຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ຖືກຕ້ອງຕາມເຕັກນິກວິຊາການ, ມາດຕະຖານຄຸນນະພາບ ແລະ ແບບແຜນຜັງທີ່ໄດ້ຮັບການອະນຸມັດ. ນອກຈາກນີ້, ຈະມີການເກັບຕົວຢ່າງດິນໃນບາງຈຸດຂອງການກໍ່ສ້າງ ເພື່ອສົ່ງວິໄຈຢູ່ຫ້ອງທົດລອງ ເພື່ອກວດກາຄວາມເໝາະສົມ ແລະ ຄວາມຫນາຫນ້ນຂອງດິນ ເພື່ອຮັບປະກັນວ່າພື້ນຖານໂຄງລ່າງເຫຼົ່ານັ້ນຈະມີຄວາມທົນທານ ແລະ ສາມາດໃຊ້ງານໄດ້ຢ່າງມີປະສິດທິພາບ ທ່າມກາງສະພາບພູມອາກາດທີ່ມີການປ່ຽນແປງ. ນອກຈາກວຽກງານເຕັກນິກແລ້ວ, ການເຄື່ອນໄຫວຄັ້ງນີ້ຍັງໃຫ້ຄວາມສຳຄັນຕໍ່ການມີສ່ວນຮ່ວມຂອງຊຸມຊົນ. ທີມງານຈະຈັດກອງປະຊຸມປຶກສາຫາລືຕາມຫຼັກການ ກັບຊຸມຊົນທີ່ໄດ້ຮັບຜົນປະໂຫຍດ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບຈຸດປະສົງ ແລະ ຜົນປະໂຫຍດຂອງໂຄງການ ພ້ອມທັງຊຸກຍູ້ໃຫ້ຊຸມຊົນເປັນເຈົ້າການໃນການປົກປັກຮັກສາ ແລະ ບູລະນະຮັກສາສິ່ງກໍ່ສ້າງເຫຼົ່ານີ້. ການປຶກສາຫາລືຍັງເປັນໂອກາດໃນການແລກປ່ຽນຄວາມຮູ້ທ້ອງຖິ່ນ ແລະ ຮັບຟັງຂໍ້ສະເໜີແນະຕ່າງໆ ເພື່ອໃຫ້ການຈັດຕັ້ງປະຕິບັດມີຄວາມສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນ.

ພ້ອມດຽວກັນນັ້ນ, ການລົງພື້ນທີ່ຍັງຈະໄດ້ກວດກາການຈັດຕັ້ງປະຕິບັດມາດຕະການປ້ອງກັນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ໃຫ້ສອດຄ່ອງກັບລະບຽບການຂອງໂຄງການ ແລະ ກົດໝາຍແຫ່ງຊາດ. ການປະສານງານກັບອຳນາດການປົກຄອງທ້ອງຖິ່ນ, ວິສະວະກອນທີ່ປຶກສາ ແລະ ບໍລິສັດຜູ້ຮັບເໝົາ ຈະຊ່ວຍໃຫ້ການຄຸ້ມຄອງຄວາມສ່ຽງຕ່າງໆ ມີຄວາມທັນການ ແລະ ມີປະສິດທິພາບ.

ກິດຈະກຳນີ້ ແມ່ນໝາກຜົນຂອງຄວາມພະຍາຍາມຮ່ວມກັນລະຫວ່າງ ກົມຊັບພະຍາກອນນ້ຳ, UNDP, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ. ດ້ວຍການສະໜັບສະໜູນຈາກ GEF ແລະ UNDP, ໂຄງການໄດ້ເຊື່ອມໂຍງການປົກປັກຮັກສາລະບົບນິເວດ ເຂົ້າກັບການພັດທະນາພື້ນຖານໂຄງລ່າງທີ່ທົນທານຕໍ່ສະພາບພູມອາກາດ ເພື່ອຫຼຸດຜ່ອນຄວາມສ່ຽງ, ປັບປຸງການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ເຮັດໃຫ້ແຂວງສະຫວັນນະເຂດມີຄວາມພ້ອມໃນການຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນໄລຍະຍາວ.
01
02
06
04
08
03
09
07
5

ເນື້ອຫາສຳຄັນ ລ່າສຸດ

News and Events

The IWRM–EbA Project, supported by the Global Environment Facility (GEF) and implemented with technical and financial assistance from UNDP, has introduced greenhouses, farming equipment, and technical training in Muang Hong Village, Chonburi District. Through the Community Ecosystem Conservation Agreement (CCA), this initiative enhances climate resilience, promotes sustainable agriculture, restores ecosystems

ໂຄງການ IWRM–EbA ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດດ້ວຍການຊ່ວຍເຫຼືອດ້ານເຕັກນິກ ແລະ ການເງິນຈາກ UNDP, ໄດ້ນຳເອົາ ເຮືອນຮົ່ມ, ອຸປະກອນເຮັດກະສິກຳ ແລະ ການຝຶກອົບຮົມດ້ານເຕັກນິກ ມາສູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ຜ່ານຂໍ້ຕົກລົງ ການສົ່ງເສີມສັນຍາອະນຸລັກຊຸມຊົນ (CCA), ໂຄງການນີ້ໄດ້ຊ່ວຍໃຫ້ ກະສິກຳທົນທານຕໍ່ສະພາບອາກາດໄດ້ດີຂຶ້ນ, ສົ່ງເສີມການເຮັດນາ-ສວນແບບຍືນຍົງ, ຟື້ນຟູລະບົບນິເວດ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນທ້ອງຖິ່ນໃຫ້ດີຂຶ້ນ.

ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວພື້ນຖານລະບົບນິເວດ (IWRM–EbA) ໄດ້ປະຕິບັດພາລະກິດພາກສະໜາມແຕ່ວັນທີ 3–8 ພະຈິກ 2025 ທີ່ແຂວງສະຫວັນນະເຂດ ເພື່ອຕິດຕາມກວດກາສະຖານທີ່ເປົ້າໝາຍ ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນກ່ຽວກັບການວາງແຜນການກໍ່ສ້າງພື້ນຖານໂຄງລ່າງປ້ອງກັນຂະໜາດນ້ອຍ. ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ເສີມສ້າງຄວາມທົນທານຂອງລະບົບນິເວດ ແລະ ຮັບປະກັນການມີສ່ວນຮ່ວມຂອງຊຸມຊົນຢ່າງເຕັມທີ່ໃນໄລຍະການກໍ່ສ້າງ.

The Integrated Water Resources Management and Ecosystem-based Adaptation (IWRM–EbA) project carried out a field mission from 3–8 November 2025 in Savannakhet Province to monitor target sites and consult with local communities on the planned construction of small-scale protective infrastructure. The activity aims to reduce flood and drought risks, strengthen ecosystem