ເນື້ອໃນຂອງການປຶກສາຫາລື ລວມມີການລາຍງານຄວາມຄືບໜ້າຂອງກິດຈະກຳຕ່າງໆພາຍໃຕ້ໂຄງການ, ການອະນຸມັດແຜນວຽກປະຈຳປີ 2024 ທີ່ໄດ້ຮັບການປັບປຸງໃໝ່ ແລະ ການນຳສະເໜີກົນໄກການແກ້ໄຂຂໍ້ຮ້ອງທຸກ (Grievance Redress Mechanism). ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ລົງຢ້ຽມຢາມບັນດາໝູ່ບ້ານເປົ້າໝາຍ ເພື່ອເກັບກຳຂໍ້ມູນອັນລ້ຳຄ່າກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳໂດຍຊຸມຊົນເປັນເຈົ້າການ ເຊິ່ງແນໃສ່ການຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ສົ່ງເສີມການຄຸ້ມຄອງນ້ຳແບບຍືນຍົງ.
ກອງປະຊຸມຄະນະຊີ້ນຳໂຄງການ
ໃນກອງປະຊຸມ, ບັນດາຄະນະຊີ້ນຳໂຄງການໄດ້ປຶກສາຫາລືກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການໃນປັດຈຸບັນ, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຂອງບັນດາກິດຈະກຳທີ່ແນໃສ່ການຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ, ການປັບປຸງການຄຸ້ມຄອງຊັບພະຍາກອນນ້ຳ ແລະ ການສົ່ງເສີມການພັດທະນາແບບຍືນຍົງ. ພ້ອມກັນນີ້, ຄະນະຮັບຜິດຊອບຍັງໄດ້ກວດກາຄືນແຜນວຽກປະຈຳປີ 2024 ທີ່ໄດ້ຮັບການປັບປຸງໃໝ່ ເພື່ອຮັບປະກັນໃຫ້ການດຳເນີນໂຄງການດຳເນີນໄປຕາມແຜນການທີ່ວາງໄວ້ ແລະ ສາມາດຕອບສະໜອງຕໍ່ຄວາມຕ້ອງການທີ່ເກີດຂຶ້ນຕົວຈິງ.
ຈຸດສຳຄັນໜຶ່ງຂອງກອງປະຊຸມແມ່ນການນຳສະເໜີ ກົນໄກການແກ້ໄຂຂໍ້ຮ້ອງທຸກ (Grievance Redress Mechanism), ເຊິ່ງຖືກອອກແບບມາເພື່ອສ້າງຄວາມໂປ່ງໃສ ແລະ ເພີ່ມປະສິດທິພາບໃຫ້ແກ່ພາກສ່ວນກ່ຽວຂ້ອງໃນການສະເໜີຄຳຄິດຄຳເຫັນ ຫຼື ຂໍ້ຮ້ອງຮຽນຕ່າງໆ ທີ່ຕິດພັນກັບກິດຈະກຳຂອງໂຄງການ. ກົນໄກດັ່ງກ່າວຈະຊ່ວຍຍົກສູງຄວາມຮັບຜິດຊອບ ແລະ ຮັບປະກັນວ່າຜົນປະໂຫຍດຂອງຊຸມຊົນຈະໄດ້ຮັບການເອົາໃຈໃສ່ຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການ.
ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ມີໂອກາດລົງຢ້ຽມຢາມບັນດາໝູ່ບ້ານເປົ້າໝາຍຂອງໂຄງການ ທີ່ແຂວງຫຼວງພະບາງ. ການລົງຢ້ຽມຢາມຄັ້ງນີ້ ໄດ້ເຮັດໃຫ້ເຫັນເຖິງຄວາມສຳຄັນຂອງກິດຈະກຳທີ່ຊຸມຊົນເປັນເຈົ້າການໃນການຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ, ການປັບປຸງການຄຸ້ມຄອງນ້ຳ ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືກັບການປ່ຽນແປງສະພາບພູມອາກາດ. ພ້ອມນີ້, ຍັງໄດ້ມີການນຳສະເໜີບາງໂຄງການທ້ອງຖິ່ນ ເຊັ່ນ: ການຟື້ນຟູຕາຝັ່ງເຈື່ອນ ແລະ ການນຳໃຊ້ວິທີການແກ້ໄຂບັນຫາການຄຸ້ມຄອງນ້ຳໂດຍອີງໃສ່ທຳມະຊາດ, ເຊິ່ງສະແດງໃຫ້ເຫັນເຖິງຜົນກະທົບຕົວຈິງຂອງໂຄງການໃນຂັ້ນຮາກຖານ.
ອົງການ UNDP ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີຄວາມພາກພູມໃຈຕໍ່ຄວາມຄືບໜ້າທີ່ຍາດມາໄດ້ ແລະ ຂໍສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການທີ່ສຳຄັນນີ້. ຄວາມພະຍາຍາມຮ່ວມກັນໃນຄັ້ງນີ້ ແມ່ນການສ້າງຄວາມເຂັ້ມແຂງໃນການຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໂດຍມີເປົ້າໝາຍສູງສຸດເພື່ອຮັບປະກັນການຄຸ້ມຄອງນ້ຳແບບຍືນຍົງ ແລະ ການປັບຕົວໂດຍອີງໃສ່ລະບົບນິເວດໃຫ້ແກ່ຊຸມຊົນຕ່າງໆ ໃນ ສປປ ລາວ. 🌱💧
ເນື້ອຫາສຳຄັນ ລ່າສຸດ
ໂຄງການ IWRM–EbA ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດດ້ວຍການຊ່ວຍເຫຼືອດ້ານເຕັກນິກ ແລະ ການເງິນຈາກ UNDP, ໄດ້ນຳເອົາ ເຮືອນຮົ່ມ, ອຸປະກອນເຮັດກະສິກຳ ແລະ ການຝຶກອົບຮົມດ້ານເຕັກນິກ ມາສູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ຜ່ານຂໍ້ຕົກລົງ ການສົ່ງເສີມສັນຍາອະນຸລັກຊຸມຊົນ (CCA), ໂຄງການນີ້ໄດ້ຊ່ວຍໃຫ້ ກະສິກຳທົນທານຕໍ່ສະພາບອາກາດໄດ້ດີຂຶ້ນ, ສົ່ງເສີມການເຮັດນາ-ສວນແບບຍືນຍົງ, ຟື້ນຟູລະບົບນິເວດ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນທ້ອງຖິ່ນໃຫ້ດີຂຶ້ນ.
The IWRM–EbA Project, supported by the Global Environment Facility (GEF) and implemented with technical and financial assistance from UNDP, has introduced greenhouses, farming equipment, and technical training in Muang Hong Village, Chonburi District. Through the Community Ecosystem Conservation Agreement (CCA), this initiative enhances climate resilience, promotes sustainable agriculture, restores ecosystems
The Integrated Water Resources Management and Ecosystem-based Adaptation (IWRM–EbA) project carried out a field mission from 3–8 November 2025 in Savannakhet Province to monitor target sites and consult with local communities on the planned construction of small-scale protective infrastructure. The activity aims to reduce flood and drought risks, strengthen ecosystem
ໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ແລະ ການປັບຕົວພື້ນຖານລະບົບນິເວດ (IWRM–EbA) ໄດ້ປະຕິບັດພາລະກິດພາກສະໜາມແຕ່ວັນທີ 3–8 ພະຈິກ 2025 ທີ່ແຂວງສະຫວັນນະເຂດ ເພື່ອຕິດຕາມກວດກາສະຖານທີ່ເປົ້າໝາຍ ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນກ່ຽວກັບການວາງແຜນການກໍ່ສ້າງພື້ນຖານໂຄງລ່າງປ້ອງກັນຂະໜາດນ້ອຍ. ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ເສີມສ້າງຄວາມທົນທານຂອງລະບົບນິເວດ ແລະ ຮັບປະກັນການມີສ່ວນຮ່ວມຂອງຊຸມຊົນຢ່າງເຕັມທີ່ໃນໄລຍະການກໍ່ສ້າງ.