ເສີມສ້າງຄວາມສາມາດໃນການສື່ສານຂອງຊຸມຊົນເພື່ອຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ
ການຝຶກອົບຮົມໄດ້ນຳເອົາຜູ້ເຂົ້າຮ່ວມຫຼາຍກວ່າ 80 ຄົນຈາກຫ້ອງການແຂວງ ແລະ ເມືອງ, ລວມທັງຕົວແທນຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ, ເມືອງ (ນອງ, ເຊໂປນ, ຊົນນະບູລີ, ຈຳພອນ ແລະ ສອງຄອນ) ພ້ອມທັງນາຍບ້ານ ແລະ ຕົວແທນຊຸມຊົນຈາກພື້ນທີ່ເປົ້າໝາຍພາຍໃນອ່າງແມ່ນ້ຳເຊບັ້ງຫຽງ.
ຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມໃນຝຶກປະຕິບັດຕົວຈິງ ແລະ ການຮຽນຮູ້ໂດຍສຸມໃສ່ການນຳໃຊ້ແອັບພລິເຄຊັນໂທລະສັບມືຖື 📱, ວິທະຍຸຊຸມຊົນ 📻, ແລະ ເວທີສື່ສັງຄົມອອນລາຍ 💬 ເພື່ອປັບປຸງການສື່ສານ ແລະ ການຕັດສິນໃຈໃນການຄຸ້ມຄອງຊັບພະຍາກອນທຳມະຊາດ. ເຄື່ອງມືເຫຼົ່ານີ້ຖືກອອກແບບມາເພື່ອເຮັດໃຫ້ການສົ່ງການສື່ສານວ່ອງໄວຂຶ້ນໂດຍສະເພາະແມ່ນຂໍ້ມູນສະພາບອາກາດ ແລະ ສິ່ງແວດລ້ອມ ລະຫວ່າງອຳນາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນ, ປັບປຸງລະບົບເຕືອນໄພລ່ວງໜ້າ ⚠️ ແລະ ຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງກັບນ້ຳເຊັ່ນ: ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ.
ຕະຫຼອດການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້:
✅ ໄດ້ຮັບປະສົບການຕົວຈິງໃນການນຳໃຊ້ເຄື່ອງມືການສື່ສານດິຈິຕອນ ແລະ ແບເກົ່າ ເພື່ອເສີມສ້າງການປະສານງານລະຫວ່າງເມືອງ ແລະ ບ້ານ
✅ ໄດ້ຮຽນຮູ້ວິທີການສ້າງຕັ້ງ ເວທີແລກປ່ຽນຄວາມຮູ້ ທີ່ອີງໃສ່ຊຸມຊົນ ເພື່ອປັບປຸງຄວາມຮັບຮູ້ ແລະ ການຕັດສິນໃຈໃນທ້ອງຖິ່ນ
✅ ໄດ້ປຶກສາຫາລືກ່ຽວກັບ ຍຸດທະສາດ ໃນການເຊື່ອມໂຍງລະບົບການສື່ສານ ແລະ ການຄຸ້ມຄອງຄວາມຮູ້ ເຂົ້າໃນຂະບວນການວາງແຜນ, ຕິດຕາມ, ແລະ ການຮັບມືກັບສະຖານະການຕ່າງໆ ໃນລະດັບເມືອງ.
ກິດຈະກຳດັ່ງກ່າວຍັງລວມມີການສົນທະນາກຸ່ມ, ການຝຶກຊ້ອມພາກສະໜາມ ແລະ ການປະເມີນຄວາມຮັບຮູ້ຂອງຊຸມຊົນກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ (IWRM) ແລະ ການປັບຕົວບົນພື້ນຖານລະບົບນິເວດ (EbA). ຜູ້ເຂົ້າຮ່ວມໄດ້ ແລກປ່ຽນປະສົບການທ້ອງຖິ່ນ, ລະບຸຊ່ອງວ່າງທາງດ້ານຄວາມຮູ້ ທີ່ຍັງຂາດ ແລະ ສ້າງຄຳແນະນຳ ເພື່ອເພີ່ມປະສິດທິພາບຂອງເຄືອຂ່າຍການສື່ສານໃນການຄຸ້ມຄອງຊັບພະຍາກອນ.
“ການຝຶກອົບຮົມນີ້ໄດ້ສະໜອງທັກສະທີ່ມີຄຸນຄ່າສຳລັບອຳນາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນ,” ຕົວແທນຈາກກົມຊັບພະຍາກອນນ້ຳກ່າວ. "ໂດຍການປັບປຸງການສື່ສານ ແລະ ການແລກປ່ຽນຄວາມຮູ້, ພວກເຮົາກຳລັງສ້າງຄວາມເຂັ້ມແຂງໃຫ້ປະຊາຊົນໃນການຕັດສິນໃຈທີ່ທັນເວລາ ແລະ ມີຂໍ້ມູນຄົບຖ້ວນ ເຊິ່ງປົກປ້ອງພື້ນທີ່ຕົ້ນນ້ຳ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມທົນທານຕໍ່ກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ."
ການຝຶກອົບຮົມແມ່ນສ່ວນໜຶ່ງທີ່ສຳຄັນຂອງໂຄງການ IWRM–EbA ທີ່ຈັດຕັ້ງປະຕິບັດຢູ່ໃນອ່າງແມ່ນ້ຳເຊບັງຫຽງ ແລະ ຕົວເມືອງຫຼວງພະບາງ, ເຊິ່ງມີຈຸດປະສົງເພື່ອເສີມຂະຫຍາຍຄວາມທົນທານຕໍ່ສະພາບອາກາດໂດຍຜ່ານການຄຸ້ມຄອງຊັບພະຍາກອນນ້ຳ, ປ່າໄມ້ ແລະ ທີ່ດິນແບບຍືນຍົງ. ໂດຍໄດ້ຮັບການສະໜັບສະໜູນຈາກ UNDP, ໂຄງການດັ່ງກ່າວລວມເອົາວິທີການທີ່ອີງໃສ່ລະບົບນິເວດ ແລະ ເຄື່ອງມືໃໝ່ໆເພື່ອເສີມສ້າງຄວາມສາມາດໃນການປັບຕົວໃນລະດັບຊຸມຊົນ.
ໃນຕອນທ້າຍຂອງກິດຈະກຳ 10 ມື້, ອຳນາດການປົກຄອງທ້ອງຖິ່ນ ແລະ ຕົວແທນຊຸມຊົນໄດ້ສະແດງຄວາມມຸ່ງໝັ້ນຢ່າງແຮງກ້າໃນການນຳໃຊ້ເຄື່ອງມືການສື່ສານໃໝ່ ແລະ ຮັກສາຊ່ອງທາງການແລກປ່ຽນຄວາມຮູ້ຢ່າງຫ້າວຫັນໃນທົ່ວເມືອງຕ່າງໆ. ນີ້ໝາຍເຖິງບາດກ້າວທີ່ສຳຄັນໄປສູ່ການຄຸ້ມຄອງນ້ຳແບບມີສ່ວນຮ່ວມ, ມີປະສິດທິພາບດ້ານເຕັກໂນໂລຢີ ແລະ ທົນທານຕໍ່ສະພາບອາກາດໃນ ສປປ ລາວ.
Contact for Further Information:
For media inquiries, please contact:
Phouphet Chittaphone, Database and Communication Officer, IWRM-EbA Project
Department of Water Resources, Ministry of Agriculture and Environment
Email: [email protected] Tel: +8562058562532
ເນື້ອຫາສຳຄັນ ລ່າສຸດ
ໂຄງການ IWRM–EbA ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດດ້ວຍການຊ່ວຍເຫຼືອດ້ານເຕັກນິກ ແລະ ການເງິນຈາກ UNDP, ໄດ້ນຳເອົາ ເຮືອນຮົ່ມ, ອຸປະກອນເຮັດກະສິກຳ ແລະ ການຝຶກອົບຮົມດ້ານເຕັກນິກ ມາສູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ຜ່ານຂໍ້ຕົກລົງ ການສົ່ງເສີມສັນຍາອະນຸລັກຊຸມຊົນ (CCA), ໂຄງການນີ້ໄດ້ຊ່ວຍໃຫ້ ກະສິກຳທົນທານຕໍ່ສະພາບອາກາດໄດ້ດີຂຶ້ນ, ສົ່ງເສີມການເຮັດນາ-ສວນແບບຍືນຍົງ, ຟື້ນຟູລະບົບນິເວດ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນທ້ອງຖິ່ນໃຫ້ດີຂຶ້ນ.
The IWRM–EbA Project, supported by the Global Environment Facility (GEF) and implemented with technical and financial assistance from UNDP, has introduced greenhouses, farming equipment, and technical training in Muang Hong Village, Chonburi District. Through the Community Ecosystem Conservation Agreement (CCA), this initiative enhances climate resilience, promotes sustainable agriculture, restores ecosystems
The Integrated Water Resources Management and Ecosystem-based Adaptation (IWRM–EbA) project carried out a field mission from 3–8 November 2025 in Savannakhet Province to monitor target sites and consult with local communities on the planned construction of small-scale protective infrastructure. The activity aims to reduce flood and drought risks, strengthen ecosystem
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວພື້ນຖານລະບົບນິເວດ (IWRM–EbA) ໄດ້ປະຕິບັດພາລະກິດພາກສະໜາມແຕ່ວັນທີ 3–8 ພະຈິກ 2025 ທີ່ແຂວງສະຫວັນນະເຂດ ເພື່ອຕິດຕາມກວດກາສະຖານທີ່ເປົ້າໝາຍ ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນກ່ຽວກັບການວາງແຜນການກໍ່ສ້າງພື້ນຖານໂຄງລ່າງປ້ອງກັນຂະໜາດນ້ອຍ. ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ເສີມສ້າງຄວາມທົນທານຂອງລະບົບນິເວດ ແລະ ຮັບປະກັນການມີສ່ວນຮ່ວມຂອງຊຸມຊົນຢ່າງເຕັມທີ່ໃນໄລຍະການກໍ່ສ້າງ.